ຄົນວ່າງງານຂໍໃຫ້ຊ່ອຍ ສຸກເສີນ ໂຄວິດ-19 ຣະບາດ
2020.03.30
ພະນັກງານຮ້ານອາຫານ ແລະໂຮງງານ ທີ່ຖືກພັກງານ ສເນີໃຫ້ທາງການ ອອກມາຕການຊ່ອຍເຫລືອສຸກເສີນ ເປັນຕົ້ນຈັດສັນງົບປະມານ ສຸກເສີນ ໃຫ້ເງິນເດືອນເຄິ່ງນຶ່ງ ພາຍຫລັງທີ່ຈໍານວນຫລາຍ ຢູ່ໃນສະພາບວ່າງງານ ຂະນະທີ່ໂຄວິດ-19 ຣະບາດ.
ແມ່ຄົວຮ້ານອາຫານ ນາງນຶ່ງ ເວົ້າຕໍ່ RFA ໃນມື້ວັນທີ 30 ມີນາ ນີ້ວ່າ ໂຕເອງແລະເພື່ອນຮ່ວມງານ ຍັງບໍ່ໄດ້ຮັບເງິນເດືອນເດືອນມີນານີ້ ເທື່ອ ຍ້ອນເຈົ້າຂອງຮ້ານ ບໍ່ມີຣາຍໄດ້ເຂົ້າຮ້ານ:
“8-9 ຄົນຄືວ່າງງານ ຈົນບໍ່ຮູ້ແນວເຮັດນະ ເມື່ອຍນັ່ງເມື່ອຍນອນແລ້ວ ຄັນເພິ່ນມີກໍຍິ່ງດີຫັ້ນແຫລະ ຄັນເພິ່ນມີກໍມາຊ່ວຍ ເພາະໄທເຮົາໄດ້ ຮອດເຄິ່ງນຶ່ງຂອງເງິນເດືອນ ກໍແຮງດີ ລ້ານນຶ່ງຈັ່ງຊີ້ ກໍໃຫ້ຈັກ 5 ແສນຈັ່ງຊີ້ເນາະ.”
ນາງເວົ້າຕື່ມວ່າ ສືບເນື່ອງມາຈາກ ທາງການອອກແຈ້ງການ ສັ່ງໂຈະກິຈກັມ ສລອງງານບຸນສິນກິນທານ ແລະການຊຸມນຸມໃຫຍ່ ເພື່ອ ຄວບຄຸມການແຜ່ຣະບາດ ຂອງໂຄວິດ-19 ນັ້ນ ເຮັດໃຫ້ເຈົ້າພາບຈັດ ກອງປະຊຸມ ຈັດງານດອງ ງານບຸນຕ່າງໆ ທີ່ໄດ້ສັ່ງອາຫານ-ເຄື່ອງດື່ມ ໄວ້ແລ້ວນັ້ນ ຕ້ອງໂທມາໂຈະ ຍ້ອນຕ້ອງໄດ້ເລື່ອນຈັດງານໄປ ແບບ ບໍ່ມີກໍານົດ ຕັ້ງແຕ່ຕົ້ນເດືອນມີນາມາ. ເພື່ອນຮ່ວມງານ ແລະໂຕເອງ ກໍເລີຍຖືກໃຫ້ພັກງານ ແລ້ວກໍເດີນທາງກັບບ້ານເກີດ ຊຶ່ງອາຈໄດ້ກັບມາເຮັດວຽກ ຢູ່ຮ້ານອາຫານຄືເກົ່າ ເມື່ອໂຄວິດ-19 ສງົບລົງ.
