ພາກຣັຖ ຍັງຂາດການສົ່ງເສີມ ເຕັກນິກ-ວິຊາການ ປູກມັນຕົ້ນ

ສຸພັດຕາ
2023.02.01
ພາກຣັຖ ຍັງຂາດການສົ່ງເສີມ ເຕັກນິກ-ວິຊາການ ປູກມັນຕົ້ນ ການຊື້-ຂາຍມັນຕົ້ນ ຂອງຊາວສວນມັນຕົ້ນ.
ນັກຂ່າວ ພົລເມືອງ

ມັນຕົ້ນ ຖືເປັນນຶ່ງໃນພືດເສຖກິຈ ຂອງປະເທດລາວ ມາໄດ້ຫຼາຍປີແລ້ວ ແລະໃນປີ 2022 ທີ່ຜ່ານມາ ປະເທດລາວ ສາມາດສົ່ງມັນຕົ້ນອອກໄປຂາຍ ຕ່າງປະເທດ ຮວມເປັນມູນຄ່າ 301 ລ້ານໂດລ້າຣ໌ສະຫະຣັຖ ແລະເປັນຮອງພຽງຢາງພາຣາ ແລະເຫຍື່ອໄມ້ເທົ່ານັ້ນ ຍ້ອນເປັນພືດທີ່ປູກງ່າຍ, ຜົລຜລິຕຫຼາຍ ແລະລາຄາດີ ຈຶ່ງດຶງດູດປະຊາຊົນໃນຫຼາຍທ້ອງຖິ່ນ ໃຫ້ເຣີ່ມມາປູກມັນຕົ້ນຫຼາຍຂຶ້ນ.

ດັ່ງຊາວບ້ານ ທີ່ເຄີຍປູກສາລີ ແຕ່ປ່ຽນມາປູກມັນຕົ້ນ ໄດ້ 3-4 ປີແລ້ວ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ມົກກະຣາ ຜ່ານມານີ້ວ່າ:

“ໂອ້ຫຼາຍ ຄັນໄລ່ເປັນເປີເຊັນນີ້ ເກືອບວ່າ 70% ພຸ້ນລະ ທົ່ວແຂວງນີ້ ຫາກໍປູກອັນ 2-3 ປີ ມານີ້ແຫຼະ ບາງເມືອງ ກະຫາກໍປູກ ແຕ່ກໍປູກປີທໍາອິດ ປີນີ້ນີ້ແຫຼະ ພໍຄຸ້ມທຶນຢູ່ເຮັດນ່າ ກະປະຊາຊົນເຂົາກະວ່າຄຸ້ມ ຖືວ່າປີນີ້ ຖືວ່່າລາຄາ ຖືວ່າດີກວ່າແຕ່ລະປີ ຖືວ່າດີຫຼາຍ ມັນດິບນີ້ 1,680 ກີບຕໍ່ກິໂລກຣາມ ມັນແຫ້ງ 3,400 ກີບ.”

ໃນຂະນະທີ່ ຊາວສວນປູກມັນຕົ້ນນາງນຶ່ງ ຢູ່ແຂວງສວັນນະເຂດ ທີ່ປູກມັນຕົ້ນມາໄດ້ 2 ປີປາຍແລ້ວ ກໍກ່າວວ່າ ຍານາງພໍມີທີ່ດິນ ຈຶ່ງເລືອກປູກມັນຕົ້ນ ເພາະມັນຕົ້ນປູກງ່າຍກວ່າພືດຊະນິດອື່ນໆ ເຮັດແລ້ວ ໄດ້ກໍາໄຣປານກາງ ເພາະຍັງມີຄ່າຈ້າງຣົຖໄຖ ແລະຈ້າງຄົນງານນໍາດ້ວຍ.

ດັ່ງຍານາງ ກ່າວໃນມື້ດຽວກັນນັ້ນວ່າ:

“ປູກງ່າຍຫັ້ນນ່າ ມັນປູກງ່າຍກ່ອນແນວອື່ນ ມັນເປັນພືດອາຍຸສັ້ນນ່າ ເຮົາສາມາດປ່ຽນແປງນີ້ ໄປເຮັດແນວອື່ນໄດ້ງ່າຍກວ່າ ຖ້າປູກວິກ ປູກຢາງພາຣາ ກະຄື ອາຍຸມັນຫຼາຍຫັ້ນນ່າ ມັນຕົ້ນດິບ ຢູ່ສວັນນະເຂດ ແມ່ນລາຄາຕາມສວນ ລາຄາ 1,000 ກີບ ແຕ່ຖ້າເປັນລາຄາໂຮງງານ ກໍປະມານ 1,300.”

