ຄົນງານລາວມີຂໍ້ຈໍາກັດ ໄປ ເກົາຫລີໃຕ້
2018.10.31
ຄົນງານລາວຍັງມີຂໍ້ຫຍຸ້ງຍາກຫລາຍຢ່າງ ເພື່ອທີ່ຈະໄປເຮັດວຽກ ຢູ່ ປະເທດເກົາຫລີໃຕ້ ຫຼືຍີ່ປຸ່ນ ເປັນຕົ້ນ ຍ້ອນຄວາມຮູ້ ຄວາມສາມາດ ແລະຄວາມຊໍານິຊໍານານ ໃນການເຮັດວຽກ ບໍ່ຮູ້ພາສາ ແລະ ບໍ່ມີເງິນພຽງພໍ ເພື່ອເປັນທຶນຄໍ້າປະກັນ ຊື່ງສູງເຖິງ 25 ລ້ານກິບ. ດັ່ງ ເຈົ້າໜ້າທີ່ແຮງງານ ແລະ ສວັດດິການສັງຄົມ ທ່ານນຶ່ງກ່າວວ່າ:
“ນຶ່ງມາ ພາສາກໍມີສ່ວນ ເນາະ ຄືວ່າຄັນເຮົາສມັກໄປແລ້ວ ມັນຈະມີການໄປກຽມພາສາເຂົາ ຢູ່ໃນຣະຍະ 3 ເດືອນ ແຕ່ວ່າຫລັກໆ ມັນເວົ້າ ເຣື້ອງທາງດ້ານ ທຶນຮອນ ເພາະວ່າມັນຕ້ອງໄດ້ໃຊ້ຫລັກສັບ ຄໍ້າປະກັນເພື່ອຢ້ານຜູ້ກ່ຽວ ເຕັ້ນໂຕນໂຍນໜີ ນອກຈາກ ປະເທດໄທ ທີ່ໄປຍິ່ປຸ່ນ ໄປເກົາຫຼີ ຕົວນີ້ມັນຈະໃຊ້ ຄ່າໃຊ້ຈ່າຍສູງ ເປັນຫລັກແສນບໍ ຫຼືວ່າຫລຸດຫລັກແສນ ລົງມາ ໜ້ອຍໜຶ່ງແບບນີ້.”
ທ່ານກ່າວຕື່ມວ່າ ເງິນຄໍ້າປະກັນ ເປັນສິ່ງສໍາຄັນ ໃນການໄປອອກແຮງງານ ຢູ່ເກົາຫລີໃຕ້ ແລະຍີ່ປຸ່ນ ເພື່ອປ້ອງກັນຄົນງານລັກລອບ ໄປຢູ່ ປະເທດອື່ນ ແລະເພື່ອປ້ອງກັນ ການຖືກຕົວະຍົວະ ຫລອກລວງ ຫຼືຕົກເປັນເຫຍື່ອ ຂອງການຄ້າມະນຸດ.
ນອກເໜືອຈາກເຣື້ອງເງິນ ດັ່ງກ່າວແລ້ວ ໃນຣະຍະຜ່ານມາ ເຣື້ອງຄວາມຮູ້ ຄວາມສາມາດ ຍັງເປັນບັນຫາ ທີ່ສໍາຄັນຂອງການສົ່ງຄົນງານ ໄປອອກແຮງງານ ຢູ່ຕ່າງປະເທດ, ແຕ່ທາງເຈົ້າໜ້າທີ່ ກໍໄດ້ຮ່ວມມືກັບຍີ່ປຸ່ນ ແລະເກົາຫລີໃຕ້ ເພື່ອຊ່ວຍຄົນງານລາວ ດັ່ງທ່ານກ່າວວ່າ:
“ມັນກໍມີໜ່ວຍງານ ທາງພາກຣັຖ ເຮົາທີ່ວ່າ ຮ່ວມມືຣະຫວ່າງຍີ່ປຸ່ນ ກັບເກົາຫລີ ທີ່ວ່າເຮົາຈັດສົ່ງແຮງງານລາວ ໄປທໍາງານ ແຕ່ວ່າຄ່າ ໃຊ້ຈ່າຍມັນກໍຊິສູງໆຢູ່ ເພາະວ່າ ມັນເປັນຂັ້ນຕອນ ໂຄງການຫາກໍຣິເຣີ້ມ ຍ່າງເຂົ້າປີທີ 2 ແຕ່ວ່າ ແຜນໃນຕໍ່ໜ້ານີ້ ມັນມີຢູ່ແລ້ວ ແຕ່ວ່າ ແຜນເພິ່ນຊິພັທນາ ຫຼືວ່າ ປັບປຸງອັນໃດອັນນຶ່ງ ແຕ່ວ່າ ເຮົາກໍຊິຕອບໃຫ້ຣະອຽດ ບໍ່ໄດ້.”
ເຖິງຢ່າງໃດກໍຕາມ ເມື່ອກາງເດືອນຕຸລາ ຜ່ານມາ ທາງການຄູເວດ ກັບທາງການລາວ ໄດ້ປຶກສາຫາຣື ເຖິງຄວາມເປັນໄປໄດ້ ໃນການ ຈັດສົ່ງ ແຮງງານລາວ ໄປເຮັດວຽກຢູ່ ຄູເວດ ກວ່າ 1 ພັນຄົນ ໃນຂແໜງຕ່າງໆ ເປັນຕົ້ນ: ແມ່ບ້ານ, ຄົນເຮັດສວນ, ແລະ ຄົນຂັບຣົຖ.
ອິງຕາມຂໍ້ມູນ ຂອງກະຊວງແຮງງານ ແລະ ສວັດດີການສັງຄົມ ໃນປີ 2017 ປະເທດລາວໄດ້ຈັດສົ່ງ ແຮງງານລາວ ໄປເຮັດວຽກ ຢູ່ຕ່າງ ປະເທດ ຫລາຍກວ່າ 50 ພັນຄົນ ໃນນັ້ນເປັນແມ່ຍິງ 27 ພັນຄົນ ໄປເຮັດວຽກ ໃນຫລາຍປະເທດ ເປັນຕົ້ນ ປະເທດ ຍີ່ປຸ່ນ, ເກົາຫລີ ແລະໄທ.