ທາງການຍັງປິດຊາຍແດນ ລາວ-ໄທ

ມະນີຈັນ
2020.05.04
f-workers ສ່ວນນຶ່ງຂອງ ປະຊາຊົນລາວ ທີ່ ອອກໄປເຮັດວຽກ ຢູ່ ປະເທດໄທ
RFA/PN

ຄົນງານລາວຢູ່ໄທ ທີ່ບໍ່ມີວຽກເຮັດງານທໍາ ຮູ້ສຶກຜິດຫວັງເສັຽໃຈ ທີ່ບໍ່ສາມາດກັບຄືນບ້ານໄດ້ ເນື່ອງຈາກຣັຖບານລາວ ຍັງບໍ່ອະນຸຍາດໃຫ້ ເປີດດ່ານຊາຍແດນລາວ-ໄທ, ຕ້ອງໄດ້ລໍຖ້າຣັຖບານລາວ ເປີດດ່ານ ແລະຟັງຄໍາສັ່ງຂອງຣັຖບານລາວ ຫລັງຈາກວັນທີ 17 ພຶສພາ ນີ້, ອີງຕາມຄໍາເວົ້າຂອງຄົນງານລາວ ຢູ່ປະເທດໄທ ຕໍ່ RFA ໃນມື້ວັນທີ 4 ພຶສພາ ນີ້:

“ແນ່ນອນແລ້ວ ຕ້ອງເສັຽໃຈ ສ່ວນຫລາຍກະໄດ້ແຕ່ຈົ່ມຫັ້ນແຫລະ ກະເຮັດຫຍັງບໍ່ໄດ້. ຢາກເມືອກະເມືອບໍ່ໄດ້ ວຽກກະບໍ່ໄດ້ເຮັດ. ນອນຢູ່ ຊື່ໆຫັ້ນແຫລ້ວ ຢູ່ນີ໋ເຂົາກະບໍ່ໄດ້ໄລ່ຫຼຸດຄ່າຫ້ອງຄ່າໄຟ ໜັກແຮງຂຶ້ນເດ໊ ສ່ວນຫລາຍກໍຢາກລໍຫັ້ນແຫລະ ສ່ວນຫລາຍກໍຢາກລໍຫັ້ນແຫລະ ເຮັດຫຍັງບໍ່ໄດ້.”

ແລະຄົນງານລາວອີກຜູ້ນຶ່ງ ກໍເວົ້າວ່າ ພວກທີ່ຍັງຕົກຄ້າງ ບາງຄົນກໍໄດ້ກັບຄືນໄປເຮັດວຽກ ຢູ່ບ່ອນເກົ່າ, ບາງຄົນກໍບໍ່ໄດ້ເຮັດວຽກ, ກໍອາສັຍ ເງິນທີ່ທ້ອນອອມໄວ້ ແລະເງິນຈາກສວັດດິການສັງຄົມທີ່ຣັຖບານ ໄທຊ່ອຍອຸດໜູນ ແຕ່ບໍ່ໄດ້ຫຼາຍ ເພາະບໍ່ໄດ້ຈ່າຍຄ່ານໍ້າຄ່າໄຟຄ່າເຊົ່າຫ້ອງ ແຕ່ກໍຕ້ອງລໍຟັງຄໍາສັ່ງ ຂອງທາຣັຖບານໄທ ແລະຣັຖບານລາວວ່າ ຈະເປີດດ່ານຊາຍແດນມື້ໃດ:

“ເສັຽໃຈຫັ້ນແຫລະ ລາງຄົນກໍຢາກຈະກັບບ້ານ ຢ່າງໜ້ອຍໆຢູ່ບ້ານກະມີເຂົ້າໃຫ້ກິນ ມີເຮືອນໃຫ້ຢູ່. ຢູ່ນີ໋ບາດມັນຕ້ອງໄດ້ເສັຽຄ່າຫ້ອງຄ່າຫຍັງ ຕ້ອງຊື້ກິນທຸກມື້ ມັນກໍຢາກເມືອບ້ານ ສ່ວນຫລາຍຫັ້ນ. ສົມມຸດວ່າ ຄົນບໍ່ມີເງິນເກັບ ມັນກະຍາກ ຕ້ອງຢາກໃຫ້ດ່ານເປີດ.”