ຊາວສວນປູກມັນຕົ້ນ ຈະເຣີ່ມເກັບກ່ຽວມັນຕົ້ນ ຫຼັງຈາກການປູກ 6 ເດືອນຂຶ້ນໄປ ເມື່ອເກັບກ່ຽວໄດ້ແລ້ວ ຈະນໍາມັນດິບໄປຂາຍໃຫ້ໂຮງງານ ເພື່ອແປຮູບເປັນແປ້ງ ຫຼືໂຮງງານເຮັດມັນເສັ້ນ ຫຼືຂາຍໃຫ້ພໍ່ຄ້າຮັບຊື້ຣາຍຍ່ອຍຕໍ່ໄປ ໂດຍມັນຕົ້ນເສັ້ນ ສາມາດນໍາໃຊ້ເປັນວັດຖຸດິບ ໃນການຜລິຕອາຫານສັດ ຫຼືເຮັດເປັນມັນຕົ້ນອັດເມັດຕໍ່ໄດ້.

ແຕ່ປັດຈຸບັນ ການປູກມັນຕົ້ນ ຍັງບໍ່ໄດ້ຮັບການສົ່ງເສີມ ດ້ານວິຊາການ ແລະວິທຍາສາຕ ຈາກພາກຣັຖພໍປານໃດ ເຖິງວ່າຈະເປັນພືດເສຖກິຈທີ່ສໍາຄັນກໍຕາມ ຈຶ່ງເຮັດໃຫ້ການປູກ ການເບິ່ງແຍງ ບໍ່ເປັນໄປຕາມຫຼັກວິຊາການ ເປັນຕົ້ນ ເມື່ອເກີດປັນຫາ ມັນຕົ້ນເນົ່າ ຍ້ອນຕິດເຊື້ອຣາຈາກຝົນຕົກຫຼາຍ ຫຼືຖືກເພັ້ຍກິນ ກໍບໍ່ໄດ້ຮັບການແກ້ໄຂທີ່ຖືກວິທີ.

ດັ່ງຊາວສວນປູກມັນຕົ້ນ ຢູ່ແຂວງໄຊຍະບູຣີ ຜູ້ດຽວກັນກັບຂ້າງຕົ້ນ ກ່າວວ່າ:

“ຢູ່ນີ້ ມັນບໍ່ມີິວິຊາການ ບໍ່ມີຫຍັງເລີຍ ປູກແບບປະຊາຊົນ ເພິ່ນປູກແລ້ວກໍເນົ່າ ແລ້ວກະເປົ່າໃຫ້ເນົ່າໄປຕາມເນົ່າຫັ້ນເລີຍນ່າ ແບບປູກກໍປູກທັມມະຊາຕ ບໍ່ໄດ້ຈຸ່ມ ບໍ່ໄດ້ໃສ່ປອກ ໃສ່ປຸ໋ຍຫຍັງແດ່ເນາະ.”

ທ່ານກ່າວຕື່ມວ່າ ອີກບັນຫານຶ່ງ ທີ່ຊາວສວນປູກມັນຕົ້ນ ຕ້ອງຜະເຊີນ ຄື ບັນຫາ ດິນຈືດ ຍ້ອນວ່າ ມັນຕົ້ນເປັນພືດ ທີ່ກິນແຮ່ທາດຈາກດິນຫຼາຍ ເມື່ອປູກໄປໄດ້ 2 ປີ ແຮ່ທາດໃນດິນຈະຫຼຸດລົງ ເຮັດໃຫ້ຜົລຜລິຕຫຼຸດລົງຕາມໄປນໍາ ແລະຮອດປີທີ 3 ຈຶ່ງຕ້ອງພັກດິນ ຫຼືນໍາພືດຊະນິດອື່ນ ມາປູກເສີມແຮ່ທາດ ເປັນເວລາຢ່າງໜ້ອຍນຶ່ງປີ. ເຖິງແມ່ນວ່າ ຈະບໍ່ມີການສົ່ງເສີມຕາມຫຼັກວິຊາການ ຈາກພາກຣັຖຢ່າງຈິງຈັງ ແຕ່ໃນປີຕໍ່ໆໄປ ພື້ນທີ່ປູກມັນຕົ້ນ ໃນປະເທດລາວ ກໍຍັງຈະເພີ່ມຂຶ້ນ ຍ້ອນລາຄາມັນຕົ້ນໃນປັດຈຸບັນ ຊ່ອຍສ້າງຣາຍຮັບ ໃຫ້ຊາວສວນໄດ້ຢ່າງໜ້າພໍໃຈ ໃນການແກ້ໄຂຊີວິດການເປັນຢູ່ນອກຈາກນີ້ ການເປີດນໍາໃຊ້ຣົຖໄຟລາວ-ຈີນ ຍັງຈະເຮັດໃຫ້ການຂົນສົ່ງສິນຄ້າ ໄປຍັງປະເທດຄູ່ຄ້າທີ່ສໍາຄັນ ຢ່າງປະເທດຈີນ ເຮັດໄດ້ງ່າຍຂຶ້ນ ສ່ວນປະເທດເພື່ອນບ້ານ ຢ່າງປະເທດໄທຍ ແລະວຽດນາມ ກໍຍັງມີຄວາມຕ້ອງການມັນຕົ້ນດິບ ແລະມັນຕົ້ນເສັ້ນເປັນຈໍານວນຫຼາຍຢູ່.

