ນາຍຈ້າງ ຕ້ອງເປັນຜູ້ຮັບປະກັນເອົາ ຄົນງານລາວ
2022.02.03
ຣັຖບານລາວ ແລະຣັຖບານໄທຍ ໄດ້ມີຂໍ້ຕົກລົງຮ່ວມກັນ ຕາມບັນທຶກຄວາມເຂົ້າໃຈ ດ້ວຍຄວາມຮ່ວມມື ໃນການຈ້າງ ງານແຮງງານຕ່າງດ້າວ ລະຫວ່າງຣັຖບານ ຫຼື MOU ພາຍໃຕ້ສະຖານະການ ການແຜ່ຣະບາດຂອງເຊື້ອໂຄວິດ-19 ສາມາດໃຫ້ຄົນງານລາວ ທີ່ມີ MOU ໄປເຮັດວຽກໃນໄທຍໄດ້.
ໂດຍຄົນງານລາວ ທີ່ຈະເຂົ້າໄປເຮັດວຽກໃນໄທຍນັ້ນ ຕ້ອງມີນາຍຈ້າງເປັນຜູ້ຮັບປະກັນ ໃນການໄປເຮັດວຽກ ຈາກນັ້ນນາຍຈ້າງຈະຕ້ອງຍື່ນເອກະສານໄປຍັງ ສໍານັກງານຈັດຫາງານແຂວງກ່ອນ ຖ້າຫາກເອກະສານຄົບຖ້ວນແລ້ວ ເຈົ້າໜ້າທີ່ກົມຈັດຫາງານຂອງໄທຍ ກໍຈະສົ່ງເອກະສານ ໄປຍັງກົມຈັດຫາງານຂອງລາວ ເພື່ອຂໍໃບອະນຸຍາດໃຫ້ຄົນງານລາວ ເຂົ້າໄປເຮັດວຽກໃນໄທຍໄດ້ຢ່າງຖືກຕ້ອງ.
ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນວັນທີ່ 3 ກຸມພາ ນີ້ວ່າ:
“ປັດຈຸບັນນີ້ ເພິ່ນກະຍັງແລ່ນຢູ່ ນາຍຈ້າງພຸ້ນນ່າ ເປັນຜູ້ຮັບປະກັນເນາະ ໂດຍທີ່ວ່າໄປຜ່ານໜ່ວຍງານແຮງງານຂອງໄທຍ ວ່າຢັ້ງຢືນຕ້ອງການຄົນງານເທົ່ານີ້ ຫຼັງຈາກນັ້ນ ມັນກໍຈະມີໃບອະນຸຍາດຈາກເບື້ອງໄທຍ ຫຼັງຈາກນັ້ນແລ້ວ ກະເບື້ອງລາວ ຈະເອົາໂຕນັ້ນມາເບິ່ງ ຈຶ່ງເຮັດເຣື່ອງໃບອະນຸຍາດ ຈຶ່ງອະນຸມັດ ເຣື່ອງແຮງງານໄປເຮັດວຽກ ຕ້ອງມີໜ່ວຍງານທັງໄທຍທັງລາວ ເຫັນດີນໍາກັນຫັ້ນນ່າ.”
ຂະນະທີ່ ເຈົ້າໜ້າທີ່ບໍຣິສັດຈັດຫາງານແຫ່ງນຶ່ງ ຢູ່ລາວກ່າວວ່າ ປັດຈຸບັນນີ້ ຫຼາຍບໍຣິສັດຈັດຫາງານຂອງລາວ ກໍເປີດໃຫ້ຄົນງານລາວແລ່ນເອກະສານ ເພື່ອທີ່ຈະເຂົ້າໄປເຮັດວຽກໃນໄທຍໄດ້ແລ້ວ ສໍາລັບຄ່າໃຊ້ຈ່າຍ ໃນການແລ່ນເອກະສານຕ່າງໆ ຮວມທັງໝົດຂອງບໍຣິສັດນີ້ ຈະຕົກຢູ່ປະມານ 2 ໝື່ນບາດຂຶ້ນໄປ.
ດັ່ງທ່ານກ່າວວ່າ:
“ພາກັນຕຣຽມແລ້ວ ຈະເປີດຕົ້ນເດືອນໜ້າ ທ້າຍເດືອນນີ້ 2 ໝື່ນບາດຂຶ້ນລ່ະ ຮວມທັງເມືອງໄທຍພ້ອມ ໂຕນີ້ ຕຣຽມເອກກະສານໄວ້ໄດ້ເລີຍ ຂໍຍື່ນເອກກະສານໄວ້ໄດ້ແລ້ວ ເພາະວ່າ ກວ່າຈະໄດ້ເອກກະສານທາງຝັ່ງໄທຍ ກະປະມານ 3 ອາທິດແລ້ວເດ້ ກັກໂຕ 7 ວັນເດ້ ເມືອງໄທຍ ລະຕ້ອງໄດ້ກວດໂຄວິດ 2 ຄັ້ງເດ້.”
