ເອກສານສໍານວນຄະດີ ພີເອັສ ຮອດ ຣັຖບານແລ້ວ

ສຸພັດຕາ
2018.06.22
F-PS ຕອນເຊົ້າຂອງວັນຈັນ ວັນທີ່ 11 ເດືອນກັນຍາ 2017 ລູກຄ້າ ບໍຣິສັດພິເອັສ ໄດ້ພາກັນ ໂຮມຊຸມນຸມ ຢູ່ຕໍ່ໜ້າ ປະຕູບໍຣິສັດ ພີເອັສ ເພື່ອທວງເງິນຄືນ
RFA

ເຈົ້າໜ້າທີ່ຄນະຮັບຜິດຊອບສຳນວນຄະດີ ຂອງບໍຣິສັດພີເອັສ ໄດ້ສົ່ງເອກກະສານ ຜົນການສືບສວນສອບສວນ ໄປຍັງຣັຖບານແລ້ວໃນຕົ້ນ ເດືອນ ມິຖຸນານີ້ ໂດຍສະເພາະຫຼັກຖານ ທີ່ກ່ຽວຂ້ອງກັບການເງິນ ແລະການຂາຍຊັບສິນ ຕ່າງໆຂອງບໍຣິສັດ. ຂນະນີ້ກຳລັງຢູ່ໃນຂັ້ນຕອນ ການພິຈາຣະນາ ຂອງສູນກາງ ກ່ອນຈະສົ່ງໃຫ້ສານຕັດສິນ. ດັ່ງເຈົ້າໜ້າທີ່ ຄນະຮັບຜິດຊອບຄະດີນີ້. ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 22 ມິຖຸນາ ນີ້ວ່າ:

“ເພາະວ່າມັນຂຶ້ນກັບຄນະຊີ້ນຳສູນກາງ ໂອ...ກະຍັງຢູ່ຄຸກໂພນທັນ ຫັ້ນລະ ຖືວ່າແມ່ນໄລຍະນີ້ ເຈົ້າໜ້າທີ່ ກຳລັງສັງລວມ ບັນດາພຶດຕິກັມ ໃນການເຄື່ອນໄຫວ ເພື່ອສັງລວມໃຫ້ອັຍການ ຍັງບໍ່ທັນໄດ້ຕັດສິນ ຍັງບໍ່ໄດ້ດຳເນີນຄະດີເທື່ອ ມີແຕ່ກວດສອບຄືນບໍ່ ຣັຖບານຍັງບໍ່ໄດ້ ອະນຸຍາດໃຫ້ຂາຍຫຍັງ ມີແຕ່ໃຫ້ຂາຍສິນຄ້າ ທີ່ໝົດອາຍຸ ຖືວ່າອັນອື່ນຍັງຄົງທີ່ ຍັງຮັກສາໄວ້ຄືເກົ່າ.”

ທ່ານກ່າວຕື່ມວ່າ ເມື່ອວັນທີ່ 25 ພຶສພາ ຜ່ານມານີ້ ຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີ ແຈ້ງການໃຫ້ຄນະຮັບຜິດຊອບ ບໍຣິສັດພິເອັສ ຣາຍງານກ່ຽວກັບ ຄວາມຄືບໜ້າໃນການ ປະຕິບັດວຽກງານ ໃນບໍຣິສັດພິເອັສ ຕລອດໄລຍະເວລາເກືອບ 1 ປີ ຜ່ານມາ ທັງໃນເຣື່ອງການ ສືບສວນສອນສວນ ຜູ້ຕ້ອງຫາທັງໝົດ, ການຂາຍສິນຄ້າ ແລະຊັບສິນຕ່າງໆ ຂອງບໍຣິສັດ.

