ຂ.ອັດຕະປື ຈັບພວກຂົນໄມ້ ເຖື່ອນ 4 ຄົນ

ທາງການ ແຂວງອັດຕະປື ຍຶດໄມ້ເຖື່ອນ ໄດ້ຕື່ມອີກ ແລະ ຈັບຜູ້ຕ້ອງຫາ ໄດ້ 4 ຄົນ.

ເຈົ້າໜ້າທີ່ ແຂວງອັດຕະປື ໄດ້ໄປຍຶດເອົາໄມ້ ຈາກພວກທີ່ລັກລອບ ໄປຕັດໄມ້ຢູ່ປ່າເລິກ ແລະໄດ້ພາກັນຂົນມາໄວ້ ເປັນຫຼັກຖານ ຢ່າງອົດທົນ ກ່ອນຈະເຖິງທາງໃຫຍ່ Photo credit Attapeu on line

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ກອງກວດກາປ່າໄມ້ ແລະເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ແຂວງອັດຕະປື ຍຶດໄມ້ເຖື່ອນໄດ້ ຈໍານວນ 33 ແມັດກ້ອນ ຢູ່ເຂດນໍ້າຊວນ ພູຍາງ ເມືອງພູວົງ ທີ່ຕິດກັບຊາຍແດນ ວຽດນາມແລະກໍາພູຊາ ແລະຈັບຜູ້ຕ້ອງຫາ ໄດ້ 4 ຄົນ, ຍຶດຣົດໄຖ ທີ່ໃຊ້ແກ່ໄມ້ໄດ້ອີກ 3 ຄັນ. ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 7 ກຸມພາ ນີ້ວ່າ:

"ແມ່ນແຫລະເຂດເມືອງພູວົງ ໂອຍສ່ວນຫລາຍກະປະຊາຊົນແຖວອັນນີ້ແຫລະ ເຂົາບໍ່ມີວຽກເຮັດ ແລ້ວເຂົາກະໄປຊອກຫາ ພໍໄດ້ແກ້ໄຂຊີວິດ ຄວາມເປັນຢູ່ເຂົານີ້ນະ ເຂົາເຮັດເປັນຕັບໄມ້ກິໂລ ໄມ້ຮາກ ໄມ້ດູ່ໄມ້ຫຍັງ ນີ້ນະ."

ທ່ານເວົ້າວ່າປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ແຂວງອັດຕະປື ກໍາລັງສອບສວນ ຜູ້ຕ້ອງຫາທັງ 4 ຄົນນັ້ນຢູ່, ຍັງບໍ່ຮູ້ວ່າ ໄມ້ຈໍານວນດັ່ງກ່າວຈະ ຖືກນໍາໄປໃສ ແລະເພື່ອຈຸດປະສົງອັນໃດ. ທ່ານເວົ້າຕື່ມວ່າ ພາຍຫລັງທີ່ຍຶດໄມ້ ແລະຈັບຜູ້ຕ້ອງຫາໄດ້ແລ້ວ ຫລາຍພາກສ່ວນ ທີ່ກ່ຽວຂ້ອງ ຂອງແຂວງນີ້ ໄດ້ຈັດຕັ້ງຄະນະເຈົ້າໜ້າທີ່ ໄປກວດກາ ແລະຄຸ້ມຄອງປ່າໄມ້ ຢູ່ຕາມເຂດຕ່າງໆ ທີ່ເປັນຈຸດຫຼໍ່ແຫຼມ ເພື່ອເຝົ້າລະວັງ ບໍ່ໃຫ້ມີ ການລັກລອບ ຕັດໄມ້ຕື່ມອີກ.

ເມື່ອເດືອນທັນວາປີກາຍ ຄະນະກວດກາ ແລະແກ້ໄຂປາກົດການຫຍໍ່ທໍ້ ຢູ່ແຂວງອັດຕະປື ກວດພົບໄມ້ຜິດກົດໝາຍ 250 ຕັບ ຫຼືປະມານ 180 ແມັດກ້ອນ ທີ່ຖືກເຊື່ອງໄວ້ຢູ່ບໍຣິເວນ ຊາຍແດນ ລາວ-ວຽດນາມ ຫລັກໝາຍເລກທີ 770 ແລະ 766 ແລະໄດ້ ກວດພົບ ໄມ້ຂະຍູງ ຈໍານວນນຶ່ງຢູ່ໃນຣົດ ເຈົ້າໜ້າທີ່ຕໍາຣວດ ແຂວງອັດຕະປື ເປັນຄົນຂັບ ທີ່ຈະຂົນໄປວຽດນາມ. ແລະເມື່ອທ້າຍເດືອນມົກກະຣາ ທີ່ຜ່ານມານີ້ ເຈົ້າໜ້າທີ່ ເມືອງພູວົງ ກໍໄດ້ຍຶດໄມ້ຕັບໄດ້ ຈໍານວນນຶ່ງ ແຕ່ບໍ່ໄດ້ເປີດເຜີຍ ຈໍານວນ ໄມ້ ວ່າມີຈັກ ແມັດກ້ອນກັນແທ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org