ນອກຈາກນີ້ ເຈົ້າໜ້າທີ່ກົມຈັດຫາງານ ໃນແຂວງໜອງຄາຍ ກໍກ່າວເຖິງເຣື່ອງນີ້ວ່າ ທາງການລາວ ແລະໄທຍ ກໍໄດ້ມີຂໍ້ຕົກລົງຮ່ວມກັນແລ້ວ ໃຫ້ສາມາດນໍາເຂົ້າຄົນງານລາວ ທີ່ມີ MOU ໄດ້ໃນໄວໆນີ້ ແລະປັດຈຸບັນ ນາຍຈ້າງກໍສາມາດຍື່ນເອກະສານຕ່າງໆ ໃຫ້ຄົນງານລາວ ທີ່ຕ້ອງການນໍາເຂົ້າມານັ້ນ ໄປຍັງກົມຈັດຫາງານຂອງແຂວງໄດ້ແລ້ວ.
ດັ່ງທ່ານກ່າວວ່າ:
“ຕອນນີ້ ໃຫ້ນາຍຈ້າງຍື່ນໄດ້ແລ້ວ ແຕ່ວ່າຍັງບໍ່ຮູ້ວ່າມື້ໃດ ໜ້າຈະໄວໆນີ້ ຖ້າເກີດວ່າເຂົ້າມາ ກໍຕ້ອງມີການກັກໂຕ ອາຈ 7 ມື້ ແລ້ວກໍຕ້ອງນໍາອີກວ່າ ແຮງງານໄດ້ຮັບການສັກວັກຊິນແລ້ວຈັກເຂັມ ນາຍຈ້າງຈະຕ້ອງມາຍື່ນ ທີ່ບ່ອນຈັດຫາງານເພື່ອນໍາເຂົ້າແຮງງານ ແຮງງານກໍຈະສົ່ງຣາຍຊື່ຂອງນາຍຈ້າງໄປທີ່ກົມ ກົມກໍຈະຕ້ອງຕອບກັບມາ ແລ້ວທາງເຮົາຈະເຮັດໜັງສືໄປທີ່ສະຖານທູດ ເພື່ອນໍາເຂົ້າແຮງງານຕ່າງດ້າວ ຄົນນີ້ເຂົ້າມາ.”
ກ່ຽວກັບເຣື່ອງນີ້ ຄົນງານລາວທ່ານນຶ່ງ ທີ່ຢູ່ໃນລາວ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນ ນາຍຈ້າງກໍກໍາລັງດໍາເນີນການ ຍື່ຶນເອກະສານຕ່າງໆໃຫ້ຕົນແລ້ວ ເຊິ່ງກໍາລັງລໍຖ້າການອະນຸມັດ ເພາະຍັງມີຄວາມຫຍຸ້ງຍາກຫຼາຍຢ່າງ ເຊິ່ງຕ້ອງໄດ້ຜ່ານການອະນຸມັດຈາກກົມຈັດຫາງານທັງຝັ່ງລາວແລະຝັ່ງໄທຍກ່ອນ ຈຶ່ງຈະເຂົ້າໄປເຮັດວຽກໃນໄທຍໄດ້.
ສ່ວນສໍາລັບຄ່າໃຊ້ຈ່າຍນັ້ນ ກໍຖືວ່າແພງຫຼາຍ ຄືຕົກຢູ່ປະມານ 3 ໝື່ນບາດ ເຮັດໃຫ້ບາງຄົນຍັງຄາເຣື່ອງຄ່າໃຊ້ຈ່າຍນີ້ຢູ່ ເພາະບໍ່ສາມາດຈ່າຍເງິນຫຼາຍເຖິງຂນາດນີ້ໄດ້ ຈຶ່ງມີການລັກລອບເຂົ້າໄປເຮັດວຽກໃນໄທຍແບບຜິດກົດໝາຍ ເນື່ອງຈາກມີຄ່າໃຊ້ຈ່າຍ ຖືກກວ່າການໄປແບບຖືກຕ້ອງ.
