ທ່ານ ນາມ ວິຍະເກດ ວ່າໄມ້ ຂອງພາກ ທຸຣະກິຈ
2017.08.02
ໃນວັນທີ 1 ສິງຫາ 2017 ນີ້ ທ່ານ ນາມ ວິຍະເກດ ເຈົ້າແຂວງໆອັດຕະປື ໄດ້ອອກມາຊີ້ແຈງ ຜ່ານສື່ສັງຄົມເຟສບຸກ ວ່າຣົດບັນທຸກສິນຄ້້າ ປົນກັບໄມ້ ຈໍານວນ 27 ຄັນ ທີ່ທາງການຍຶດໄວ້ ແລະກໍາລັງສືບຕໍ່ ກວດການັ້ນ ເປັນຂອງພາກສ່ວນ ທຸຣະກິຈ:
"ຄືສັງຄົມສົນໃຈຫັ້ນນະ ຂໍຍືນຢັນວ່າ ອັນນີ້ແມ່ນໄມ້ຂອງ ພາກທຸຣະກິດ ປາກົດວ່າ ຕາມການລາຍງານເບື້ອງຕົ້ນ ນັ້ນມັນມີ 5 ໂຮງງານ ທີ່ ເປັນເຈົ້າຂອງໄມນີ້, ດັ່ງນັ້ນພວກເຮົາ ຈະສືບຕໍ່ລົງກວດກາ ແຕ່ລະໂຮງງານນັ້ນຕື່ມວ່າໄມ້ ມີທີ່ມາຈາກໃສ ແມ່ນແນວໃດແທ້ ຄໍາຕອບຈະມີ ພາຍຫລັງ ຈາກການກວດກາ ສໍາເຣັດພຸ້ນ".
ທ່ານ ນາມ ວິຍະເກດ ໄດ້ແຈ້ງຣາຍລະອຽດ ຫລັງຈາກຂ່າວການຍຶດ ຣົຖໄມ້ 27 ຄັນ ນັ້ນນອງນັນໄປທົ່ວ ສັງຄົມອອນລາຍ ເປັນເວລາດົນ ພໍສົມຄວນ ໂດຍບໍ່ມີຝ່າຍໃດ ຂອງທາງການ ອອກມາ ອະທິບາຍ ໃຫ້ປະຊາຊົນຮູ້ວ່າ ມັນເກີດຂຶ້ນໄດ້ ແນວໃດ.
ສ່ວນວ່າ ຣົຖ 27 ຄັນ ນີ້ແມ່ນອອກຊື່ ຂອງບໍຣິສັດ ທ່ານ ຄໍາ ຣັດຕະນະພອນ ທີ່ດໍາເນີນ ທຸຣະກິດ ນໍາເຂົ້າແລະສົ່ງອອກ ໄມ້ແກະສະຫລັກ. ປັດຈຸບັນ ເຈົ້າໜ້າທີ່ຈາກສູນກາງ ສົມທົບກັບແຂວງ ໄດ້ກວດກາ ແລະເອົາໄມ້ລົງຈາກຣົຖ 13 ຄັນແລ້ວ ຍັງເຫຼືອອີກ 14 ຄັນ ທີ່ຕ້ອງສືບຕໍ່ ກວດກາຕື່ມ ແລະຍັງບໍ່ສລຸບໄດ້ວ່າ ມີໄມ້ຈັກປະເພດ ແລະມີຈໍານວນເທົ່າໃດ.
ບັນຫາທີສອງ ແມ່ນທາງແຂວງ ຈະໄດ້ແຕ່ງຕັ້ງຄນະຮັບຜິດຊອບ ກວດກາຫາພາກສ່ວນ ທີ່ຮັບຜິດຊອບວ່າ ແມ່ນພາກສ່ວນໃດແດ່ ທີ່ປ່ອຍ ໃຫ້ເກີດບັນຫານີ້ຂຶ້ນ. ທ່ານເວົ້າວ່າ ຄວາມຈິງແລ້ວ ບັນຫາ ການລັກລອບສົ່ງໄມ້ອອກ ແບບຜິດກົດໝາຍ ຢູ່ແຂວງ ອັດຕະປື ນີ້ເປັນບັນຫາ ຊໍາເຮື້ອມາໄດ້ ຫລາຍປີແລ້ວ ຍ້ອນວ່າ ການຄຸ້ມຄອງຂອງຣັຖ ມັນລົ້ມແຫລວ:
"ຕ້ອງຍອມຮັບວ່າ ແຂວງອັດຕະປືຂອງເຮົາ ບັນຫາໂຕນີ້ ມັນເປັນບັນຫາຊໍາເຣືອ ມາຫລາຍປີແລ້ວ ເກືອບວ່າຫຼາຍຂະບວນການ ທີ່ເກີດມາ ມີລັກສນະແນວນີ້ ສໍາລັບ ພາກທຸຣະກິດ ການຖືໂອກາດຂອງເຂົາ ຍາມໃດກ່າມີຢູ່ ແລະເຂົາສວຍໂອກາດ ຕລອດມາ ສ່ວນພາກຣັຖ ຂອງ ເຮົານີ້ ຍ້ອນພວກເຮົາລົ້ມແຫລວ ໃນການຄຸ້ມຄອງ ໃນລະຍະຜ່ານມາ ມັນກາຍເປັນພຍາດຊໍາເຮື້ອ ໃນອົງກອນຂອງຣັຖ ພວກເຮົາ".
ນັບແຕ່ຣັຖບານຊຸດໃໝ່ ທີ່ນໍາໂດຍ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ມານີ້ປະຊາຊົນ ຈາກຫລາຍໆພາກສ່ວນ ກໍໄດ້ມີໂອກາດ ອອກມາ ສະແດງຄວາມຕິຊົມ ການເຮັດວຽກຂອງ ເຈົ້າໜ້າທີ່ຣັຖ ຕໍ່ບັນຫາຕ່າງໆ ໄດ້ຫລາຍຂຶ້ນ ແລະ ເຈົ້າໜ້າທີ່ ຂັ້ນນໍາກໍຄ່ອຍໆ ອອກມາຖແລງຕໍ່ ປະຊາຊົນຫລາຍຂຶ້ນ ເຊັ່ນກັນ.