ການເນັ່ງສາຍສົ່ງໄຟຟ້າ ຫາ ກັມພູຊາ ຄືບຄານ

ມະນີຈັນ
2020.03.19
F-Donsahong-dam ເຂື່ອນດອນສະໂຮງ ທີ່ກໍາລັງກໍ່ສ້າງ ໃກ້ຈະສໍາເຣັດແລ້ວ
RFA/TP

ໂຄງການເນັ່ງສາຍສົ່ງໄຟຟ້າ ຄວາມຍາວ 28 ກິໂລແມັດ ຈາກ ສະຖານີບ້ານຫາດ ເມືອງໂຂງ ແຂວງຈໍາປາສັກ ໄປຫາແຂວງຊຽງແຕງ ປະເທດກັມພູຊາ ຂອງໂຄງການເຂື່ອນໄຟຟ້າ ດອນສະໂຮງ ຕາມແຜນມີກໍານົດໃຫ້ແລ້ວ ແຕ່ເດືອນ ທັນວາ ປີ 2019 ແຕ່ມາຮອດມື້ນີ້ ໄດ້ 9 ຈຸດ 7 ກິໂລແມັດ ເທົ່ານັ້ນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ຕໍ່ RFA ໃນມື້ວັນທີ 18 ມີນາ ນີ້:

“ແລ້ວກໍເຣື່ອງສົ່ງການໄຟໄປກັມພູຊາ ກໍຍັງມີບັນຫາເຣື່ອງສາຍສົ່ງ ທີ່ຍັງສ້າງບໍ່ແລ້ວ ຄູ່ມື້ນີ້ມີບັນຫາ ທີ່ເຮົາຍັງມີຄົງຄ້າງ ຄືເລັ່ງສ້າງສາຍສົ່ງ ໄປເບິ່ງຫາກໍ່ໄດ້ ..ເປີເຊັນນີ້ແຫຼະ ທີ່ເບິ່ງຢູ່ໃນບົດສລຸບ ດຽວນີ້ກໍາລັງເລັ່ງກໍ່ສ້າງ.”

ທ່ານເວົ້າວ່າໂຄງການສ້າງສາຍສົ່ງແມ່ນບໍຣິສັດ Sinohydro ຂອງຈີນເປັນຜູ້ຮັບເໝົາກໍ່ສ້າງ ແຕ່ການກໍ່ສ້າງສາຍສົ່ງໄຟຟ້າ ຈາກລາວຂ້າມໄປ ກັມພູຊາ ບໍ່ແລ້ວຕາມແຜນ ຍ້ອນມີບັນຫາເຣື່ອງງົບປະມານ ແຕ່ບໍ່ຮູ້ວ່າແມ່ນ ບໍຣິສັດ ຂອງຈີນ ຫລື ບໍຣິສັດ ຂອງມາເລເຊັຽ ເປັນຜູ້ມີບັນຫາ ເຣື່ອງງົບປະມານ.

ປັດຈຸບັນ ໄຟຟ້າທີ່ຜລິດຈາກເຂື່ອນ ດອນສະໂຮງ 260 ເມັກກາວັດ ຈະຖືກສົ່ງໄປທີ່ສະຖານີໄຟຟ້າ ບ້ານຫາດ ທີ່ຣັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງ. ໃນຈໍານວນນັ້ນ 200 ເມັກກາວັດ ສົ່ງຂາຍໃຫ້ບໍຣິສັດໄຟຟ້າ ຂອງກັມພູຊາ ເລີ່ມແຕ່ທ້າຍປີ 2019 ຕາມສັນຍາຊື້-ຂາຍ ຣະຫວ່າງ 2 ປະເທດລາວ-ກັມພູຊາ ແລະອີກ 60 ເມກກາວັດ ໃຊ້ພາຍໃນປະເທດ.

ເຈົ້າໜ້າທີ່ຣັດວິສາຫະກິດ ໄຟຟ້າລາວ ກໍເວົ້າວ່າໂຄງການສ້າງສາຍສົ່ງຊັກຊ້າ ແຕ່ຈະພຍາຍາມໃຫ້ສໍາເຣັດໃນເດືອນ ພຶສພາ ປີນີ້:

“ຈາກສະຖານີຂອງໄຟຟ້າລາວ ໄປຫາຊຽງແຕງ ກັມພູຊາ ຍັງອີກ 18 ກິໂລແມັດ ກໍາລັງດໍາເນີນຢູ່ ຈະສ້າງຈາກສະຖານີບ້ານຫາດໄປ ຫັ້ນແຫຼະ ເດືອນ 5 ນີ້ສໍາເຣັດທຸກຢ່າງເດືອນ 5."

ໂຄງການເຂື່ອນດອນສະໂຮງ ຂນາດ 260 ເມັກກາວັດ ເລີ່ມກໍ່ສ້າງມາແຕ່ທ້າຍປີ 2016 ສ້າງແລ້ວເມື່ອທ້າຍປີ 2019 ໂດຍບໍຣິສັດ MegaFirst Corporation ຈາກມາເລເຊັຽ ເປັນຜູ້ຖືຫຸ້ນໃຫຍ່ 80 ເປີເຊັນ ແລະຣັດວິສາຫະກິດໄຟຟ້າ ລາວ 20 ເປີເຊັນ ສ້າງໂດຍ ບໍຣິສັດ Synohydro ຈາກ ຈີນ ມີມູນຄ່າການກໍ່ສ້າງ 417 ລ້ານໂດລາ ສະຫະຣັດ ອາຍຸ ສັມປະທານ 25 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.