ຕາມຣາຍງານຂ່າວ ໄທຣັຖ ອອນລາຍ ວັນທີ 4 ພຶສພາ ນີ້, ມີຄົນງານລາວ 11 ຄົນເໝົາຣົດມາຈາກບາງກອກ ຕິດຄ້າງຢູ່ດ່ານຊາຍແດນ ບ້ານນາກະຊັງ ແຂວງເລີຍ ປະເທດໄທ, ກັບປະເທດບໍ່ໄດ້ຍ້ອນວ່າ ໃນຂນະນີ້ ຕໍາຣວດກວດຄົນເຂົ້າເມືອງ ແຂວງເລີຍ ກໍາລັງປຶກສາຫາຣື ກັບທາງການລາວ ເພື່ອເປີດດ່ານຊາຍແດນ ໃຫ້ຄົນງານລາວກັບຄືນປະເທດ.

ສໍາລັບຄົນງານລາວ 11 ຄົນນີ້ດ່ານກວດຄົນເຂົ້າເມືອງ ທ່າລີ ຢືນຢັນວ່າ ຍັງບໍ່ສາມາດໃຫ້ເດີນທາງ ຂ້າມຊາຍແດນໄປໄດ້ ເນື່ອງຈາກ ສປປລາວ ຍັງປິດດ່ານຢູ່ ຈະຕ້ອງໃຫ້ທາງການແຂວງເລີຍ ແລະ ແຂວງ ໄຊຍະບູຣີ ເຈຣະຈາກັນກ່ອນ. ໃນຂນະນີ້ຍັງບໍ່ມີການກວດ ອາການ ຂອງຄົນກຸ່ມນີ້ເທື່ອ ແຕ່ຄາດວ່າຈະມີ ເຈົ້າໜ້າທີ່ສາທາຣະນະສຸກ ມາກວດໃນຕອນບ່າຍ ແລະຍັງບໍ່ມີໜ່ວຍງານໃດ ໃຫ້ຄວາມ ຊ່ອຍເຫລືອ.

ໃນຈໍານວນ 11 ຄົນນັ້ນ ສ່ວນໃຫຍ່ເປັນຄົນເມືອງບໍ່ແຕນ ແຂວງໄຊຍະບູລີ. ພວກເຂົາເຈົ້າເວົ້າວ່າ ຈະລໍຖ້າຢູ່ດ່ານນີ້ ຈົນກວ່າວ່າຈະໄດ້ ເດີນທາງກັບບ້ານ ແລະວ່າ ພວກຕົນຕົກງານ ບໍ່ມີເງິນ ແລະບໍ່ຕ້ອງການ ເດີນທາງ ໄປລໍຖ້າຂ້າມຊາຍແດນ ບ່ອນອື່ນ ຍ້ອນຈະໄດ້ເສັຽ ຄ່າໃຊ້ຈ່າຍສູງ ເພາະຢູ່ໄກບ້ານຂອງພວກຕົນ.

ຢູ່ທີ່ແຂວງຫລວງນໍ້າທາ ເຈົ້າໜ້າທີ່ດ່ານຊາຍແດນລາວ-ໄທ ກ່າວວ່າ ຍັງບໍ່ທັນໄດ້ເປີດດ່ານໃຫ້ຄົນເຂົ້າ-ອອກ ຍ້ອນຍັງມີຄວາມສ່ຽງຕໍ່ ການຣະບາດຂອງເຊື້ອພຍາດ ໂຄວິດ-19 ຢູ່, ຕ້ອງໄດ້ລໍຖ້າທາງຣັຖບານ ອອກແຈ້ງການ ຫລັງວັນທີ 17 ພຶສພາ ນີ້ກ່ອນ:

“ເຣື່ອງດ່ານນີ໊ ເຮົາຍັງບໍ່ເປີດເດ໊ ເຮົາຍັງຮັກສາຄືເກົ່າ ເຮົາມາເບິ່ງເນາະ ຢູ່ລາວ ເຮົານີ໊ບໍ່ມີກໍຣະນີໃໝ່ເພີ່ມ ແຕ່ວ່າມັນຍັງມີຢູ່. ໄທມັນຍັງມີ ຢູ່ສິນ່າ ສິນະເນາະ ຢູ່ລາວເຮົານີ໊ ບໍ່ມີກໍຣະນີໃໝ່ເພີ່ມ ແຕ່ວ່າຈີນມັນຍັງມີຢູ່ ໄທມັນຍັງມີຢູ່ສິນ່າ ເຮົາຍັງເປີດບໍ່ໄດ້ ແລ້ວຜູ້ຕິດເຊື້ອເຂົ້າມາ ມັນແຮງຮ້າຍ ອີງຕາມແຈ້ງການຂອງ ນາຍົກເປັນແຕ່ລະໄລຍະ.”

