ໂຄງການເຂື່ອນນໍ້າອູ 7 ຂາດ ງົບປະມານ
2019.01.08
ປະຊາຊົນ 2 ບ້ານຢູ່ເມືອງ ແລະແຂວງຜົ້ງສາລີ ທີ່ໄດ້ຮັບຜົນກທົບ ຈາກເຂື່ອນນໍ້າອູ 7 ແລະ ຕ້ອງໂຍກຍ້າຍໄປ ຢູ່ບ້ານຈັດສັນເຂື່ອນນໍ້າອູ 7 ນັ້ນ, ປັດຈຸບັນຍັງບໍ່ໄດ້ໂຍກຍ້າຍເທື່ອ ຍ້ອນວ່າ ຄນະຈັດສັນເຂື່ອນດັ່ງກ່າວ ຈັດສັນງົບປະມານ ການໂຍກຍ້າຍບໍ່ທັນ ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ ເມືອງຜົ້ງສາລີ ທີ່ສງວນຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 1 ມົກຣາ ຜ່ານມາ ວ່າ:
“ດຽວນີ້ ປະຊາຊົນ ເຂົາເຈົ້າຮ້ອງຂໍວ່າສິໃຫ້ໂຍກຍ້າຍ ເດືອນ 12 ວັນທີ 25 ທັນວາ ແຕ່ວ່າ ບໍຣິສັດນໍ້າອູ ເຂົາກະຕຽມງົບປະມານໂຍກຍ້າຍ ໃຫ້ບໍ່ທັນ ຈຶ່ງມີແຕ່ວ່າ ລໍຖ້າໄປ ມື້ໃດເຂົາກະຕຽມແລ້ວ ກໍຈະໂຍກຍ້າຍມື້ນັ້ນ ເນາະ!”
ທ່ານກ່າວຕື່ມວ່າ ປັດຈຸບັນປະຊາຊົນ 2 ບ້ານທີ່ຄອຍຖ້າໂຍກຍ້າຍ ແມ່ນບ້ານຕາຕຸງ ແລະບ້ານສົບກັ້ງຊຶ່ງມີ 204 ຄອບຄົວ. ຕາມທີ່ໄດ້ຕົກລົງ ກັບຄນະຈັດສັນເຂື່ອນກ່ອນໜ້ານີ້ ຊາວບ້ານຈະຕ້ອງໄດ້ຍ້າຍ ໄປບ້ານຈັດສັນ ໃນວັນທີ 25 ທັນວາ 2018 ແຕ່ກໍຖືກ ເລື່ອນໄປໃສ່ ວັນທີ 15 ເດືອນມົກຣາ ແລະວ່າ ກ່ອນໜ້ານີ້ ປະຊາຊົນ ມີຄວາມກັງວົນຫຼາຍ ກັບການຍ້າຍໄປບ່ອນໃໝ່ ຍ້ອນທັງສອງບ້ານ ເຄີຍຢູ່ພື້ນທີ່ສູງ ແຕ່ ບ້ານຈັດສັນ ເປັນເຂດທົ່ງພຽງ ແລະຫ່າງຈາກບ້ານເດີມເກືອບ 15 ຫລັກ ຈຶ່ງບໍ່ຮູ້ວ່າ ຍ້າຍໄປແລ້ວ ຈະທໍາມາຫາກິນແບບໃດ, ແຕ່ທາງການ ຮັບປາກວ່າ ຈະໃຫ້ຄ່າຊົດເຊີຍ ແລະເນື້ອທີ່ ບ່ອນທໍາມາຫາກິນ ຮວມເຖິງ ຮັບປະກັນວ່າ ຈະຊ່ອຍຫາອາຊີບໃຫ້.
ປັັດຈຸບັນຊາວບ້ານທັງ 2 ບ້ານ ຢາກໃຫ້ທາງການ ເລັ່ງຈັດສັນງົບປະມານມາຊ່ອຍ ເຣື້ອງການໂຍກຍ້າຍ ໃຫ້ທັນວັນທີ 15 ມົກກະຣາ ຕາມກໍານົດ ແລະບໍ່ຢາກໃຫ້ ຖືກເລື່ອນໄປອີກ ຍ້ອນວ່າ ນໍ້າອູ ຢູ່ເຂດເຂົາເຈົ້າຢູ່ນັ້ນ ເຣີ້ມບົກລົງແລ້ວ ຫລັງຈາກສ້າງເຂື່ອນ ຫາກເລື່ອນໄປ ອີກ ກໍຈະຍ້າຍໄປບ້ານຈັດສັນຍາກ ດັ່ງທ່ານກ່າວວ່າ:
”ທຸກມື້ນີ້ ກໍມີແຕ່ວ່າ ຊາວບ້ານກຳລັງເກັບມ້ຽນບ້ານເຮືອນ ຕຽມເຄື່ອງຄົວ ແນວນີ້ແນວນັ້ນ ເພື່ອກະຕຽມຈະຍ້າຍແລ້ວ ແລະການໂຍກຍ້າຍ ກໍຫຍຸ້ງຍາກ ຍາກທີ່ມັນບໍ່ມີເສັ້ນທາງຫລວງ ມີແຕ່ໄປທາງນໍ້າ ແລະຕອນນີ້ ນໍ້າກໍ່ໜ້ອຍແລ້ວ ນໍ້າແຫ້ງແລ້ວ ໄປມາ ຫຍຸ້ງຍາກ ຢ້ານບໍ່ມີ ບ່ອນໄປ ຊາວບ້ານຢ້ານແນວນັ້ນແຫລະ.”
ໂຄງການເຂື່ອນນໍ້າອູ 7 ເປັນເຂື່ອນໄຟຟ້າຂນາດ 210 ເມກາວັດ, ເຣີ້ມກໍ່ສ້າງ ໃນປີ 2016 ຕາມແຜນຈະເຣີ້ມຕັນນໍ້າໃນປີ 2020 ແລະ ຫາກ ໃຊ້ການໄດ້ດີກໍຈະເຣີ້ມຜລິດໄຟ ໃນປີ 2021. ອາຍຸການສັມປະທານ 29 ປີ ຜູ້ເປັນເຈົ້າຂອງໂຄງການ ແມ່ນບໍຣິສັດ ຊີໂນໄຮໂດຣ ຂອງຈີນ ຮ່ວມຫຸ້ນກັບ ຣັຖວິສາຫະກິຈໄຟຟ້າລາວ.