ທາງການສັ່ງຢຸດໂຮງງານ ປ່ອຍ ມົລພິດ

ໄມຊູລີ
2017.10.17
f-electronic-waste ຊິ້ນສ່ວນເສດເຫຼືອ ຂອງຄອມພິວເຕີ້ ແລະ ເຄື່ອງອິເຫຼັກໂຕຣນິກຕ່າງໆ ໃນໂຮງງານຂອງຈີນ ແຫ່ງນຶ່ງຢູ່ນະຄອນຫຼວງວຽງຈັນ ທີ່ນໍາມາ ລະລາຍ ເພື່ອແຍກເອົາແຮ່ທາດ ທີ່ມີຣາຄາ, ເມື່ອກາງເດືອນຕຸລາ 2016 ທາງການໄດ້ສັ່ງໃຫ້ ໂຮງງານນີ້ຢຸດດໍາເນີນ ກິຈການ ຍ້ອນ ປ່ອຍຄັວນພິດ ອອກສູ່ໝູ່ບ້ານ
Photo: RFA

ທາງການລາວສັ່ງໂຈະ ໂຮງງານຫຼອມຫມໍ້ໄຟ ແລະໂຮງງານ ປະກອບຊິ້ນສ່ວນ ເອເຫຼັກໂຕຣນິກ ທີ່ບໍ່ໄດ້ມາຕຖານ 19 ແຫ່ງ ໃນທົ່ວປະເທດ ໃນນັ້ນມີໂຮງງານ ຫຼອມຫມໍ້ໄຟ ທີ່ຕັ້ງຢູ່ ເຂດນິຄົມອຸດສາຫະກັມ ວຽງຈັນ ໂນນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ເປິດມາໄດ້ 2 ປີແລ້ວ ແຕ່ຍັງບໍ່ແກ້ໄຂບັນຫາ ຣະບົບນໍ້າເສັຽໄດ້ເທື່ອ ແລະຍັງປ່ອຍຄັວນອາຍພິດ ກະຈາຍໄປທັ່ວ ບໍຣິເວນ ສົ່ງຜົນກະທົບ ຕໍ່ ປະຊາຊົນ ທີ່ຢູ່ອາສັຍ ໃນຮອບໆ ນິຄົມອຸດສຫະກັມ. ດັ່ງເຈົ້າໜ້າທີ່ ກະຊວງອຸດສຫະກັມ ແລະ ການຄ້າ ທ່ານໜຶ່ງ ກ່າວໃນມື້ວັນທີ່ 16 ຕູລາ ນີ້ວ່າ:

“ໂອ້ ໂຮງງານທີ່ສັ່ງໂຈະ ມີໂຮງງານຂອງຈີນ ມັນມີຫຼາຍໂຮງງານ ທີ່ເຮັດທຸຣະກິດແບບນີ້ຫັ້ນນະ ສັ່ງໂຈະຊົ່ວຄາວມັນມີ 19 ແຫ່ງປະມານ ນີ້ແຫລະ ມັນຍັງບໍ່ມີມາຕຖານ ມັນເດ້ເຣື້ອງ ສີ່ງແວດລ້ອມ ນີ້ແຫລະສ່ວນໃຫ່ຍ ທີ່ມັນຮົ່ວຊຶມ ຖືກ ຂອງຊາວບ້ານ ຂອງເຂົາເຈົ້າ ອອກຈາກ ໂຮງງານ ຖ້າໂຮງງານ ໃຊ້ນໍ້າເສັຍ”.

