ຫ້າມໂຄສະນາສິ່ງມຶນເມົາ ສັງຄົມ ຍິນດີນໍາ

ປະຊາຊົນ ລາວ ຍິນດີນໍາ ທາງການລາວ ທີ່ສັ່ງຫ້າມ ບໍ່ໃຫ້ ໂຄສະນາ ຂາຍເຄື່ອງດື່ມ ມຶນເມົາ ທຸກປະເພດ.

ຂອງມຶນເມົາ ຫາກດື່ມໃນ ສະຖານທີ່ບັນເທີງ ຕ້ອງໃຫ້ພໍດີ ຕາມກໍານົດ ພໍໄດ້ສັງສັນ ຮູບພາບຈາກ : ນັກຂ່າວພົລເມືອງ

ກະຊວງຖແລງຂ່າວ ວັທນະທັມແລະທ່ອງທ່ຽວ ປະກາດຫ້າມໂຄສະນາ ເຄື່ອງດື່ມ ທີ່ມີທາດເຫຼົ້າທຸກປະເພດ ເມື່ອວັນທີ 24 ເມສາ ຜ່ານມາ ໂດຍປະຊາຊົນ ໃນນະຄອນຫຼວງວຽງຈັນ ກໍເຫັນດີນໍາ ຄໍາສັ່ງດັ່ງກ່າວ, ດັ່ງປະຊາຊົນ ນະຄອນຫຼວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ພຶສພາ ວ່າ:

“ຄັນວ່າເພິ່ນຫ້າມ ກໍຕ້ອງຫ້າມເຣື່ອງວິນັຍ ຕໍ່ບັນການັກສຶກສາ ແລະຄົນອາຍຸບໍ່ຮອດ 18 ປີນີ້ນະ ເປັນສົ່ງເສີມສິ່ງທີ່ວ່າມົວເມົາເນາະ ຄືສູ່ມື້ນີ້ແຫຼະ ເກີດອຸບັດຕິເຫດກໍຍ້ອນເຫຼົ້າຫັ້ນ, ຕີກັນຂ້າກັນ, ລັກເຄື່ອງລັກຂອງ, ງັດແງະບ່ອນນັ້ນບ່ອນນີ້ ກໍຍ້ອນກິນເຫຼົ້າເມົາຢາ.”

ໃນມື້ດຽວກັນ ທ່ານສູນທອນ ພົມມະຈັກ ປະທານບໍຣິສັດ ເບັຽລາວ ໄດ້ກ່າວຕໍ່ຊື່ມວນຊົນ ທ້ອງຖິ່ນວ່າ ຍອມປະຕິບັດ ຕາມແຈ້ງການຫ້າມ ຂອງທາງການ ໂດຍບາງຕອນ ທ່ານໄດ້ກ່າວວ່າ:

“ເຫັນດີຕໍ່ຄໍາສັ່ງທາງການລາວ ແລະຢືນຢັນວ່າ ຈະດັດແກ້ແລະປັບປຸງ ການໂຄສະນາຕ່າງໆ ກ່ຽວກັບຜລິຕພັນ ຂອງບໍຣິສັດເບັຽລາວ, ເພື່ອໃຫ້ສອດຄ່ອງກັບແຈ້ງການ ແລະກົດໝາຍ ໂດຍຈະໄດ້ກໍານົດເວລາ ຂນາດຄື້ນໃໝ່ ເພື່ອຫຼີກລ້ຽງ ການໂຄສະນາ ຫຼືຊັກຊວນໃຫ້ມີ ການດື່ມຫຼາຍເກີນໄປ.”

ກະຊວງສາທາຣະນະສຸຂ ສປປລາວ ຣາຍງານ ເມື່ອປີ 2018 ຜ່ານມາວ່າ ຊາວລາວ 75% ຂອງປະຊາກອນ ທົ່ວປະເທດ ດື່ມເບັຽ, ຊຶ່ງມີອັດຕຣາ ການດື່ມເບັຽ ສຸູງເປັນອັນດັບນຶ່ງ ໃນອາຊຽນ ແລະ ເດັກນ້ອຍລາວ ອາຍຸຕັ້ງແຕ່ 15 ປີ ຂຶ້ນໄປ ສາມາດຊື້-ຂາຍ ແລະ ດື່ມເບັຽໄດ້.

ຕໍ່ກັບແຈ້ງການ ທີ່ທາງການລາວ ສັ່ງຫ້າມໂຄສະນາ ຂາຍເຄື່ອງດື່ມ ທີ່ມີທາດເຫຼົ້າ ແລະເຄື່ອງດື່ມ ມຶນເມົາທຸກປະເພດນັ້ນ ຂ່າວສື່ສັງຄົມ ອອນລາຍ ແຈ້ງວ່າ ຍ້ອນຄໍາສັ່ງຫ້າມ ໂຄສະນາຂາຍເບັຽ, ປັດຈຸບັນ ສາວເບັຽ ຫຼາຍກວ່າພັນຄົນ ໃນທົ່ວປະເທດລາວ ວ່າງງານ, ສະເພາະ ບໍຣິສັດ ເບັຽລາວ ມີສາວເບັຽ ບໍ່ມີວຽກເຮັດງານທໍາ ເຖິງ 800 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org