ຄົນງານຢູ່ໂຮງງານຊິເມັນຈີນ ເມືອງສາຣະວັນ ແຂວງສາຣະວັນ ເວົ້າວ່າ ຫາກເປັນໄປໄດ້ ກໍຢາກສເນີໃຫ້ພາກສ່ວນ ກ່ຽວຂ້ອງ ອອກ ມາຕການ ຊ່ອຍເຫລືອ ສຸກເສີນໃຫ້ເງິນເດືອນຕາມປົກກະຕິ ແກ່ກຸ່ມຄົນງານ ທີ່ເຈັບເປັນ ຮວມທັງຕົນເອງ ແລະໝູ່ຮ່ວມງານຫລາຍຄົນ ທີ່ຖືກສັ່ງພັກວຽກ ເປັນເວລາ 1 ເດືອນ ຍ້ອນອູນຫະພູມ ຂຶ້ນສູງ ຮອດ 38 ອົງສາ ດ້ວຍເຄື່ອງແທກຈໍ້າໜ້າຜາກ ໂດຍທີ່ທາງໂຮງງານ ບໍ່ຈ່າຍຄ່າປິ່ນປົວ ແລະຄ່າແຮງງານ ທີ່ເຄີຍໄດ້ມື້ລະ 10 ພັນກີບນັ້ນແຕ່ຢ່າງໃດ:
“ເຣື່ອງເຈັບເປັນກໍໃຫ້ຊ່ວຍເນາະ ເປັນແບບກັມມະກອນເຂົາຢູ່ຫັ້ນ ເປັນຢູ່ໂຮງງານເຂົາ ແຕ່ວ່າມາປິ່ນປົວມະຫຍັງກໍຢາກໃຫ້ເຂົາຊ່ວຍ ອັນນີ້ ເຂົາບໍ່ໄດ້ຊ່ວຍ ກໍອອກມາແລ້ວ ໄປປິ່ນປົວເອງ ເຂົາກວດຄວາມຮ້ອນ ທາງຈີ້ໜ້າຜາກ ຜູ້ໃດມັນຂຶ້ນສູງ ເຂົາໃຫ້ອອກໄປ ເປັນໄຂ້ຫວັດ ໄຂ້ ໄອ ເຂົາວ່າ ສົ່ງມາປິ່ນປົວຢູ່ເຮືອນ ເຂົາບໍ່ຮັບປິ່ນປົວໃຫ້ ຢູ່ໃນໂຮງງານ ກໍຢຸດຮອດນຶ່ງເດືອນຫັ້ນແຫລະ ກໍບໍ່ມີງານທໍາ ເຊົາໄປຄືບໍ່ໄດ້ເລີຍ ເງິນເດືອນນີ໋.”
ເຈົ້າໜ້າທີ່ກະຊວງແຮງງານ ແລະສວັດດິການສັງຄົມ ເວົ້າວ່າ ບັນຫາຄົນງານ ໂຮງງານສິເມັນ ຖືກສັ່ງພັກວຽກ 1 ເດືອນ ຍ້ອນມີໄຂ້ສູງນັ້ນ, ຕາມກົດໝາຍແຮງງານຂອງລາວແລ້ວ ນາຍຈ້າງຕ້ອງໄດ້ຈ່າຍເງິນ ເດືອນ ໃຫ້ຄົນງານ ເນື່ອງຈາກຖືກຈັດຢູ່ໃນກຸ່ມ ມີຄວາມສ່ຽງຕິດເຊື້ອ ໂຄວິດ-19. ທ່ານເວົ້າວ່າ ຂນະນີ້ຣັຖບານ ພວມຄົ້ນຄວ້າກັນຢູ່ວ່າ ຈະກໍານົດໃຫ້ນາຍຈ້າງ ຈ່າຍເງິນໃຫ້ພະນັກງານ ທີ່ວ່າງງານຕາມເງື່ອນໄຂ ວິກິດການ ໂຄວິດ-19 ທັງຢູ່ໃນຣະບົບປະກັນສັງຄົມ ແລະບໍ່ໄດ້ຢູ່ໃນຣະບົບສັງຄົມ ຈັກເປີເຊັນ, ດັ່ງທີ່ທ່ານກ່າວວ່າ:
