ກັມມະກອນລາວ ວ່າ ຖືກກົດ ຄ່າແຮງ
2019.05.23
ຄົນງານລາວ ທີ່ເຮັດວຽກໃນໂຮງງານຕອກເຫຼັກຂອງວຽດນາມ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈໍານວນນຶ່ງ ຍັງຖືກກົດຂີ່ແຮງງານ ຄືໄດ້ຄ່າແຮງງານມື້ລະ 30 ຫາ 40 ພັນກີບ ຫຼືໄດ້ 9 ແສນກີບຕໍ່ເດືອນ ຊຶ່ງຖືວ່າໜ້ອຍກວ່າຄ່າແຮງງານຂັ້ນຕໍ່າສຸດ ຄື 1 ລ້ານ 1 ແສນກີບ ຕໍ່ເດືອນ ຕາມການແຈ້ງການ ຂອງສໍານັກງານນາຍົກຣັຖມົນຕຣີ ລົງວັນທີ 13 ມິນາ 2018 ແລະມີຜົນບັງຄັບໃຊ້ຕັັ້ງແຕ່ ວັນທີ 1 ພຶສພາ 2018 ນັ້ນ, ດັ່ງຄົນງານ ທີ່ເຮັດວຽກຢູ່ໂຮງງານດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 23 ພຶສພາ ນີ້:
“ເປັນກັມມະກອນ ຕອກເຫຼັກ ຢູ່ໂຮງງານຂອງວຽດນີ້ແຫຼະ ມັນກະນຶ່ງບໍ່ຮອດ 50 ພັນ ມັນກໍຍາກນາ 30-40 ນີ້ແຫຼະ ຄັນສເລັ່ຽເປັນມື້ນະ ຖືວ່າພັກວັນທິດບໍ່ໄດ້ເດ່ ແຮງງານນະ.”
ໃນຂນະດຽວກັນ ເຈົ້າໜ້າທີ່ຫ້ອງການແຮງງານແລະສວັດດີການສັງຄົມ ເມືອງໄຊທານີ ກ່າວວ່າ ທີ່ຜ່ານມາ ບໍ່ໄດ້ລົງໄປກວດກາໂຮງງານ ດ່ັງກາວ ໂດຍໃຫ້ເຫດຜົນວ່າ ບໍ່ມີແຮງງານທີ່ຖືກກົດຂີ່ແຮງງານນັ້ນ ສ່ົງຄໍາຮ້ອງທຸກມາຫາທາງເມືອງ, ຖ້າບໍ່ມີແຮງງານມາຮ້ອງຮຽນ ກໍບໍ່ ໄປກວດ ຍ້ອນວ່າ ເຂດໂຮງງານດັ່ງກ່າວ ຕັ້ງຢູ່ໃນເຂດເສຖກິຈພິເສດ ຊຶ່ງມີເຈົ້າໜ້້າທີສະພາບໍຣິຫານ ຄຸ້ມຄອງເຂດນັ້ນຢູ່ແລ້ວ.
ດັ່ງນັ້ນ, ທາງຜແນກແຮງງານ ແລະ ສວັດດີການສັງຄົມ ເມືອງ ຈະລົງໄປກວດໄດ້ ກໍຕໍ່ເມື່ອ ລົງໄປກວດ ພ້ອມກັບ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະຈະຕ້ອງມີໃບຄໍາຮ້ອງ ຂອງຄົນງານທີ່ຖືກກົດຂີ່ນັ້ນ ໄປສເນີຕໍ່ກະຊວງກ່ອນ, ດັ່ງທີ່ທ່ານກ່າວວ່າ:
“ພວກເຮົາໄປຍາກນະ ລົງໄປມັນໄດ້ເຮັດໜັງສືຈາກະຊວງໄປ ພວກເຮົາຢູ່ຂັ້ນເມືອງນິ່ນະ ຄັນວ່າຫັ່ນ ກໍໃຫ້ຂະເຈົ້າຂຽນຄໍາຮ້ອງ ພວກເຮົາ ຈະປະສານ ກັບກະຊວງລົງໄປ, ຫ້ອງວ່າການຣັຖບານ ຂະເຈົ້າໄປຢູ່ຫັ່ນນາ ຢູ່ສະພາບໍຣິຫານເຂດເສຖກິຈພິເສດ ມັນເປັນພະນັກງານຣັຖ ໄປປະຈໍາການຢູ່ຫັ່ນນະ ເຮັດຫຍັງຕ້ອງໄດ້ຜ່ານຜູ້ນັ້ນ ພວກເຮົາຈຶ່ງຊິລົງໄປໄດ້.”
ນອກຈາກນີ້ ຍັງມີຄົນງານລາວຫຼາຍຄົນ ທີ່ເຮັດວຽກຢູ່ບ່ອນອື່ນໆ ກໍຍັງໄດ້ຮັບຄ່າຈ້າງຕໍ່າກວ່າເງິນເດືອນຕໍ່າສຸດຢູ່.