ແລະເມື່ອວັນທີ່ 6 ມິຖຸນາ ຜ່ານມານີ້ ຄນະຮັບຜິດຊອບຄະດີ ຂອງບໍຣິສັດພີເອັສ ໄດ້ຮວບຮວມເອກສານຕ່າງໆ ຍື່ນຕໍ່ຣັຖບານໄປແລ້ວ ແລະລໍຖ້າວ່າ ຣັຖບານ ຈະມີຄວາມຄິດຄວາມເຫັນຢ່າງໃດ ຫາກເຫັນວ່າເອກສານຄົບຖ້ວນສົມບູນ ກໍຈະສົ່ງໃຫ້ສານ ທັນທີ ເພື່ອຕັດສິນ ແຕ່ຖ້າຫາກຣັຖບານເຫັນວ່າ ເອກສານຍັງບໍ່ຄົບຖ້ວນ ກໍຕ້ອງໄດ້ແກ້ໄຂຄືນໃໝ່.

ໃນຣະຍະທີ່ຜ່ານມາ ຄນະຮັບຜິດຊອບຄະດີນີ້ ໄດ້ຂາຍສິນຄ້າຕ່າງໆຂອງບໍຣິສັດ ເປັນຕົ້ນນໍ້າດື່ມ, ງົວ 32ໂຕ, ມ້າ 1ໂຕ ແລະເຄື່ອງດື່ມ ຊນິດຕ່າງໆ ຮວມແລ້ວບໍ່ຕໍ່າກວ່າ 10 ຕື້ກີບ, ສຳຫຼັບຊັບສິນອື່ນໆ ເຊັ່ນສາຍຄໍຄຳ, ສາຍແຂນ, ທີ່ດິນ, ຣົດ, ເຄື່ອງຈັກຕ່າງໆ ຈຳນວນນຶ່ງ ນັ້ນຍັງຮັກສາໄວ້ ຄືເກົ່າ ບໍ່ໄດ້ຂາຍແຕ່ຢ່າງໃດ.

ສ່ວນນາງສຸກນາລີ ເທບສີເມືອງ ປະທານບໍຣິສັດ ແລະທ້າວປໍເຮີ້ ພ້ອມຄນະບໍຣິຫານ ບໍຣິສັດອີກ 7 ຄົນ ທີ່ເປັນຜູ້ຕ້ອງຫາ ຄະດີສໍ້ໂກງເງິນ ປະຊາຊົນນັ້ນ ຂນະນີ້ເຈົ້າໜ້າທີ່ຕຳຣວດ ຍັງຂັງໄວ້ຢູ່ໃນຄຸກໂພນທັນ ນະຄອນຫຼວງວຽງຈັນ ເນື່ອງຈາກ ມີຄຳສັ່ງຈາກ ຣັຖບານ ວ່າບໍ່ໃຫ້ ປະກັນຕົວ ຜູ້ຕ້ອງຫາໃນທຸກກໍຣະນີ ຈົນກວ່າວ່າຈະມີ ການຕັດສິນຄະດີ ຈາກສານກ່ອນ.

ເຈົ້າໜ້າທີ່ທາງການລາວໄດ້ຈັບ ນາງ ສຸກນາລີ ເທບສີເມືອງ ປະທານບໍຣິສັດພີເອັສ ແລະທ້າວປໍເຮີ້ ພ້ອມຄນະບໍຣິຫານບໍຣິສັດ ຄົນອື່ນໆ ເມື່ອວັນທີ່ 12 ເດືອນກັນຍາ ປີ 2017 ພາຍຫຼັງທີ່ກຸ່ມ ສະມາຊິກຂອງບໍຣິສັດ ປະມານ 2000 ຄົນ ຮຽກຮ້ອງໃຫ້ ທາງການລາວ ເຂົ້າມາ ຊ່ວຍພິຈາຣະນາແກ້ໄຂ ໃຫ້ບໍຣິສັດນີ້ ສົ່ງເງິນປັນຜົນ ແລະເງິນລົງທຶນ ທີ່ຄ້າງຈ່າຍທັງໝົດ 800 ຕື້ ປາຍກີບນັ້ນ ຄືນໃຫ້ແກ່ສະມາຊິກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.