ເຂື່ອນເຊປຽນຈະສ້ອມແປງ ສັນເຂື່ອນ D
2019.01.25
ບໍຣິສັດ PNPC ເຈົ້າຂອງໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ຕຽມສ້ອມແປງສັນເຂື່ອນ D (Saddle Dam) ທີ່ແຕກເມື່ອວັນທີ 23 ກໍຣະກະດາ ປີຜ່ານມາ ໂດຍຈະປ່ຽນຈາກເຂື່ອນດິນເປັນຄອນກຣີດ ໃຫ້ໄດ້ມາຕຖານຄວາມສູງ 10-25 ແມັຕຕາມໂຄງສ້າງ ເດີມທີ່ເຄີຍ ອອກແບບໄວ້ ໃນຕົ້ນເດືອນມິນາ ທີ່ຈະມາເຖິງນີ້. ດັ່ງເຈົ້າໜ້າທີ່ບໍຣິສັດ PNPC ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 25 ມົກກະຣາ ນີ້ວ່າ:
“ແຜນຈາກກໍ່ສ້າງ ຟື້ນຟູມາແຫຼະ ເຂົາ Render ຈະເນັ້ນໃສ່ວ່າ ຮັບປະກັນໄດ້ວ່າມັນຈະບໍ່ເຍື້ອນເວລາໄປ. ຈຸດປະສົງແມ່ນຕຣຽມໄວ້ ໝົດລະແຫຼະ ຕຣຽມຄືບໜ້າຕຣຽມໝົດທຸກຢ່າງ. ເທຄອນກຣີດກະປະມານຕົ້ນເດືອນ 3, ປ່ຽນຈາກເຂື່ອນດິນ ເປັນເຂື່ອນ ຄອນກຣີດ ຍົກໃຫ້ມັນສູງຂຶ້ນ ເພື່ອຄວາມປອດພັຍ."
ທ່ານກ່າວຕື່ມວ່າ ສະເພາະສັນເຂື່ອນ D ເທົ່ານັ້ນ ທີ່ຈະເທເປັນຄອນກຣີດ, ສ່ວນສັນເຂື່ອນອີກ 4 ແຫ່ງນັ້ນຍັງເປັນເຂື່ອນດິນຄືເກົ່າ, ແຕ່ຈະ ຖົມດິນໃຫ້ສູງຂຶ້ນ ຕາມມາຕຖານຄວາມສູງໃນການອອກແບບ, ເຊິ່ງຄາດວ່າຈະໃຊ້ເວລາສ້ອມແປງ ແຕ່ເດືອນ ມິນາ ນີ້ ໄປຈົນເຖິງ ທ້າຍປີ 2019 ນີ້.
ໃນວັນທີ 24 ມົກກະຣາ ນີ້, ຜູ້ຖືຫຸ້ນທັງ 4 ບໍຣິສັດ ໄດ້ປະຊຸມກັນຢູ່ບາງກອກ, ປະເທສໄທ ເພື່ອຫາລືກັນເຣື້ອງເງິນກູ້ ຈາກທະນາຄານເພື່ອ ການສົ່ງອອກ ແລະນຳເຂົ້າ ຂອງເກົາຫຼີໃຕ້ ເພື່ອສ້ອມແປງສັນເຂື່ອນທີ່ແຕກ ແລະ ສ່ວນນຶ່ງກໍຈະນຳມາຈ່າຍ ໃຫ້ກັບຜູ້ ຮັບເໝົາ ໃນຂນະທີ່ ບໍຣິສັດຂາດງົບປະມານ. ສ່ວນຈຳນວນເງິນເທົ່າໃດນັ້ນ, ບໍຣິສັດ PNPC ບໍ່ຂໍເປີດເຜີຍ.
ແຜນການອອກແບບເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນເບື້ອງຕົ້ນນັ້ນ ໄດ້ກຳນົດຄວາມສູງຂອງສັນເຂື່ອນ ທັງ 5 ແຫ່ງ 10-25 ແມັຕ ແຕ່ບໍຣິສັດ SK ສົ່ງແບບໃຫ້ສຳນັກງານ ສະພາຜູ້ແທນຣາສດອນ ຂອງເກົາຫຼີໃຕ້ ໄດ້ຣະບຸວ່າ ຄວາມສູງຂອງສັນເຂື່ອນ ແມ່ນຢູ່ທີ່ 3,5 ຫາ 18,6 ແມັຕ ຫຼື ຄວາມສູງສະເລັ່ຽຂອງສັນເຂື່ອນທັງໝົດ 5 ແຫ່ງ ແມ່ນ 6,5 ແມັຕ ເພື່ອຫຼຸດຜ່ອນຣາຍຈ່າຍ ໃນການກໍ່ສ້າງ 19 ລ້ານໂດລ່າ ສະຫະຣັຖ.
ເຖິງຢ່າງໃດກໍ່ຕາມ ບໍຣິສັດ PNPC ກຳລັງກຽມຣາຍງານຜົລການສືບສວນສອບສວນ ສາເຫຕສັນເຂື່ອນ D ແຕກໃນຂັ້ນເບື້ອງຕົ້ນ ໃນທ້າຍ ເດືອນມົກກະຣາ ນີ້ ຕໍ່ຣັຖບານລາວ ກ່ອນທີ່ຈະສລຸບຜົລສືບສວນສອບສວນ ສາເຫຕການແຕກວ່າມາຈາກ ໂຄງສ້າງຂອງເຂື່ອນທີ່ບໍ່ໄດ້ ມາຕຖານ ຫຼືຍ້ອນພັຍທັມມະຊາດ ໃນທ້າຍເດືອນມິນາ 2019 ນີ້.