ຊາວບ້ານຕາດກຸ່ມຈະໄດ້ ຄ່າ ຊົດເຊີຍ ທີ່ດິນ

ສຸພັດຕາ
2018.02.02
f-attapeu ແຂວງອັດຕະປື ຍິນດີ ຕ້ອນຮັບ
RFA

ເຈົ້າຂອງໂຄງການ ຈະຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ເສັຍທີ່ດິນ ໃຫ້ແກ່ໂຄງການ ເນັ່ງສາຍໄຟຟ້າ ຈາກເຂື່ອນເຊກະໝານ ໄປຫາ ເມືອງໄຊເສດຖາ, ແຂວງອັດຕະປື ສະເພາະບ້ານຕາດກຸ່ມ ເນື້ອທີ່ດິນສ່ວນລວມຂອງບ້ານ ຖືກຜົນກະທົບ 160 ເຮັກຕາ ຊຶ່ງທາງໂຄງການ ຈະຊົດເຊີຍໃຫ້ 6 ລ້ານກີບ ຕໍ່ 1 ເຮັກຕາ ແລະຍັງມີປະຊາຊົນ ບ້ານຕາດຊັນ ເມືອງໄຊເສດຖາ ອີກ 396 ຫຼັງຄາເຮືອນກໍໄດັຮັບຜົນກະທົບ ເຊັ່ນດຽວກັນ, ດັ່ງປະຊາຊົນ ບ້ານຕາດກຸ່ມ ເມືອງຊານໄຊ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ກຸມພາ ນີ້ວ່າ:

“ຂອງບ້ານນີ້ ແຕ່ວ່າມັນຖືກຜົນກະທົບດິນສ່ວນລວມ ເຂດຄຸ້ມຄອງຊື່ໆ ເພິ່ນວ່າແນວນີ້ດອກ ເພິ່ນວ່າຄັນເຂດອັນນັ້ນ 1 ເຮັກຕາຕໍ່ 6 ລ້ານ ກີບ, ເອີ່ ຄ່າຊົົດເຊີຍຄັນຊິໄດ້ ຈັກຊິໄດ້ພຽງນັ້ນຫຼືບໍ່ ຍັງຊິເວົ້າຍັງບໍ່ທັນແລ້ວດອກ ຕາມເພີ່ນເວົ້າໃນກອງປະຊຸມຫັ້ນ.”

ປະຊາຊົນທ່ານນີ້ ກ່າວຕໍ່ໄປວ່າ ການໃຫ້ຄ່າຊົດເຊີຍນັ້ນ ແມ່ນຍັງບໍ່ທັນເຈນຊັດເທື່ອ ພຽງແຕ່ໄດ້ຟັງມາຈາກກອງປະຊຸມ. ອີງຕາມຣາຍງານ ຂອງແຂວງອັດຕະປື ໂຄງການນີ້ ຈະສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມ ຊື່ງມີດິນຂອງຣັດ, ດິນລວມຂອງບ້ານ ແລະດິນປະຊາຊົນ ທີ່ສາຍ ໄຟຟ້ານັ້ນຈະຜ່ານ.

ເຖິງຢ່າງໃດກໍຕາມ ຈົນເຖິງປັດຈຸບັນ ເຈົ້າຂອງໂຄງການ ຍັງບໍ່ໃຫ້ຄຳຕອບເທື່ອ ວ່າຈະເຂົ້າມາຈ່າຍເງິນຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈຳນວນ 490 ຄອບຄົວ ນັ້ນມື້ໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.