ເດັກນ້ອຍແມ່ຍິງ 13 ປີ ໄດ້ກັບ ເມືອລາວ

ສິດນີ
2017.10.27
F-girl ເດັກນ້ອຍແມ່ຍິງລາວ ອາຍຸ 13 ປີ ທີ່ຕິດຕາມໄປໄທນໍາພໍ່ແມ່ ຖືກຈັດສົ່ງກັບຄືນເມືອ ປະເທດລາວ ເພື່ອໄປເຂົ້າໂຮງຮຽນຕໍ່ ໂດຍການເບິ່ງແຍງ ຂອງທາງການລາວ
RFA/TP

ຄອບຄົວຄົນງານລາວ ຢູ່ໄທ ທີ່ໄປຈາກເມືອງສຸຂຸມາ ແຂວງຈຳປາສັກ ເຂົ້າໄປເຮັດວຽກກໍ່ສ້າງ ທີ່ແຂວງສມຸດສາຄອນ ປະເທດໄທແບບຖືກ ຕ້ອງຕາມກົດຫມາຍ ພາກັນດີໃຈ ທີ່ທາງສະຖານທູດລາວ ປະຈຳໄທ ແລະທາງການໄທ ຈະຊ່ອຍສົ່ງລູກສາວ ຂອງລາວກັບບ້ານ ຮ່ວມທັງ ໃຫ້ທືນຮຽນຫນັງສື ແລະບ່ອນຢູ່ອາສັຍໃຫ້ໃນລາວ ຫລັງຈາກລູກສາວ ຫນີໄປຢູ່ນຳ ໃນແຄັມພັກຂອງຄົນງານ ກໍ່ສ້າງ ຊຶ່ງເປັນສະຖານທີ່ ເຫັນວ່າບໍ່ປອດພັຍ. ດັ່ງຄຳເວົ້າຂອງປູ້ເປັນພໍ່ ໃນວັນທີ 26 ຕຸລາ ນີ້ວ່າ:

"ມື້ວັນທີ 10 ເພີ່ນກໍເຂົ້າໄປສົ່ງເພີ້ນຊີ່ແລ່ນເອກສານ ໄປສົ່ງ ກໍຮູ້ສືກດີໃຈເນາະ ເພີ່ນມີຄວາມຮັບຜິດຊອບ ໃຫ້ດີແລ້ວເຮົາບໍ່ມີທືນ ຊີ່ສົ່ງລູກ ເພີ່ນມີຄວາມຮັບຜີດຊອບ ທີ່ລົງທືນໃຫ້ລູກ ດີໃຈແຫຼະເນາະ ກໍຢາກຈະຂໍບອກຄອບຄຸນ ເພີ່ນຫລາຍໆ ທີ່ເພີ່ນຊ່ອຍດູແລ ເບີ່ງແຍງລູກ ຂອບຄຸນຫລາຍໆ ທັງຫນ່ວຍງານ ແລະສະຖານທູດ ທີ່ເພີ່ນອຳນວຍຄວາມສະດວກໃຫ້".

ທ່ານເວົ້າຕື່ມວ່າຢາກໃຫ້ ລູກຕົນເອງໄດ້ຮຽນສູງ ຍ້ອນວ່າລູກສາວ ຕ້ອງໄດ້ອອກໂຮງຮຽນ ຕິດຕາມພໍ່ແມ່ ໄປເຮັດວຽກໃນໄທ ຕັ້ງແຕ່ນາງ ຮຽນຈົບຊັ້ນ ປ4 ຢູ່ລາວ ນາງໄດ້ມາຢູ່ໄທ ຍ້ອນຢູ່ລາວ ບໍ່ມີໃຜ ເບີ່ງແຍງແລະຄອບຄົວ ກໍບໍ່ມີເງິນໃຫ້ຮຽນຫນັງສື ແລະວ່າຢູ່ລາວກໍບໍ່ມີບ້ານ ເປັນຂອງຕົນເອງ ວຽກກໍບໍ່ໄດ້ເຮັດ ທຸກຍາກຫລາຍຈື່ງ ຈຳເປັນຕ້ອງໄປຫາ ເຮັດວຽກໃນໄທ. ຜູ້ເປັນພໍ່ ເວົ້າອີກວ່າ:

"ບໍ່ມີທືນບໍ່ມີຫຍັງຫມົດ ບໍ່ມີຫຍັງເລີຍ ເຮືອນຊານຊີ່ຢູ່ນຳເຂົາກໍບໍ່ມີ ເຂົ້າຈະກີນຍັງບໍ່ມີ ດີນຢູ່ກໍຍັງບໍ່ມີ ຢ່າງວ່າ ເຮົາບໍ່ມີເງີນກໍເລີຍ ລູກບໍ່ໄດ້ ຮຽນ ກໍເລີຍພາລູກມາ ອາສັຍທາງພໍ່ແມ່ກໍລຳບາກ ທຸກຍາກຄືກັນ ຊ່ອຍເຫລືອກັນບໍ່ໄດ້ ກໍເລີຍບໍ່ຢາກປ່ອຍລູກ ໄວ້ນຳເພີ່ນ ບໍ່ຢາກເປັນ ພາລະເພີ່ນ".

ກ່ຽວກັບເຣື້ອງນີ້ໃນວັນທີ 10 ຕຸລາ ເຈົ້າຫນ້າທີ່ ກະຊວງຊັພຍາກອນສັງຄົມ ແລະຄວາມຫມັ້ນຄົງມະນຸດ ແລະເຈົ້າຫນ້າທີ່ ມູນນິທິເຄືອຂ່າຍ ສົ່ງເສີມຄຸນນະພາບ ແຮງງານໃນໄທ ພ້ອມທັງຄອບຄົວ ຂອງລາວເອງ ກໍໄດ້ໄປສົ່ງລູກສາວ ທີ່ແຂວງຈຳປາສັກ ເພື່ອມອບໃຫ້ພາກສ່ວນ ກ່ຽວຂ້ອງໃນລາວ ເບີ່ງແຍງ ແລະຮັບຜິດຊອບຕໍ່ ໃນການເຂົ້າໂຮງຮຽນ ແລະ ບ່ອນພັກພາ ອາສັຍໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.