ການສໍ້ໂກງໃນໂຄງການ ຂອງຣັຖ

ອຸ່ນແກ້ວ ສຸກສະຫວັນ
2017.10.24
f-audit ອົງການກວດສອບແຫ່ງຣັດ ຣາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດ ໃນໂຄງການຂອງຣັຖບານ ທີ່ມີການສໍ້ໂກງຂອງກຸ່ມຄົນພາຍໃນ ວົງການພະນັກງານຣັຖກອນ ຮ່ວມກັບບໍຣິສັດ
RFA

ໃນກອງປະຊຸມສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ 8 ທີ່ໄດ້ເປີດຂຶ້ນໃນວັນ ທີ 16 ຕຸລາ ໄປຈົນເຖິງວັນທີ 17 ພຶສຈິກາ 2017 ບັນດາສະມາຊິກ ສະພາແຫ່ງຊາດ ກໍໄດ້ມີການ ອະພິປາຍກັນຢ່າງເຂັ້ມຂຸ້ນ, ການຮົ່ວໄຫລຂອງງົບປະມານ ຈຳນວນມະຫານສານ ຍ້ອນການສົມຮູ້ຮ່ວມຄິດ ຂອງກຸ່ມຄົນໃນກົງຈັກຂອງຣັຖ ແລະ ພາກທຸຣະກິດ, ດັ່ງ ຍານາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ຫລື ສສຊ ເຂດ 1 ນະຄອນຫລວງວຽງຈັນ ໄດ້ກ່າວຕອນນຶ່ງ ໃນວັນທີ 20 ຕຸລາ ວ່າ:

“ຖືວ່າ ການເສັຍຫາຍຕາມບົດລາຍງານ ແມ່ນມະຫາສານ ຖ້າວ່າເປັນແນວນີ້ ເຮົາສາມາດເວົ້າໄດ້ວ່າ ເປັນການສົມຮູ້ຮ່ວມຄິດ ລະຫວ່າງ ກຸ່ມຄົນຢູ່ໃນກົງຈັກຣັຖ ແລະພາກທຸຣະກິດ ລວມທັງຜູ້ລົງທຶນຕ່າງປະເທດ ຈັ່ງຄ່ອຍເກີດບັນຫານີ້ຂຶ້ນເນາະ ຊຶ່ງກຸ່ມຄົນເຫລົ່ານີ້ ກຸ່ມຄົນບໍ່ດີ ອັນນີ້ ຊຶ່ງຜູ້ດີກະຫລາຍເນາະ ຂ້າພະເຈົ້າເວົ້າສະເພາະ ກຸ່ມຄົນທີ່ສ້າງເຫດການ ເຫລົ່ານີ້ຂຶ້ນມານີ້ ມັນສາມາດສ້າງ ຜົນກະທົບ ອັນຮ້າຍແຮງ ຕໍສັງຄົມເສຖກິດການເມືອງ ແລະມີຜົນອັນຕະລາຍ ທີ່ສຸດຕໍ່ການສ້າງສາພັທນາ ປະເທດຊາດ. ຖ້າພວກເຮົາບໍ່ຕັດສິນ ໃນກ້າຫານສະດຸ້ງໄວ້ ແກ້ບັນຫານີ້ເນາະ".

ຖ້າກວດພົບເປົ້າໝາຍຕ້ອງສົງໃສ ຕ້ອງໃຫ້ພັກການກ່ອນ ແລະ ໃຫ້ມີການກວດກາ ຊັບສິນ ຖ້າພົບແມ່ນໃຫ້ຢຶດມາເປັນຂອງຣັຖ, ດັ່ງ ວາລີ ເວດສະພົງ ກ່າວຕື່ມອີກວ່າ:

“ຂ້າພະເຈົ້າຂໍສະເໜີ ບາງມາດຕະການຄືແນວນີ້ ໂຕທີນຶ່ງແມ່ນ ຖ້າເຮົາມີເປົ້າໝາຍສົງໃສ ແລ້ວຫັ້ນນະ ແລະ ກະອາດຈະມີ ຫລັກຖານ ຈຳນວນນຶ່ງ ທີ່ຄິດວ່າເປົ້າໝາຍ ນີ້ຜິດ ສັ່ງພັກການກ່ອນໄດ້ບໍ່ ອັນນີ້ເປັນຂໍຕັ້ງຄຳຖາມ ເພື່ອດຳເນີນການ ກວດສອບ ຈົນໃຫ ມັນຈົບເນາະ ໃນຂະນະດຽວກັນ ກໍໃຫ້ດຳເນີນ ການກວດຊັບສິນ ເພາະວ່າປັດຈຸບັນ ພວກເຮົາມີການແຈ້ງຊັບສິນເນາະອີງໃສ່ ເພາະອີງໃສ່ການແຈ້ງຊັບ ສິນລະກວດຄືນ ຖ້າເຫລືອລະຮິບຄືນຫມົດ ໂຕຢ່າງ ລວມທັງຄອບຄົວ ລວມທັງຍາດພີ່ນ້ອງ ທີ່ເຫັນວ່າມີສາຍໄຍເຖິງກັນເນາະ.”

