ຜູ້ກໍ່ສ້າງເຂື່ອນນໍ້າເອົ້າ ຕ້ອງເຊັນ ສັນຍາຊົດເຊີຍ

ໄມຊູລີ
2019.06.17
F-Nam-Ao ດິນແລະຕົມ ທີ່ໄຫລລົງມາຈາກເຂື່ອນແຕກ ຖ້ວມໄຮ່ນາ ບ້ານເຮືອນ ຂອງປະຊາຊົນ
Courtesy of FB friend

ຄນະກັມມະການ ຣັຖບານລາວ ຕຽມເອີ້ນ ບໍຣິສັດ ບໍ່ທອງ ອິນເຕ ກຣຸບ ເຈົ້າຂອງໂຄງການເຂື່ອນນໍ້າເອົ້າ ຢູ່ເມືອງຜາໄຊ ແຂວງຊຽງຂວາງ ມາໂອ້ລົມ ແລະ ເຮັດສັນຍາ ຊົດເຊີຍເງິນ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກເຫດເຂື່ອນນໍ້າເອົ້າແຕກເມື່ອປີ 2017 ພາຍຫຼັງເຈົ້າໜ້າທີ່ ຣັຖບານ ໄດ້ສໍາເຣັດການເກັບກໍາຂໍ້ມູນ ຄວາມເສັຽຫາຍ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ຊຶ່ງມີມູນຄ່າເສັຽຫາຍ ປະມານ 6-7 ຕຶ້ກີບ, ດັ່ງ ເຈົ້າໜ້າທີ່ ເມືອງທ່າທົມ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 17 ມິຖູນາ ນີ້ວ່າ:

“ໄດ້ສັງລວມຂໍ້ມູນ ເກັບກໍາຂໍ້ມູນຄືນໝົດ ຖືວ່າສໍາເຣັດແລ້ວ ດຽວນີ້ສົ່ງໃຫ້ຄນະກັມມະການ ຂັ້ນສູນກາງ ເພື່ອສັງລວມແລ້ວ ກໍສິເອີ້ນເຈົ້າຂອງ ເຂື່ອນຫັ້ນ ໃຫ້ຊາບ ສິເຮັດແນວໃດຫັ້ນນະ ດຽວນີ້ສິເປັນຂັ້ນຕອນທີ່ວ່າ ແມ່ນຈະໃຫ້ທາງບໍຣິສັດ ມາຕົກລົງກັນ.”

ທ່ານວ່າໃນຣະຍະທີ່ ຄນະກັມມະການ ຈາກຣັຖບານ ລົງພື້ນທີ່ ຮິບໂຮມຂໍ້ມູນ ເສັຍຫາຍນັ້ນທາງບໍຣິສັດ ເຈົ້າຂອງໂຄງການ ເຂື່ອນນໍ້າເອົ້າ ກໍໄດ້ສົ່ງພະນັກງານ ມາຮ່ວມເຮັດວຽກ ກັບເຈົ້າໜ້າທີ່ ແຕ່ຝ່າຍ ທາງການເມືອງທ່າໂທມ ຍັງບໍ່ໝັ້ນໃຈວ່າ ທາງບໍຣິສັດ ຈະສາມາດ ຈ່າຍຄ່າ ຊົດເຊີຍ ໃຫ້ແກ່ປະຊາຊົນໄດ້ ພາຍໃນຣະຍະ 1 ປີ ຫຼື ໃຊ້ເວລາຫລາຍກວ່ານັ້ນ ຕ້ອງລໍຖ້າໃຫ້ ທາງບໍຣິສັດ ເຮັດສັນຍາ ຄ່າຊົດເຊີຍ ເປັນ ທາງການເສັຽກ່ອນ ຈຶ່ງຈະຮູ້ຄໍາຕອບ.

ພາຍຫລັງເຂື່ອນນໍ້າເອົ້າແຕກ ທ່ານ ຈັນທອງ ຊະນະວັນ ປະທານ ບໍຣິສັດ ບໍ່ທອງ ອິນເຕີ ກຣຸບ ໄດ້ອອກມາຊິ້ແຈງວ່າ ທາງບໍຣິສັດໄດ້ ພຍາຍາມ ແກ້ໄຂຜົນກະທົບ ທີ່ເກິດຂຶ້ນ ແລະຊ່ວຍກັນຮິບໂຮມຂໍ້ມູນ ຄວາມເສັຽຫາຍທັງໝົດເພື່ອຊົດເຊີຍຕາມຂັ້ນຕອນ ແລະຍັງບໍ່ຮູ້ວ່າ ການຊົດເຊີຍ ຈະເຣີ້ມ ໃນປີນີ້ ຫຼືບໍ ຊຶ່ງເປັນຄໍາຖາມນຶ່ງ ທີ່ປະຊາຊົນຢາກຮູ້.

ຢ່າງໃດກໍຕາມເປັນເວລາ 1 ປີ ກັບ 9 ເດືອນແລ້ວ ທີ່ປະຊາຊົນເມືອງທ່າໂທມຈໍານວນ 60 ຄອບຄົວ ຍັງລໍຖ້າການຊົດເຊີຍ ຄວາມເສັຽຫາຍ ຈາກໂຄງການເຂື່ອນດັ່ງກ່າວ ຊຶ່ງແຕ່ລະຄອບຄົວ ໄດ້ຮັບຄວາມເດືອດຮ້ອນ ຈາກເຫດເຂື່ອນແຕກ ຍ້ອນກອງຂິ້ເຫຍື່ອ ໄຫລລົງໃສ່ດິນນາ ຂອງພວກເຂົາເຈົ້າ ຊຶ່ງປັຈຈຸບັນນີ້ ເນື້ອທີ່ດັ່ງກ່າວ ໄດ້ຮັບການຟື້ນຟູແລ້ວ ເນື້ອທີ່ສ່ວນນຶ່ງ ກໍສາມາດ ເຮັດການຜລິດໄດ້ແລ້ວ ຕາມຣາຍງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.