ທ່ານກ່າວຕື່ມວ່າ ໂຮງງານຫລອມຫມໍ້ໄຟ ໃນນິຄົມອຸດສຫະກັມ ວຽງຈັນໂນນທອງ ບໍ່ສາມາດແກ້ໄຂບັນຫາ ຣະບົບນໍ້າເສັຍໄດ້ ເຮັດໃຫ້ນໍ້າ ເສັຍພາຍ ໃນໂຮງງານ ໄຫລຊືມລົງພື້ນດິນ ເຮັດໃຫ້ຕົ້ນໄມ້ຕາຍ, ປາທີ່ອາສັຍ ຢູ່ຕາມຄອງຕາຍ ແລະລອຍໄປຢູ່ ບ່ອນໃໝ່, ນໍ້າກິນນໍ້າໃຊ້ ກໍມີນໍ້າເສັຍ ຈາກໂຮງງານ ປົນເປື້ອນ ກະທົບ ຕໍ່ປະຊາຊົນ ບ້ານໂຄກສະອາດ, ບ້ານໄຊສົມບູນ, ແລະຫົວຊຽງ ທີ່ຢູ່ອ້ອມແອ້ມເຂດນິຄົມ ອຸດສາຫະກັມ ນະຄອນຫຼວງວຽງຈັນ ຈຶ່ງຕ້ອງສັ່ງໂຈະ ຊົ່ວຄາວຈົນກ່ວາ ທາງໂຮງງານຈະ ປັບປຸງ ຣະບົບນໍ້າເສັຍ ແລະສິ່ງແວດລ້ອມໃຫ້ ໄດ້ຕາມມາຕຖານ ຂອງທາງການລາວ ຈຶ່ງຈະເປິດໂຮງງານໄດ້ອີກ:

“ສະເພາະເຣື້ອງນໍ້າເສັຍ ເຮົາກໍມີມາຕການ ໃນການຄຸ້ມຄອງ ກໍຄື ຖ້າໂຮງງານໃດ ສົ່ງຜົນກະທົບຕໍ່ສັງຄົມ ແລະ ເຣື້ອງສີ່ງແວດລ້ອມ ເຮົາກໍ ໃຫ້ເຂົາປັບປຸງ ເອີ້ນມາເຕືອນ ຫຼືວ່າ ໃຫ້ເຂົາປັປປຸງ ເພາະວ່າເຂົາ ປັບປຸງຫລືບໍ່ປັບປຸງ ແລ້ວເປັນຫຍັງ ຈີ່ງຮ້ອງຟ້ອງ ມາອີກທີ່ວ່າບໍ່ໄດ້ມາຕ ຕະຖານ ເຮົາກໍຈະໃຫ້ເຂົາຢຸດຊົ່ວຄາວ ໃຫ້ປັບປຸງໃໝ່”.

ເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ໄປວ່າສໍາລັບ ໂຮງງານອຸດສາຫະກັມ ທີ່ບໍ່ໄດ້ມີການບໍາບັດນໍ້າເສັຍ ຈະໄດ້ຮັບການກວດສອບ ຈາກເຈົ້າໜ້າທີ່ສະພາ ການຄ້າແຫ່ງ ສປປລາວ ຖ້າພົບວ່າໂຮງງານໃດ ບໍ່ໄດ້ມາຕຖານ ຈະໄດ້ຮັບການແຈ້ງເຕືອນເທື່ອທໍາອິດ ຖ້າເທື່ອທີ່ສອງ ຍັງບໍ່ໄດ້ມາຕຖານ ອີກກໍຈະສັ່ງໃຫ້ ຢຸດການດໍາເນີນ ກິຈການ ຊົ່ວຄາວ ຫລືບໍ່ກໍສັ່ງໃຫ້ປິດ ຢ່າງຖາວອນ.

ປັຈຈຸບັນ ສະພາການຄ້າ ສປປລາວ ໄດ້ຮັບງົບປະມານ 2.5 ລ້ານ ດອນລ່າ ສະຫະຣັຖ ຈາກຣັຖບານ ເພື່ອລົງກວດກາໂຮງງານ ໃນນິຄົມ ອຸດສາຫະກັມ ໃນນະຄອນຫລວງວຽງຈັນ ທັງໝົດ 2,430 ແຫ່ງ ໃນຣະຍະ 3 ປີ ເຣີ້ມແຕ່ປາຍປີ 2014 ມາ ແລະໄດ້ ພົບເຫັນໂຮງງານ ອຸດສາຫະກັມ ທີ່ຍັງປ່ອຍນໍ້າເສັຍ ແລະ ຣະບົບການບໍາບັດນໍ້າເສັຍ ບໍ່ໄດ້ມາຕຖານ ຫລາຍໂຮງງານ ຈຶ່ງໄດ້ສັ່ງໂຈະໄປແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.