ສ່ວນວ່າຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ປະຈໍາດ່ານກ່າວວ່າ ປັດຈຸບັນ ໃຫ້ແຕ່ຣົດຂົນສົ່ງສິນຄ້າເທົ່ານັ້ນ ເຂົ້າ-ອອກ ບໍ່ໃຫ້ຄົນຜ່ານເພື່ອ ປ້ອງກັນເຊື້ອພຍາດໂຄວິດ-19, ມີເຈົ້າໜ້າທີ່ສາທາຣະນະສຸກ ກວດກາ ຄົນຂັບຣົດເຂົ້າ-ອອກ ທຸກມື້, ຕ້ອງໄດ້ລໍຄໍາສັ່ງຈາກ ຣັຖບານວ່າ ຈະເປີດໃຫ້ຄົນຜ່ານດ່ານໄດ້ມື້ໃດ:

“ເຮົາບໍ່ເປີດດ່ານນີ໊ ແມ່ນເຂົ້າບໍ່ໄດ້ເດັດຂາດເລີຍ. ຣົດສິນຄ້າທີ່ເປັນສິນຄ່າຍອຍ ນີ໊ເຂົ້າມາໄດ້ ເພິ່ນສິຂ້າເຊື້ອທາງໃນຣົດ ແລ້ວພວກຂ້ອຍ ຈະຂ້າເຊື້ອ ຢູ່ທາງນອກ ແລ້ວກໍມີໂຊເຟີຢູ່ທາງລາວນີ໋ ໄປຮັບອອກມາ.”  

ກ່ຽວກັບເຣຶ່ອງນີ້ ຊາວລາວທ່ານນຶ່ງ ເວົ້າວ່າການທີ່ຣັຖບານ ຍັງບໍ່ເປີດດ່ານສາກົລ ເປັນເຣື່ອງດີຍ້ອນຢູ່ຕ່າງປະເທດ ໂດຍສະເພາະ ໄທ ຈີນ ທີ່ຢູ່ໃກ້ຄຽງກັບລາວ ຍັງມີເຊື້ອພຍາດໂຄວິດ-19 ຣະບາດຢູ່, ມີຄວາມສ່ຽງທີ່ເຊື້ອ ພຍາດນີ້ ຈະຣະບາດເຂົ້າມາລາວ ແລະຕ້ອງໄດ້ປິດເມືອງ ເຖິງແມ່ນວ່າຢູ່ລາວ ບໍ່ມີຜູ້ຕິດເຊື້ອເພີ່ມກໍຕາມ:

“ການເປີດດ່ານກະມີຄວາມສ່ຽງ ເພາະວ່າໄທ ຍັງມີເຊື້ອຢູ່. ຈີນເອງກໍຍັງມີ ເຮົາກະບໍ່ຮູ້ວ່າເພິ່ນພົວພັນ ກັບໃຜແດ່ ສ່ຽງຫລາຍແລ້ວເພາະບໍ່ ຢາກໃຫ້ເສຖກິດ ເສັຽຫາຍຫລາຍກວ່ານີ້ ຕ້ອງໄດ້ປິດປະເທດ ລ້ອກດາວ ອີກບັດນີ້.”

ແຕ່ເຖິງຢ່າງໃດກໍຕາມ ທາງການລາວກໍໄດ້ຜ່ອນຜັນ ບາງມາຕການຢູ່ພາຍໃນປະເທດ ແຕ່ຍັງບໍ່ທັນໃຫ້ເປີດດ່ານສາກົລ ເພື່ອປ້ອງກັນເຊື້ອ ພຍາດໂຄວິດ-19  ຍ້ອນຍັງມີຄວາມສ່ຽງຢູ່ຫລາຍ ແລະຫລັງຈາກວັນທີ 17 ພຶສພາ ນີ້ທາງການລາວຈະມີການແຈ້ງການ ອອກມາອີກ ເທື່ອນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.