ປະຊາຄົມ ເສຖກິດ ອາຊຽນ ແມ່ນນຶ່ງ ໃນຈຳນວນ 3 ເສົາຄ້ຳຫລັກ ຂອງ ປະຊາຄົມ ອາຊຽນ ນອກຈາກ ປະຊາຄົມ ການເມືອງ ແລະ ວັທນະທັມ. ປະຊາຄົມ ເສຖກິດ ອາຊຽນ ມີ ຈຸດປະສົງ ເຮັດໃຫ້ ອາຊຽນ ມີການແລກປ່ຽນ ການຄ້າ ການບໍຣິການ ການລົງທຶນ ແລະ ການເຄື່ອນຍ້າຍ ແຮງງານ ຢ່າງເສຣີ, ມີແຜນ ບຸຣະນະ ວຽກງານ ດ້ານ ເສຖກິດ ໃນພາບຮວມ ໃນຂແນງຕ່າງໆ ຂອງປະເທດ ສະມາຊິກ, ມີການ ຫລຸດຜ່ອນ ກຳແພງ ພາສີສິນຄ້າ ຣະຫວ່າງກັນ ແລະ ມີການຄ້າຂາຍ ຮ່ວມກັນ ຢ່າງເສຣີ ເປັນຕລາດ ການຄ້ານຶ່ງດຽວ ທີ່ ໃຫຍ່ ທີ່ສຸດ ໃນຂົງເຂດ ທີ່ ປະກອບດ້ວຍ ປະຊາກອນ ໂດຍຮວມ ກວ່າ 600 ລ້ານ ຄົນ.
ປະຊາຄົມ ເສຖກິດ ອາຊຽນ ມີກຳນົດ ເຂົ້າຮ່ວມກຸ່ມກັນ ຢ່າງເປັນ ທາງການ ໃນປີ ທ້າຍ ປີ 2015 ຜ່ານມາ ຫຼາຍປະເທດ ສະມາຊິີກ ກໍໄດ້ ຕຽມພ້ອມ ໃນການ ເຂົ້າຮ່ວມກຸ່ມ ດັ່ງກ່າວ ດັ່ງ ປະເທດໄທ, ຟີລິປປິນ, ອິນໂດເນເຊັຽ, ມາເລເຊັຽ, ສີງກະໂປ, ພະມ້າ ແລະ ວຽດນາມ, ແຕ່ ສຳຫລັບ ສປປລາວ ແລ້ວ ຍັງບໍ່ທັນ ພຽບພ້ອມ ໃນການ ເຂົ້າຮ່ວມກຸ່ມ ເທື່ອດ ຍ້ອນ ສປປລາວ ຍັງຂາດ ທຸກຢ່າງ ເປັນຕົ້ນ ແຮງງານລາວ ກໍຂາດ ມາຕຖານ, ໂຮງຈັກ ໂຮງງານລາວ ກໍບໍ່ມີ ຄຸນນະພາບ, ການທຳງານ ກໍຍັງ ບໍ່ທັນເປັນ ຣະບົບ ແລະ ຮ້າຍໄປ ກວ່ານັ້ນ ການປົກປ້ອງ ສິດທິມະນຸດ ແລະ ປາບປາມ ການ ສໍ້ຣາສ ບັງຫລວງ ໃນລາວ ກໍຍັງບໍ່ຖືກ ປະຕິບັດ ຢ່າງຈິງຈັງ, ກົດໝາຍ ກໍ ບໍ່ໂປ່ງໄສ ສຳຫລັບ ນັກລົງທຶນ ແລະ ການ ບັງຄັບໃຊ້ ຢ່າງເຂັ້ມແຂງ ແລະ ສັກສິດ.