ເຈົ້າໜ້າທີ່ທ້ອງຖິ່ນບໍ່ມີ ສິດ ໃນເຂດ ເສຖກິດພິເສດ
ເຈົ້າໜ້າທີ່ລາວ ບໍ່ສາມາດ ເຂົ້າໄປກວດລ້າງ ການຄ້າສັດປ່າ ໃນເຂດ ເສຖກິດພິເສດ ໄດ້.
-
ສຸພັດຕາ
2018-02-22 -
-
-
Your browser doesn’t support HTML5 audio
ທາງການລາວ ມີຂໍ້ຫຍຸ້ງຍາກ ໃນການເຂົ້າໄປກວດກາ ສັດປ່າ ໃນເຂດເສຖກິດພິເສດ ສາມຫຼ່ຽມຄໍາ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ດັ່ງ ເຈົ້າໜ້າທີ່ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກຸມພາ ນີ້ວ່າ:
“ເພາະວ່າ ມັນເປັນເຂດເສຖກິດພິເສດ ຢູ່ຫັ້ນນະ ມັນຕ້ອງລະອຽດອ່ອນໜ້ອຍນຶ່ງ ເຮົາຕ້ອງໄດ້ຂໍອະນຸຍາດ ພາກຣັຖ ຫຼື ເຂດດັ່ງກ່າວ ຕື່ມ ໃນການເຂົ້າໄປ ບໍ່ທັນໃຫ້ ຄໍາຕອບເທື່ອ ເດີ້ ວ່າມັນຫຼືບໍ່ມີນີ້ ເພາະທີ່ຜ່ານມາ ເຮົາເຂົ້າກໍຍາກຢູ່ ກໍຄືວ່າແຫລະ ແລະບາດນີ້ ມັນຍັງເຫັນ ບໍ່ຊັດເຈນ ຫັ້ນນະ ວ່າມັນມີແທ້ຈິງຫຼືບໍ ຫຼືວ່າແນວໃດ ມັນກໍຈັ່ງຊິ້ແຫລະ ມີຜູ້ໃຫ້ຂໍ້ມູນ ມັນມີຫລາຍ ແຕ່ເຮົາບໍ່ພົບພໍ້ ຫັ້ນນະ.“
ທ່ານວ່າ, ເຖິງແມ່ນວ່າລາວ ຈະມີກົດໝາຍ ຄຸ້ມຄອງສັດປ່າ ແຕ່ການບັງຄັບໃຊ້ກົດຫມາຍດັ່ງກ່າວ ຍັງບໍ່ເຂັ້ມງວດ ໂດຍສະເພາະໃນເຂດ ເສຖກິດພິເສດ ສາມຫຼ່ຽມຄໍາ.
ແຕ່ເມື່ອປີ 2015 ຫຼັງຈາກອົງການສືບສວນສິ່ງແວດລ້ອມ ຫຼື EIA ອອກຣາຍງານວ່າ ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ເປັນສູນການຄ້າ ສັດປ່າ, ເຈົ້າໜ້າທີ່ລາວ ກໍໄດ້ເຂົ້າໄປ ກວດລ້າງ ແລະໄດ້ຖ່າຍທອດ ອອກທາງໂທຣະທັສ ແຫ່ງຊາດລາວເປັນຢ່າງດີ. ຍ້ອນການບັງຄັບ ໃຊ້ກົດໝາຍບໍ່ເຂັ້ມງວດ ເຈົ້າໜ້າທີ່ຣັຖບານບາງຄົນ ສວຍໂອກາດ ສົມຮູ້ຮ່ວມຄິດກັບນາຍທຶນ ເພື່ອລັກລອບຄ້າຂາຍສັດປ່າ ຜິດກົດຫມາຍ ໂດຍສະເພາະ ໃນເຂດເສຖກິດພິເສດ ສາມຫລ່ຽມຄໍາ, ດັ່ງເຈົ້າໜ້າທີ່ ມູລນິທິສັດປ່າໂລກ ຫຼື WWF ປະຈໍາ ສປປ ລາວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 21 ກຸມພາ ນີ້ວ່າ:
“ເຮົາບໍ່ສາມາດ ເຣື້ອງຂໍ້ກໍາຈັດຂອງການເຮັດ Law Enforcement ຢູ່ໃນບ້ານເຮົາກໍຄືວ່າ ຄັນຢູ່ໃນເຂດ ຕົວຢ່າງ ເປັນເຂດ ເສຖກິດພິເສດ ເນາະ Economic Zone ຫັ້ນແຫລະເນາະ ບາດນີ້ມັນກໍສິເປັນ ຂໍ້ກໍາຈັດໃຫ້ ເຈົ້າໜ້າທີ່ເນາະ ກ້າວກ່າຍໃນພື້ນທີ່ ດັ່ງກ່າວ ມັນກໍເປັນ ຊ່ອງວ່າງນຶ່ງ ທີ່ເຮັດໃຫ້ ການຂົນສົ່ງ ການລັກລອບ ຂົນສົ່ງຕ່າງໆ ທີ່ຍັງສາມາດເຮັດໄດ້ຢູ່.”
ທ່ານກ່າວຕື່ມວ່າ ໃນຖານະເປັນອົງການຮັກສາສັດປ່າ WWF ກໍຢາກໃຫ້ມີການບັງຄັບໃຊ້ກົດໝາຍ ຄຸ້ມຄອງສັດປ່າ ໃນລາວ ຢ່າງເຂັ້ມງວດ ເພື່ອໃຫ້ການຄ້າສັດປ່ານັ້ນ ຫລຸດໜ້ອຍລົງ.