ການປາບປາມ ແລະແກ້ໄຂບັນຫາການສໍ້ຣາດບັງຫຼວງ ທີ່ນອນຢູ່ໃນໂຄງການຕ່າງໆຂອງລາວ ຍັງມີຫລາຍ ແລະ ທາງການລາວກໍຍັງບໍ່ທັນ ເຮັດຫຍັງ ຢ່າງເປັນຮູບປະທັມ. ໃນຂະນະທີ່ ນັກວິຊາການກົດໝາຍຂອງລາວ ໃຫ້ທັສນະວ່າຖ້າພົບວ່າ ເຈົ້າໜ້າທີ່ຂອງຣັຖເຂົ້າໄປກ່ຽວຂ້ອງ ຈະຕ້ອງມີການລົງໂທດເຖິງ 3 ເທົ່າ ເພາະການໄລ່ອອກ ພຽງຢ່າງດຽວ ແມ່ນເປັນເລື້ອງ ທີ່ບໍ່ສົມຄວນ, ແລະ ທ່ານ ຍັງຮຽກຮ້ອງໃຫ້ ທ່ານ ນາຍົກເອົາໃຈ ເອົາຈັງກັບເລື້ອງນີ້ ຫລາຍຂຶ້ນ. ໃຫ້ທ່ານຟັງ ສຽງສຳພາດເບິ່ງ:

ອັນນັ້ນ ເປັນສຽງຂອງນັກວິຊການກົດໝາຍຂອງລາວ ທີ່ຕ້ອງການຢາກໃຫ້ຣັຖບານ ໂດຍສະເພາະ ນາຍົກຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ເອົາຈິງເອົາຈັງກັບເລື້ອງ ການສ້ຳຣາດບັງຫລວງ.

ນອກຈາກນີ້ ອີກບັນຫານຶ່ງທີ່ມີການເວົ້າເຖິງ ຢູ່ໃນກອງປະຊຸມສະພາ ກໍຄື ຣັຖບານຈະມີການກວດສອບ ເລື້ອງການຈ່າຍເງິນເດືອນ ໃຫ້ ພະນັກງານຜີ - ໝາຍເຖິງພະນັກງານ ຣັຖກອນ ຜູ້ທີ່ມີລາຍຊື່ ກິນເງິນເດືອນ ແຕ່ບໍ່ມີໜ້າ ມາເຮັດວຽກ.

ນາຍົກຣັຖມົນຕຼີ ທອງລຸນ ສີສຸລິດ ເຂັ້ມງວດຕໍ່ການເບີກຈ່າຍເງິນເດືອນ ໃຫ້ພະນັກງານຣັຖກອນ ແລະບໍ່ໃຫ້ຈ່າຍເງິນເດືອນ ໃຫ້ພະນັກງານ ທີ່ບໍ່ມີໜ້າມາເຮັດວຽກ ຕົວຈິງ ໂດຍອີງໃສ່ຄຳສັ່ງ ວ່າດ້ວຍການປະຢັດ ມັທຍັດ ທີ່ອອກມາ ໃນເດືອນພືສພາ ປີ 2017.

ທ່ານ ກ່າວຢ້ຳວ່າ ໃຫ້ທຸກຫົວໜ່ວຍງົບປະມານ ຂອງຣັດນຳໃຊ້ງົບປະມານ ໃນແຕ່ລະລາຍການ ໃຫ້ຢ່າງປະຢັດ ແລະ ໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ລະບຽບການ ທີ່ກໍານົດໄວ້. ຄຳສັ່ງດັ່ງກ່າວ ໃຫ້ແຕ່ລະໜ່ວຍງານ ທົ່ວປະເທດເຂັ້ມງວດ ໃນການກວດກາ ຄືນ ຈຳນວນ ພະນັກງານຣັຖກອນ ຕົວຈິງ, ການຈ່າຍເງິນອຸດໜູນ ແລະ ເງິນນະໂຍບາຍຕ່າງໆ ເປັນຕົ້ນເງິນອຸດໜູນ ເຂດຫ່າງໄກສອກຫຼີກ, ເງິນ ນະໂຍບາຍ ລູກ-ເມັຽ.

ການຮົ່ວໄຫລຂອງງົບປະມານ ຢູ່ໃນໂຄງການຕ່າງໆ ແມ່ນມີຈຳນວນມະຫາສານ ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ກວດກາຣັຖບານ ກ່ຽວກັບ ການກວດສອບ ງົບປະມານ ແລະ ຊັບສິນ ຂອງ ຣັຖສົກປີ 2013-2014 ແລະ 2014-2015.

ທ່ານ ບຸນທອງ ຈິດມະນີ ຫົວໜ້າອົງການກວດກາຣັຖບານ ໄດ້ກ່າວຕອນນຶ່ງວ່າ: ຜ່ານ ການກວດກາ ພົບເຫັນຫຼາຍກໍຣະນີ ຄືໂຄງການ ຈໍານວນຫລາຍມີ ມູນຄ່າສູງ ເມື່ອທຽບໃສ່ ຣາຄາຫົວໜ່ວຍ ທີ່ກະຊວງກ່ຽວຂ້ອງ ກໍານົດອອກ, ໂຄງການ ບໍ່ເຮັດໄປຕາມ ການອອກແບບ ມີການດັດແກ້ແບບ, ບໍຣິມາດ ແລະໜ້າວຽກ, ມີການປ່ຽນ ແປງຫລຸດລົງ ແຕ່ມູນຄ່າ ໃນສັນຍາຍັງຮັກສາ ຄືເກົ່າ. ກໍມີໂຄງການ ທີ່ບໍ່ໄດ້ ປະມູນ ແລະ ໂຄງການ ທີ່ມີການປະມູນ ແຕ່ບໍ່ຖືກຕ້ອງ ປະມານ 100 ມູນຄ່າ ປະມານ 5 ພັນ ຕື້ ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.