“ຄັນວ່າຂະເຈົ້າໄດ້ພັກ ນາຍຈ້າງກໍຕ້ອງຈ່າຍເງິນໃຫ້ພວກແຮງງານ ເພາະວ່າຂະເຈົ້າກໍມີອາການສ່ຽງສື່ໆ ເດິະ ມັນບໍ່ແມ່ນວ່າຂະເຈົ້າ ເປັນກໍຕ້ອງຈ່າຍເງິນເດືອນ ໃຫ້ຂະເຈົ້າປົກກະຕິກ່ອນ. ແຕ່ວ່າດຽວນີ້ ມີແຕ່ ລໍຖ້າໃຫ້ຣັຖບານ ແຈ້ງສື່ໆວ່າ ສິຈ່າຍເງິນໃຫ້ຈັກເປີເຊັນ ເທົ່ານັ້ນເພາະວ່າ ດຽວນີ້ ພວກເຮົາກໍາລັງເຮັດແຈ້ງການເນາະ ກ່ຽວກັບວ່າຣັຖບານເຮົາສິໃຫ້ ແຈ້ງຫານາຍຈ້າງແນວໃດ ກໍຣະນີນາຍຈ້າງ ໃຫ້ຜູ້ອອກ ແຮງງານ ຢຸດເຮັດວຽກແລ້ວ ແລ້ວສິໃຫ້ເງິນເທົ່າໃດນີ໊.”
ເຈົ້າໜ້າທີ່ປະກັນສັງຄົມ ກ່າວວ່າ ທຸກຄົນທີ່ມີປະກັນສັງຄົມ ແບບສມັກໃຈແລະແບບວິສາຫະກິດ ທີ່ນາຍຈ້າງເຮັດໃຫ້ ຈະໄດ້ຮັບສິດອຸດໜູນ ກໍຣະນີວ່າງງານ ແລະກໍຣະນີຕິດເຊື້ອໂຄວິດ-19 ໃນໄລຍະໂຄວິດ ຣະບາດ. ແຕ່ສິດດັ່ງກ່າວ ທາງພາກສ່ວນກ່ຽວຂ້ອງ ກໍາລັງ ສຶກສາ ຄົ້ນຄວ້າຢູ່ວ່າ ຈະໄດ້ເງິນອຸດໝູນວ່າງງານ ແລະຕິດເຊື້ອໂຄວິດ-19 ຈັກ ເປີເຊັນ:
“ສົມມຸດວ່າ ຄືພວກຂະເຈົ້າມີເອກກະສານ ມາຈາກໂຮງງານຄືວ່າ ຊ່ວງນີ້ວິກິດການພຍາດ ບໍ້ ເຈົ້າເຮັດເອກກະສານ ໃຫ້ພະນັກງານ ເຈົ້າເນາະ ບໍຣິສັດຂ້ອຍ ບໍ່ສາມາດດໍາເນີນການ ກົດໝາຍເຮົາກໍມີ ແມ່ນ 1. ເຣື່ອງການລົ້ມລະລາຍ 2. ແມ່ນພັຍພິບັດທີ່ເຮັດໃຫ້ແຮງງານ ບໍ່ໄດ້ເຮັດວຽກ ສິດຕາມກົດໝາຍ ພວກເຮົາກໍມີການໃຫ້ວ່າງງານ ຄືກັນ ກໍາລັງຄົ້ນຄວ້າພິຈາຣະນາຄືກັນ ກໍຕ້ອງອີງຕາມເອກກະສານ ທີ່ວ່າມັນເປັນ ທາງການອອກມາ.”
ທ່ານກ່າວຕື່ມວ່າ ຜູ້ໃດກໍຕາມ ຫາກບໍ່ໄດ້ເຂົ້າຣະບົບປະກັນສັງຄົມ ກໍຈະບໍ່ໄດ້ຮັບສິດອຸດໜູນ ກໍຣະນີວ່າງງານ ແລະ ກໍຣະນີຕິດເຊື້ອ ໂຄວິດ-19 ແຕ່ຢ່າງໃດ.