ດັ່ງຊາວສວນມັນຕົ້ນ ຢູ່ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ:

“ອະນາຄົດ ຄິດວ່າຈະເພີ່ມຂຶ້ນຫຼາຍ ເພາະວ່າ ນະປັດຈຸບັນ ລາຄາມັນກໍຂ້ອນຂ້າງໄປໄດ້ ແລະຄິດວ່າອະນາຄົດນີ້ ເພາະວ່າຂົນສົ່ງສິນຄ້າໄປຈີນ ມັນສະດວກເນາະ ສົ່ງໄປທາງຣົຖໄຟ ແລ້ວສິນຄ້າມັນຊິໄປຫຼາຍ ຄິດວ່າປີໜ້າ ຫຼືວ່າປີຕໍ່ໆໄປນີ້ ພື້ນທີ່ ໃນການປູກມັນນີ້ ຊິເພີ່ມຂຶ້ນຫຼາຍ ເພາະວ່າກະເສຕກອນ ມັນພໍມີຣາຍຮັບເດ້.”

ທາງດ້ານເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ຢູ່ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວວ່າ ໃນເມື່ອກ່ອນ ການປູກມັນຕົ້ນ ເພື່ອການຄ້າຍັງບໍ່ທັນແຜ່ຫຼາຍ ແຕ່ເມື່ອມີບໍຣິສັດຮັບຊື້ ຫຼືໂຮງງານແປຮູບ ແລະຮັບຊື້ມັນຕົ້ນ ມາຕັ້ງໃນແຂວງຕ່າງໆຫຼາຍຂຶ້ນ ກໍເຮັດໃຫ້ປະຊາຊົນ ຫັນມາປູກມັນຕົ້ນ ເປັນສິນຄ້າ ເຮັດໃຫ້ມັນຕົ້ນ ກາຍເປັນສິນຄ້າສົ່ງອອກຫຼັກ ຂອງແຂວງບໍຣິຄໍາໄຊ ໃນທີ່ສຸດ ແຕ່ໃນແຂວງບໍຣິຄໍາໄຊ ປະຊາຊົນມັກພາກັນປູກມັນຕົ້ນ ຢູ່ເທິງພູດອຍ ຈຶ່ງເຮັດໃຫ້ການປູກ ມີລັກສະນະບໍ່ຍືນຍົງ.

ດັ່ງທີ່ທ່ານກ່າວວ່າ:

“ຕາມຫຼັກວິຊາການແທ້ ມັນກະບໍ່ຍືນຍົງລະເນາະ ເພາະວ່າ ມັນເປັນພື້ນທີ່ ທີ່ພູດອຍເນາະ ເຂົາປູກສ່ວນຫຼາຍປັດຈຸບັນ ຕົວເມືອງຢູ່ນີ້ ພູດອຍ ພໍຕົວເມືອງພູດອຍ ແລ້ວມັນປູກໃນພື້ນທີ່ເປັນປ່າ ເປັນພູເນາະ ມັນປັບປຸງດິນຍາກ ມັນບໍ່ຄືເຂດທົ່ງພຽງເດ້.”

ທ່ານກ່າວຕື່ມວ່າ ການສນັບສນູນຈາກພາກຣັຖຍັງບໍ່ທົ່ວເຖິງ ເພາະວິຊາການຍັງມີບໍ່ພຽງພໍ ສ່ວນອົງກອນຕ່າງປະເທດ ກໍຍັງບໍ່ໄດ້ເຈົ້າໄປຊ່ອຍເຫຼືອເທົ່າທີ່ຄວນ ມີແຕ່ນັກລົງທຶນ ທີ່ສ່ວນຫຼາຍມາຈາກວຽດນາມ ແລະນັກລົງທຶນຊາວລາວ ທີ່ຊ່ອຍສນອງວັດຖຸອຸປກອນ ໃຫ້ຊາວສວນເປັນຫຼັກ.

ສ່ວນນັກອະນຸຮັກສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ກ່າວວ່າ ຕາມນະໂຍບາຍ ແລະແຜນການຂອງທາງການລາວ ໄດ້ເຮັດໃຫ້ການປູກມັນຕົ້ນເພີ່ມຂຶ້ນ ຫຼາຍແທ້ ຄຽງຄູ່ກັນນັ້ນ ກໍເຮັດໃຫ້ເກີດປັນຫາດ້ານສິ່ງແວດລ້ອມ ເປັນຕົ້ນ ເຮັດໃຫ້ດິນຈືດ ແລະ ມີການບຸກລຸກປ່າສງວນ ເພື່ອເພີ່ມປະຣິມານຜົລຜລິຕ ຈາກມັນຕົ້ນ ແຕ່ເຖິງວ່າ ຈະມີການບຸກລຸກປ່າສງວນ ເພື່ອປູກມັນຕົ້ນເປັນຈໍານວນຫຼາຍ ແຕ່ກໍຍັງຖືວ່າ ບໍ່ໄດ້ທໍາລາຍປ່າສງວນຫຼາຍ ເມືື່ອທຽບໃສ່ໂຄງການບໍ່ແຮ່ ຫຼືໂຄງການອື່ນໆ.

ດັ່ງທີ່ທ່ານກ່າວວ່າ:

“ຄວາມຈິງເຣື່ອງປ່າສງວນ ມັນອາຈເປັນປັນຫາ ແຕ່ມັນບໍ່ຫຼາຍທໍ່ອັນອື່ນນ່າ ຍັງມີເຣື່ອງໂຄງການອື່ນ ທີ່ບຸກຫຼາຍກ່ນອມັນຕົ້ນ ເວົ້າງ່າຍໆ ມັນຕົ້ນ ຈະບໍ່ແມ່ນຕົ້ນເຫດ ໃນການບຸກລຸກປ່າສງວນ.”

ຢ່າງໃດກໍຕາມ ໃນປີ 2022 ມີການບຸກລຸກປ່າສງວນແຫ່ງຊາຕ ເຊບັ້ງນວນ ແລະປ່າສງວນແຫ່ງຊາຕ ພູຊຽງທອງ ຢູ່ເມືອງລະຄອນເພັງ ແຂວງສາຣະວັນ ເພື່ອຂຍາຍການປູກມັນຕົ້ນ ແລະໝາກມ່ວງຫິມະພານ ປະມານ 600 ປາຍເຮັກຕ້າຣ໌ ສ່ວນໃນປີ 2021 ປ່າສງວນແຫ່ງຊາຕເຊປຽນ ແລະປ່າສງວນດົງຫົວສາວ ໃນແຂວງຈໍາປາສັກ ກໍຖືກບຸກລຸກເພື່ອປູກມັນຕົ້ນ ລວມແລ້ວກິນເນື້ອທີ່ ປະມານ 3,000 ເຮັກຕ້າຣ໌ ສິ່ງທີ່ເກີດຂຶ້ນນັ້ນ ບໍ່ພຽງແຕ່ຈະທໍາລາຍສິ່ງແວດລ້ອມ ແລະປ່າສງວນເທົ່ານັ້ນ ແຕ່ມັນຍັງທໍາລາຍແຫ່ງທີ່ຢູ່ອາສັຍ ຂອງສັດສາວາສິ່ງນາໆຊະນິດ ແລະທີ່ສໍາຄັນທີ່ສຸດລະບົບ ຊີວະນາໆພັນ ທີ່ເຄີຍອຸດົມສົມບູນ ກໍອາຈຕ້ອງສູນເສັຍໄປ ແລະບໍ່ສາມາດຟື້ນຟູກັບຄືນມາໄດ້ອີກ.

ຂໍ້ມູນຈາກ ບໍຣິສັດ Market Research Future ລະບຸວ່າ ຕລາດມັນຕົ້ນ ຈະຍັງຂຍາຍໂຕຂຶ້ນ ແລະມີມູນຄ່າເຖິງ 237.76 ຕື້ໂດລ້າຣ໌ສະຫະຣັຖ ໃນປີ 2030 ສ່ວນປະເທດລາວນັ້ນ ການສົ່ງອອກມັນຕົ້ນ ຖືເປັນລໍາດັບທີ 6 ຂອງໂລກ ໂດຍມີເນື້ອທີ່ການປູກມັນຕົ້ນ ເພີ່ມຂຶ້ນທຸກປີ ໃນໄລຍະ 5 ປີຫຼັງມານີ້ ໃນປີ 2021 ປະເທດລາວມີການປູກມັນຕົ້ນ 113,450 ເຮັກຕ້າຣ໌ ແລະມີຜົລຜລິຕ ຢູ່ທີ່ 32.70 ຕັ່ນຕໍ່ເຮັກຕ້າຣ໌, ອ້າງອີງຂໍ້ມູນ ຈາກບົດຣາຍງານສະຖິຕິ ຂອງກະຊວງກະສິກັມ ແລະປ່າໄມ້ ຂອງລາວ ປະຈໍາປີ 2021.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.