ພີ່ນ້ອງຄົນງານລາວໃນໄທ ນໍາສົບ ກັບບ້ານ
2019.08.22
ຄົນງານລາວ 10 ຄົນ ທີ່ເສັຽຊີວິດ ຍ້ອນອຸບັດຕິເຫດ ຣົດຕູ້ຕໍາກັບຣົດບັນທຸກ ສິນຄ້າ 18 ລໍ້ ຣະຫວ່າງທາງ ໄປຕໍ່ວີຊາ ຜ່ານດ່ານຊາຍແດນ ຖາວອນ ບ້ານແຫລມ ແຂວງຈັນທະບູຣີ ທີ່ຕິດກັບປະເທດກັມພູຊາ ເມື່ອວັນທີ 18 ສິງຫາ 2019 ເວລາ 4 ໂມງເຊົ້ານັ້ນ ສ່ວນນຶ່ງພີ່ນ້ອງ ໄດ້ເດີນທາງມາຂໍຮັບສົບ ກັບບ້ານ.
ອຸບັດຕິເຫດເກີດຂຶ້ນ ຢູ່ເມືອງວັງສົມບູນ ແຂວງສະແກ້ວ, ເຮັດໃຫ້ຄົນງານລາວ ເສັຽຊີວິດຄາທີ່ 10 ຄົນໃນຈໍານວນທັງໝົດ 13 ຄົນ ທີ່ຢູ່ໃນ ຣົດຕູ້ຄັນນັ້ນ. ສ່ວນອີກ 3 ຄົນ ບາດເຈັບແລະຖືກສົ່ງໄປປິ່ນປົວຢູ່ໂຮງໝໍ ເມືອງວັງສົມບູນ ແຂວງສະແກ້ວ.
ໃນຈໍານວນຄົນງານລາວ 10 ຄົນ ທີ່ເສັຽຊີວິດນັ້ນ ມີແມ່ຍິງ 6 ຄົນ, ຜູ້ຊາຍ 4 ຄົນ, ອີງຕາມຄໍາເວົ້າຂອງພັນຕໍາຣວດເອກ ໄຊຍະນັນ ຈີລະປີຍະເສດ ຜູ້ກໍາກັບສະຖານີຕໍາຣວດ ພູທອນ ວັງສົມບູນ ຕໍ່ RFA ໃນມື້ຕໍ່ມາຂອງວັນເກີດເຫດ. ຄົນຂັບຣົດຕູ້ ທີ່ເປັນຊາວໄທ ນັ້ນ ກໍເສັຽຊີວິດຄາທີ່ນຳກັນ. ສ່ວນຄົນຂັບຣົດ 18 ລໍ້ ທີ່ບັນທຸກໝາກສາລີ ຊຶ່ງເປັນຄົນໄທຄືກັນນັ້ນ ບາດເຈັບເລັກນ້ອຍ.
ທາງການໄທ ກໍໄດ້ແຈ້ງໃຫ້ທາງສະຖານທູດລາວ ປະຈໍາປະເທດໄທ ຊາບກ່ຽວກັບອຸບັດຕິເຫດ ທີ່ເກີດຂຶ້ນນັ້ນເພື່ອຕິດຕໍ່ໄປຫາພີ່ນ້ອງຂອງ ຄົນງານລາວ ທີ່ເສັຽຊີວິດໃຫ້ໄປຮັບເອົາສົບ ທີ່ສະຖາບັນນິຕິເວດວິທຍາໂຮງໝໍຕໍາຣວດບາງກອກ, ດັ່ງທີ່ທ່ານກ່າວຕໍ່ RFA ໃນມື້ດຽວກັນ ນັ້ນຕອນນຶ່ງວ່າ:
"ທ່ານເວົ້າວ່າ ມີບາງທ່ານເຂົ້າມາແລ້ວ ພີ່ນ້ອງຂອງຜູ້ເຄາະຮ້າຍຈາກຝັ່ງລາວ ທາງເຮົາກໍເຮັດໜັງສືຣາຍງານແຈ້ງກ່ຽວກັບເຫດການນັ້ນ ໃຫ້ສະຖານທູດ ລາວຊາບ."
