ເສຖກິດພິເສດບໍ່ເຕັນ ບໍ່ຮ່ວມມື ທາງການ ເທົ່າທີ່ຄວນ
2019.10.11
ບໍຣິສັດຈີນ ທີ່ເປັນເຈົ້າຂອງ ເຂດເສຖກິດພິເສດ ບໍ່ເຕັນ ແຂວງຫລວງນ້ຳທາ ເຂັ້ມງວດ ເຮັດໃຫ້ເຈົ້າໜ້າທີ່ ທາງການລາວ ບໍ່ສາມາດເຂົ້າໄປ ກວດກາໃນເຂດເສຖກິດນັ້ນໄດ້ງ່າຍເທົ່າທີ່ຄວນ, ແມ່ນແຕ່ຈະຂໍຂໍ້ມູນກ່ຽວກັບ ການລົງທຶນໃນແຕ່ລະປີ ກໍຍັງຍາກ, ຕາມຄໍາເວົ້າ ຂອງເຈົ້າ ໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງຫລວງນ້ຳທາ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ຕຸລາ ນີ້:
"ສ່ວນຫຼາຍຜູ້ພັທນາ ຢາກປະຕິເສດວ່າ ເຂົາບໍ່ຢາກເຮັດວຽກຮ່ວມເຮົາ ບໍ່ຢາກໃຫ້ຂໍ້ມູນເຮົາຫັ້ນນະ ສິ່ງສຳຄັນລະແມ່ນ ເຈົ້າເຮັດຫຍັງ ຈະລົງ ທຶນແນວໃດ ກໍແມ່ນຜູ້ພັທນາເປັນຜູ້ຮັບຮອງ, ເຮົາເປັນຜູ້ມີແຕ່ເຮັດເອກກະສານ ໃຫ້ມັນຖືກຕ້ອງຊື່ໆ."
ທ່ານເວົ້າວ່າ ເຈົ້າໜ້າທີ່ທາງການລາວ ມີໜ້າທີ່ພຽງແຕ່ເຮັດເອກກະສານ ໃຫ້ບໍຣິສັດທີ່ຈະເຂົ້າມາສຳຣວດ ເພື່ອລົງທຶນໃນເຂດເສຖກິດພິເສດ ບໍ່ເຕັນ ເທົ່ານັ້ນ. ແຕ່ບໍ່ມີສິດເຂົ້າໄປກວດກາ ແລະເອົາຂໍ້ມູນໃດໆອອກມາເຜີຍແພ່ ໃຫ້ສື່ມວນຊົນໄດ້ ຫາກບໍ່ໄດ້ ຮັບອະນຸຍາດຈາກ ທາງ ບໍຣິສັດທີ່ເປັນເຈົ້າຂອງ ເຂດເສຖກິດພິເສດນັ້ນກ່ອນ.
ປັດຈຸບັນ ມີນັກທຸຣະກິດ ພາຍໃນແລະຕ່າງປະເທດ ທີ່ບໍ່ແມ່ນຄົນຈີນເຂົ້າມາລົງທຶນ ໃນເຂດເສຖກິດນັ້ນບໍ່ເຖິງ 10% ໃນຂນະທີ່ຣັຖບານລາວ ພຍາຍາມປັບປຸງກົດໝາຍ ຊຶ່ງຈະຫຼຸດ ພາສີ-ອາກອນລົງ 50% ເປັນເວລາ 5 ປີຫາ 10 ປີໃຫ້ບໍຣິສັດ ທີ່ຈະເຂົ້າມາລົງທຶນ ແຕ່ການລົງທຶນ ນັ້ນກໍຍັງບໍ່ເພິ່ມຂຶ້ນ.
ບໍຣິສັດທີ່ຕ້ອງການມາສຳຣວດລົງທຶນ ໃນເຂດເສຖກິດແຫ່ງນີ້ ຕ້ອງໄດ້ເຮັດໜັງສືເຖິງເຈົ້າຂອງ ເຂດເສຖກິດນັ້ນກ່ອນ ດັ່ງທີ່ທ່ານ ກ່າວວ່າ:
"ຄັນບໍ່ລາຍລັກອັກສອນເຂົ້າໄປ ຂະເຈົ້າບໍ່ຕ້ອນຮັບ ໃນການເຮັດວຽກຮ່ວມນຳ ປານໃດຫັ້ນໜ່າ ກໍມີຢູ່ນັກລົງທຶນ ພາຍໃນ ແລະຕ່າງປະເທດ ຂະເຈົ້າ ກໍລົງມາ ເຂົາມາສຳຣວດ ເຂົາກໍເບິ່ງ ສ່ວນຫລາຍແມ່ນຄົນຈີນ."
ແຕ່ເຖິງຢ່າງໃດກໍຕາມ ເວົ້າເຖິງເຂດເສຖກິດພິເສດ ບໍ່ເຕັນແດນງາມ ເມື່ອເດືອນກໍຣະກະດາ ຜ່ານມາ ທາງແຂວງຫລວງນ້ຳທາ ກໍໄດ້ກວດ ຢຶດປ້າຍຣົດ ປອມ 149 ຄັນ ທີ່ມີທັງປ້າຍຣົດຣັຖ ແລະ ປ້າຍຣົດວິສາຫະກິດ ຊຶ່ງຊາວຈີນເປັນເຈົ້າຂອງ.
ນອກຈາກນັ້ນ ກໍຍັງກວດພົບເອກກະສານປອມ ການເສັຍພາສີ ເພື່ອຫລີກລ້ຽງ ການເສັຍພາສີຣົດນຳດ້ວຍ.
ເຂດເສຖກິດພິເສດ ທີ່ບໍຣິສັດຈີນ ສຳປະທານຈາກຣັຖບານ ສປປລາວ ແຫ່ງນີ້ ມີກຳນົດ 50 ປີ ໃນເນື້ອທີ່ 1,640 ເຮັກຕາ, ມູນຄ່າ ການລົງທຶນ 500 ລ້ານ ໂດລາ ສະຫະຣັຖ ຊຶ່ງໄດ້ເລິ່ມພັທນາມາຕັ້ງ ແຕ່ປີ 2003.