ຜູ້ເຄາະຮ້າຍຈາກເຂື່ອນແຕກ ລໍຖ້້າ ເງິນ ຊ່ອຍເຫຼືອ
2018.10.17

ຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື 400 ປາຍຄອບຄົວ ໃນສູນພັກ ຜູ້ປະສົບພັຍຊົ່ວຄາວ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໄດ້ຮັບເງິນຊົດເຊີຍ ລ່າຊ້າມາ 3 ສັປດາແລ້ວ ໃນນັ້ນມີຜູ້ປະສົບພັຍ ຈາກບ້ານແທ, ບ້ານໂຄກກອງໃນ ແລະບ້ານ ໂຄກກອງນອກ ຊື່ງເປັນ 3 ບ້ານໃຫຍ່ໆ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ທ້ອງຖິ່ນ ຜູ້ບໍ່ປະສົງອອກຊື່ ຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ່ 17 ຕຸລານີ້:
“ເງິນໃຫ້ກິນເຂົ້າແຕ່ລະວັນ ຫັ້ນ ເພິ່ນກໍໄລ່ໃຫ້ ຫົວຄົນນື່ງ 5 ພັນກິບ ຄືແມ່ວ່າຫັ້ນລະ ຫາກແຕ່ດຽວນີ້ ສອງທິດກວ່າແລ້ວ ເງິນກໍບໍ່ທັນໄດ້ຢູ່ ເພິ່ນໄລ່ວ່າ ຫົວຄົນນຶ່ງ 5 ພັນຕໍ່ມື້ ມື້ລະ 5 ພັນ ທິດນື່ງເພິ່ນໄປຮັບ ເທື່ອນຶ່ງນະ ຫາກມາດຽວນີ້ ມັນກາຍໄດ້ 2 ອາທິດ ແລ້ວນີ້.”
ທ່ານເວົ້າວ່າ ຊາວບ້ານ ຜູ້ໄດ້ຮັບຜົນກະທົບ ຈາກເຫດການ ເຂື່ອນແຕກ ບາງກຸ່ມທີ່ຍັງບໍ່ໄດ້ຮັບ ເງິນຊົດເຊີຍນັ້ນ ຄື: ຊາວບ້ານ ບ້ານແທ 100 ປາຍຄອບຄົວ ຫຼື ປະມານ 400 ຄົນ ແລະ ບ້ານໂຄກກອງໃນ ບ້ານໂຄກກອງນອກ ຈໍານວນ 264 ຄອບຄົວ ຫຼື ເກືອບ 1 ພັນຄົນ ຊຶ່ງປັຈຈຸບັນ ຈໍານວນນຶ່ງ ຍັງອາສັຍຢູ່ ສູນພັກຊົ່ວຄາວ ເມືອງສນາມໄຊ ແຕ່ສ່ວນຫລາຍ ຜູ້ທີ່ບ້ານເຮືອນ ຂອງພວກເຂົາເຈົ້າ ບໍ່ເພໝົດຫລັງ ທາງເມືອງກໍເຣີ້ມ ອະນຸຍາດໃຫ້ ໄປຢູ່ບ້ານເດິມແລ້ວ.
ສໍາລັບການຊົດເຊີຍ ລ່າຊ້ານັ້ນ ເຈົ້າໜ້າທີ່ ຜູ້ປະສົບພັຍ ເມືອງສນາມໄຊ ໃຫ້ເຫດຜົນ ໃນມື້ວັນ ທີ່ 17 ຕຸລາ ນີ້ວ່າ ເປັນຍ້ອນ ເງິນຍັງບໍ່ ມາຮອດ ສູນພັກ ເມືອງສນາມໄຊ ປະຊາຊົນ ແລະເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ຈຶ່ງຕ້ອງໄດ້ ລໍຖ້າ ໃນຣະຍະນີ້:
“ອັນເງິນຫັ້ນບໍ ເງິນອັດຕາກິນ ໂຄກກອງນອກ ໂຄກກອງໃນ ເງິນບໍທັນອອກ ເງິນມາບໍ່ທັນຮອດ ລໍຖ້າຟັງເບິ່ງຢູ່ ແລ້ວນີ້ ເງິນຫັ້ນຍັງ ບໍ່ທັນອອກ ຄໍາສັ່ງ.”
ທ່ານກ່າວຕື່ມວ່າ ສໍາລັບເງິນຊົດເຊີຍນັ້ນ ປັຈຈຸບັນນີ້ ບາງກຸ່ມທີ່ຢູ່ໃນສູນ ຜູ້ປະສົບພັຍ ແຫ່ງຕ່າງໆບາງກຸ່ມ ກໍໄດ້ຮັບເງິນ ຊົດເຊີຍແລ້ວ ແຕ່ຍັງມີບາງກຸ່ມ ບໍ່ທັນໄດ້ເທື່ອ ໂດຍສະເພາະ ກຸ່ມທີ່ ໄລ່ອັດຕຣາກິນ ເປັນຣາຍມື້, ສ່ວນກຸ່ມທີ່ ໄດ້ຮັບເປັນຣາຍເດືອນ ນັ້ນ ຈະເຣີ້ມໄດ້ຮັບ ເງິນແລ້ວ.