ດັ່ງຄົນງານຜູ້ນີ້ ກ່າວວ່າ:
“ມັນຍາກຫຼາຍອັນຫັ້ນນ່າ ມັນຍາກແຕ່ຢູ່ລາວເດີ້ ມັນຍາກຢູ່ໄທຍພ້ອມ ຖືວ່າເພິ່ນຮັບທາງນັ້ນ ທາງນີ້ກໍຕ້ອງຮັບອີກ ແຕ່ວ່າຄ່າໃຊ້ຈ່າຍຢູ່ລາວເຮົາກະຕ້ອງໄດ້ແລ່ນອີກ ມັນໝົດກະວ່າຫຼາຍ ກີບລາວເຮົາບໍ່ຕໍ່າກວ່າ 10 ລ້ານເດ້ ປະມານ 3 ໝື່ນ ເຂົາກະຍັງຕິດເຣື່ອງຄ່າໃຊ້ຈ່າຍ ບາງຄົນກະລັກເຂົ້າໄປ ບາງຄົນກະລອດ ບາງຄົນກະຖືກສົ່ງໂຕກັບ.”
ຄົນງານລາວອີກຜູ້ນຶ່ງ ກໍກ່າວວ່າ ຕົນເອງກໍຢາກໄປເຮັດວຽກຢູ່ໄທຍຢູ່ ແລະກໍໄດ້ມີການໂອ້ລົມກັບນາຍຈ້າງແລ້ວ ແຕ່ປັດຈຸບັນ ຍັງບໍ່ສາມາດເຂົ້າໄປໄດ້ແບບປົກກະຕິເທື່ອ ຕ້ອງໃຫ້ນາຍຈ້າງເປັນຜູ້ດໍາເນີນເອກະສານທຸກຢ່າງໃຫ້ ຮວມເຖິງຕົນເອງກໍຕ້ອງໄດ້ເສັຍຄ່າໃຊ້ຈ່່າຍໃໝ່ ເນື່ອງຈາກ ບັດ MOU ໝົດອາຍຸແລ້ວ ແລະຖ້າຫາກເວົ້າເຖິງເຣື່ອງຄ່າໃຊ້ຈ່າຍນັ້ນ ກໍຖືວ່າແພງຢູ່.
ດັ່ງຄົນງານລາວ ຜູ້ນີ້ກ່າວວ່າ:
“ຕິດຕໍ່ເພິ່ນຢູ່ ນໍາເຈົ້ານາຍເກົ່າເດ້ ເພິ່ນວ່າຈະຕໍ່ໃຫ້ຄືນ ນ້ອງເຄີຍໄປເຮັດງານຢູ່ໄທຍ ແລ້ວລົງມາບ້ານ ແລ້ວກະບໍ່ໄດ້ຂຶ້ນໄປອີກເລີຍ ແລ້ວກໍຢາກຂຶ້ນໄປໃໝ່ຫັ້ນລ່ະ ບາງຄົນກໍເສັຍໝື່ນແປດ ບາງຄົນກໍເສັຍໝື່ນເຈັດ ມັນແລ້ວແຕ່ ບໍ່ຮູ້ນໍາເພິ່ນ ດໍາເນີນແບບໃດຫັ້ນນ່າ ມີແຕ່ເຈົ້ານາຍດໍາເນີນເຣື່ອງໃຫ້ ເຈົ້ານາຍອອກໃຫ້ກ່ອນເດ້ ເພິ່ນກະມາຫັກເງິນເດືອນເຮົາທີ່ຫຼັງ.”
ຫຼ້າສຸດ ໃນວັນທີ່ 3 ກຸມພານີ້ ເຈົ້າໜ້າທີ່ທະຫານ-ຕໍາຣວດ ຂອງໄທຍ ຈັບຄົນລາວ ທີ່ລັກລອບເຂົ້າປະເທດໄທຍແບບຜິດກົດໝາຍ ຢູ່ແຄມຝັ່ງແມ່ນໍ້າຂອງ ທີ່ເມືອງເຂມມະຣາດ ແຂວງອຸບົນຣາຊນີ ໄດ້ທັງໝົດ 14 ຄົນ ໃນນັ້ນ ມີແມ່ຍິງ 9 ຄົນ ແລະຜູ້ຊາຍ 5 ຄົນ ຊຶ່ງທັງໝົດເຂົ້າມາໄທຍ ເພື່ອຈະໄປຊອກວຽກເຮັດງານທໍາ ຢູ່ທີ່ກຸງເທບມະຫານະຄອນ ອີງຕາມການຣາຍງານຂອງສໍານັກຂ່າວ ສະຢາມຣັດອອນລາຍນ໌.