ຜູ້້ເຄາະຮ້າຍເຂື່ອນແຕກ ຈະໄດ້ ເງິນແຮຖົງ
2018.09.06
ທາງການລາວມີແຜນຈະຈ່າຍເງິນແຮຖົງຈຳນວນ 1 ແສນກີບຕໍ່ຄົນຕໍ່ເດືອນ ໃຫ້ກັບປະຊາຊົນທັງໝົດ 6 ບ້ານ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື ທີ່ໄດ້ຮັບຜົລກະທົບຮ້າຍແຮງ ແລະ ເສັຍຫາຍຢ່າງໜັກ ຈາກເຫດສັນເຂື່ອນ D ຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກ ເຣີ້ມຕັ້ງແຕ່ເດືອນກັນຍາ ເປັນຕົ້ນໄປ. ດັ່ງທ່ານ ຮອງເຈົ້າແຂວງອັດຕະປື ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 06 ກັນຍາ ວ່າ:
"ຕົວນີ້ພວກເຮົາຍັງບໍ່ທັນເອກະພາບກັນມີແຕ່ວ່າ ຂໍ້ຕົກລົງນີ້ຫາກໍ່ອອກມື້ວານນີ້ເນາະ ກາວ່າສິໄດ້ຈ່າຍໃນເດືອນ 9 ນີ້ເນາະ ການຈ່າຍ ເບື້ອງຕົ້ນ ເພື່ອປະຊາຊົນສິໄດ້ຊື້ຢູ່ຊື້ກິນ ຫັ້ນນ່າ ກໍ່ໃນຈຳນວນ 6 ບ້ານ ທີ່ຖືກຜົລກະທົບນີ້ແຫລະ."
ທ່ານກ່າວຕື່ມວ່າກອງປະຊຸມ ເຈົ້າແຂວງອັດຕະປື ສະບັບວັນທີ 5 ກັນຍາ 2018 ວ່າດ້ວຍການອະນຸມັດຈ່າຍເງີນແຮຖົງ ໃຫ້ປະຊາຊົນ ຜູ້ປະສົບພັຍ ຈຳນວນ 6 ບ້ານຄື ບ້ານຫີນລາດ, ບ້ານໃໝ່, ບ້ານ ທ່າແສງຈັນ, ບ້ານຕະມອງ, ບ້ານ ທ່າຫີນ ແລະ ບ້ານແພງ ໂດຍ ງົບປະມານ ໃນການເບີກຈ່າຍຄັ້ງນີ້ແມ່ນ ຈະນຳໃຊ້ເງິນທີ່ໄດ້ຮັບການບໍຣິຈາກ ຂອງສັງຄົມ ຜ່ານແຂວງ ອັດຕະປື ກ່ອນໃນເບື້ອງຕົ້ນ.
ທາງການລາວ ຈະເຣີ້ມການເບີກຈ່າຍເງິນແຮຖົງ ໃຫ້ຜູ້ປະສົບພັຍ ພາຍໃນເດືອນກັນຍາ ນີ້ ເປັນທຳອິດ ແລະ ຈະດຳເນີນໄປທຸກເດືອນ ຈົນກ່ວາ ຈະມີຄຳສັ່ງປ່ຽນແປງຈາກ ສູນກາງ
ທ່ານ ເລັດໄຊຍະພອນ ເຈົ້າແຂວງ ອັດຕະປື ກ່າວວ່າ ເງິນຈຳນວນ 1 ແສນກີບນີ້ ຈະເປັນພຽງເງິນແຮຖົງ ສຳລັບຜູ້ປະສົບພັຍ ເພື່ອໃຫ້ ເຂົ້າເຈົ້າໄດ້ໃຊ້ສອຍ ຊື້ສີ່ງຂອງທີ່ຈຳເປັນຕ່າງໆ ນອກຈາກການຊ່ອຍເຫລືອ ຂອງຣັຖບານ ແລະ ການຊ່ອຍເຫລືອ ຂອງຣັຖບານຍັງຈະ ສືບຕໍ່ ດຳເນີນໄປຢ່າງເປັນປົກກະຕິ.
ສ່ວນປະຊາຊົນຜູ້ປະສົບພັຍບ້ານອື່ນໆ ທີ່ໄດ້ຮັບຜົລກະທົບບໍ່ໜັກຫລາຍ ທາງການຍັງບໍ່ມີແຜນທີ່ ຈະຈ່າຍເງິນແຮຖົງໃຫ້ ເນື່ອງຈາກເຂົາເຈົ້າ ຍັງມີຢູ່ມີກິນ ບໍ່ລຳບາກຫລາຍ ແຕ່ຖ້າຄອບຄົວໃດ ບໍ່ມີເງິນຊື້ສິ່ງຂອງທີ່ຈຳເປັນ ເຂົ້າສານແລະອາຫານ ກໍ່ສາມາດຂໍຈາກເຈົ້າໜ້າທີ່ ປະຈຳ ສູນຊົ່ວຄາວໄດ້.