ຄົນງານລາວວ່າຖືກໄຖເງິນ
2017.04.11
ຄົນງານລາວໃນໄທ ຢາກໃຫ້ທາງການ ຊ່ອຍແກ້ໄຂບັນຫາ ກໍຣະນີ ທີ່ຄົນງານລາວ ບາງຄົນຖືກຕຳຣວດໄທ ກັກຕົວໄວ້ ຕາມດ່ານ ໃນຊ່ວງ ບຸນປີໃຫມ່ ທັ້ງໆທີ່ມີ ເອກກະສານ ຖືກຕ້ອງ ຕາມກົດໝາຍໃນໄທ ພ້ອມທັງ ມີບັດເຫຼືອງ ຫລື ຫນັງສືເດີນທາງຊົ່ວຄາວ ກັບບ້ານໃນຊ່ວງ ບຸນປີໃຫມ່ ຈາກສະຖານທູດລາວ ທີ່ບາງກອກ. ດັ່ງການເປີດເຜີຍ ຂອງຄົນລາວ ທີ່ແຂວງສວັນນະເຂດ ຜູ້ມີລູກຫລານ ທີ່ປະສົບກັບບັນຫາ ດັ່ງກ່າວ ໃນການ ກັບມາຢາມບ້ານ:
"ເຮັດກໍຄົນລະ 500 ແລ້ວ ບັດເຫລືອງນັ້ນ ຢາກຮູ້ວ່າຫນັງສື ຈາກສະຖານທູດລາວ ມັນບໍ່ສັກສີດເລີຍບໍ ບໍ່ມີຄວາມໝາຍເລີຍບໍ ເປັນຫຍັງ ດ່ານກວດຍັງໂດນກັກໄວ້ ຍັງກັກຕົວ ເອົາເງິນເອົາຄຳ ຢູ່ຈັ່ງຊັ້ນແຫຼະ ເປັນຫຍັງເພິ່ນເຮັດໃຫ້ ອອກໃຫ້ ຕຳຣວດ ທີ່ຝັ່ງໄທ ນີ້ຍັງກັກເຂົາຢູ່ ອອກໃຫ້ຍັງໂດນກັກຕົວນີ້ ບໍ່ຕ້ອງອອກ ມິດຊະ".
ທ່ານເວົ້າຕື່ມວ່າ ກໍຣະນີ ຂອງຄົນງານລາວ ທີ່ຖືກຕຳຣວດໄທ ກັກຕົວໃນຍາມກັບບ້ານ ໃນຊ່ວງບຸນປີໃຫມ່ ນັ້ນສ່ວນໃຫຍ່ ມັກ ເກີດຂຶ້ນ ທີ່ດ່ານກວດຣົດຕູ້ ຣົດທົວ ທີ່ດ່ານໝອງສູງ ແລະດ່ານຄຳສະອີ ຣະຫວ່າງ ທາງໄປຂົວ ມິດຕະພາບ ລາວ-ໄທ ທີ່ແຂວງ ມຸກດາຫານ ປະເທດໄທ.
ຕຳຣວດໄທ ໃນດ່ານດັ່ງກ່າວ ຈະກວດເອກກະສານ ແລະເລືອກເອົາຊາວຫນຸ່ມລາວ ຜູ້ທີ່ມາເຮັດວຽກ ໃນໄທບໍ່ດົນ ມາກັກຕົວໄວ້ ທັ້ງໆທີ່ມີ ເອກກະສານຄົບຖ້ວນ ຫລັງຈາກນັ້ນ ກໍຮຽກເງິນຄົນລະ 500-1000 ບາດ ຊຶ່ງຄົນງານລາວ ກໍຢ້ານຈື່ງຈ່າຍເງິນ ໃຫ້ຂະເຈົ້າ ເພາະຢາກ ກັບບ້ານ. ຫລັງຈາກໃຫ້ເງິນແລ້ວ ເຈົ້າຫນ້າທີ່ຕຳຣວດ ກໍພາຂະເຈົ້າ ຂຶ້ນຣົດກະບະ ປະຈຳດ່ານ ໄປສົ່ງຂ້າມຂົວ ມິດຕະພາບ ໄປລາວ. ທ່ານກ່າວເພີ້ມວ່າ:
"ຕຳຣວດເນາະ ເຂົກໍມີຂູ່ມີຫຍັງຈັ່ງຊັ້ນແຫຼະ ວ່າຜິດກົດໝາຍ ແນວນັ້ນແນວນີ້ ແລ້ວກໍບໍ່ກ້າເວົ້າແຫຼະ ຢາກໃຫ້ທາງ ສະຖານທູດນີ້ ອະທິບາຍ ໃຫ້ວ່າຕຳຣວດຈັບ ຕຳຣວດຫຍັງນີ້ ບໍ່ຕ້ອງຢ້ານ ເພາະວ່າ ອອກຫນັງສື ໃຫ້ເຂົາແລ້ວເນາະ ກໍຕ້ອງປະກັນ ເຂົາແຫຼະ ປະສານ ອະທິບາຍໃຫ້ ເຈົ້າຫນ້າທີ່ໄທ ຟັງວ່າ ມັນເປັນຈັ່ງຊີ້ ຫນັງສືນີ້".
ທ່ານວ່າ ຖ້າຖືກກັກຕົວແບບນີ້ ໃນອະນາຄົດຄົນງານ ກໍບໍ່ຢາກໄປເຮັດຫນັງສື ກັບບ້ານຢູ່ ສະຖານທູດລາວ ອີກແລ້ວ ເພາະເຮັດມາແລ້ວ ຍັງຖືກກັກຕົວ ແລະຮຽກເອົາເງິນ ຕື່ມອີກ.