ມາຮອດມື້ວັນທີ 20 ສິງຫາ ນີ້ ມີຍາດພີ່ນ້ອງ ຂອງຜູ້ເຄາະຮ້າຍ ສ່ວນນຶ່ງໄດ້ເດີນທາງຈາກລາວ ໄປຕິດຕໍ່ຂໍຮັບເອົາສົບ ໄປເຜົາ ເພື່ອນໍາ ກະດູກກັບໄປທໍາພິທີທາງສາສນາ ຢູ່ບ້ານເກີດ ທີ່ ສປປລາວ ແລ້ວ 2 ສົບ ຄືສົບຂອງນາງ ແສງເດືອນ ແກ້ວອຸດຍາວົງ ແລະນາງ ປະທຸມພອນ.
ແລະຄາດວ່າ ໃນມໍ່ໆນີ້ ກໍຈະມີພີ່ນ້ອງຄົນອື່ນອີກ ມາຮັບເອົາສົບກັບປະເທດລາວ. ຕາມຄໍາເວົ້າຂອງພີ່ນ້ອງຜູ້ເສັຽຊີວິດຄົນນຶ່ງຕໍ່ RFA ໃນ ມື້ວັນທີ 20 ສິງຫາ ນີ້ແລ້ວແມ່ນວ່າ ເຂົາກໍາລັງຍື່ນໜັງສືຕໍ່ ສະຖານທູດລາວ ທີ່ບາງກອກ ເພື່ອນໍາສົບພີ່ນ້ອງຂອງເຂົາ ຊື່ທ້າວນິວົງ ອາຍຸ 34 ປີ ແລະ ນາງບົວເຄືອ ບໍ່ຮູ້ອາຍຸ ຮູ້ແຕ່ວ່າແຕ່ງດອງກັນ ບໍ່ຮອດປີ ແລ້ວໄປເຮັດວຽກ ເປັນຄົນງານກໍ່ສ້າງ ໃນປະເທດໄທໄດ້ 3 ເດືອນ ໂດຍຖືວີຊານັກທ່ອງທ່ຽວ ຊຶ່ງແຕ່ລະເດືອນ ຕ້ອງໄດ້ເດີນທາງໄປດ່ານຊາຍແດນ ໄທ-ກຳພູຊາ ເພື່ອຕໍ່ ວີຊາ ດັ່ງທີ່ທ່ານເວົ້າຕໍ່ RFA ຕອນນຶ່ງວ່າ:
"ຕອນນີ້ກໍາລັງເດີນເຣື່ອງ ສະຖານທູດຢູ່ ຄັນເດີນເຣື່ອງໄດ້ກະວ່າສິຍ້າຍສົບ ຕາມປະເພນີບ້ານເຮົາຫັ້ນລະ ກັບລາວ ໄປຕໍ່ພາສປອດ ທີ່ ສະແກ້ວ ຢູ່ສະແກ້ວ ຢູ່ຈຸດທີ່ວ່າ ຕໍ່ພາສປອດ ກັນຢູ່ ຈັນທະບູຣີ."
ທ່ານເວົ້າຕໍ່ໄປວ່າ ໄດ້ໄປຂໍປຶກສາກັບເຈົ້າໜ້າທີ່ ທາງການໄທ ກ່ຽວກັບການ ນໍາເອົາສົບພີ່ນ້ອງທັງ 2 ຄົນ ທີ່ໄດ້ເສັຽຊີວິດນັ້ນ ກັບຄືນລາວ. ແຕ່ຕ້ອງໄດ້ຄອຍຖ້າເຮັດໜັງສື ສໍາລັບຜູ້ທີ່ເປັນເມັຽຂອງທ້າວ ນິວົງ ແລ້ວກ່ອນ ສ່ວນຜູ້ເປັນແມ່ ຂອງນາງ ກໍກໍາລັງ ຈະມາຂໍຮັບສົບລູກສາວ ຂອງຕົນ.
ຫລັງຈາກນັ້ນ ຈຶ່ງຈະໄດ້ນໍາສົບທັງ 2 ຄົນ ກັບບ້ານພ້ອມກັນເລີຍ. 2 ຜົວເມັຽ ລີວົງ ແລະຄໍາເຄືອ ເປັນຄົນງານ ທີ່ຢູ່ໃນຂັ້ນຕອນຂອງການ ປະກອບເອກກະສານ ເປັນຄົນງານ ທີ່ມີສະຖາ ນະພາບ ຖືກຕ້ອງຕາມກົດໝາຍ ແລະໄດ້ນັ່ງຣົດຕູ້ ເດີນທາງໄປຕໍ່ວີຊາ ຕອນເດິກ ເພື່ອ ຟ້າວກັບຄືນມາບາງກອກ ເພື່ອເຮັດວຽກ ໄປຕໍ່ທຸກເດືອນ:
"ບໍ່ໆ ຄືວ່າອ້າຍນິວົງນີ້ ແກ່ກະພຶ້ງລົງມາເຮັດງານໄດ້ 3 ເດືອນ ກໍາລັງເດີນເຣື່ອງວ່າສິເຮັດ ແບບວ່າໃບ MOU ຫັ້ນລະແຕ່ວ່າມັນບໍ່ທັນ ຄືວ່າເດີນເຣື່ອງມັນຕ້ອງ 2-3 ເດືອນແບບວ່າຖືກຮຽກຊື່ ໄປຫັ້ນນະ ກະວ່າສິໄດ້ໄປວຽງ ກະຕ້ອງໄດ້ໄປຕໍ່ເປັນລາຍເດືອນ ໄປລໍໄວ້ກ່ອນ."
ໃນຂນະດຽວກັນ ຜູ້ເປັນສາມີທີ່ເປັນຊາວໄທ ຂອງແມ່ຍິງລາວ ອີກຜູ້ນຶ່ງ ທີ່ຊື່ວ່າ ໄກສອນ ທີ່ເສັຽຊີວິດໃນອຸບັດຕິເຫດ ດັ່ງກ່າວ ແລະກໍາລັງ ຈະຍື່ນ ຂໍສົບພັລຍາ ນັ້ນກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ຣົດຕູ້ ໄດ້ມາຮັບເອົາເມັຽຂອງຕົນໃນມື້ວັນອາທິດແຕ່ເດິກໆ ເພາະພວກເຂົາຢາກ ໄປເຖິງບ່ອນ ຕໍ່ວີຊາແຕ່ເຊົ້າໃຫ້ທັນເວລາຕອນ ເປີດດ່ານຊາຍແດນໄທ-ກຳພູຊາ. ເມື່ອຕໍ່ວີຊາແລ້ວ ກໍຈະໄດ້ກັບມາໃນມື້ດຽວກັນນັ້ນເລີຍ ແລະໄປເຮັດວຽກໃນຕອນເຊົ້າຂອງມື້ຕໍ່ມາ:
"ເມັຽຜົມ ມີພາສປອດ ແກ່ສິໄປຕໍ່ເດືອນລະເທື່ອ ແລ້ວໆເຂົາໄປເຮັດການເຮັດງານ ເຂົາກະດີ້ນລົນ ຕັ້ງແຕ່ເຂົາ ຂ້າມຝັ່ງຂ້າມຝາມາ ມີໃບ ອະນຸຍາດ ເຮັດວຽກ ແຕ່ຕ້ອງໄປຕໍ່ວີຊາ ນັກທ່ອງທ່ຽວ ແກ່ສິໄປຕໍ່ ອອກມາແຕ່ເດິກ ຣົດຕູ້ເຂົາກະໂທຮັບກັນຮັບມາແຕ່ ຣາມກໍາແຫງແນ່ ປະຖົມແນ່ ... ທົ່ວທີບ."
ພ້ອມດຽວກັນນີ້ ເຂົາຍັງເລົ່າເຖິງເຣື່ອງເກົ່າຕອນທີ່ເປັນໜຸ່ມ ວ່າໄດ້ເຂົ້າມາເຮັດວຽກຢູ່ບາງກອກ ໄດ້ພົບພໍ້ກັບ ໄກສອນ ຮູ້ສຶກຖືກໃຈກັນ ໄປ ທ່ຽວໄປຫລີ້ນນໍາກັນ ແລ້ວກໍຕົກລົງປົງໃຈ ແຕ່ງດອງ ຢູ່ກິນນໍາກັນ ເປັນສາມີພັລຍາ ມາຕັ້ງແຕ່ດົນຫລາຍປີແລ້ວ ຊຶ່ງຕອນນັ້ນ ພາກັນ ເຮັດວຽກ ກໍ່ສ້າງ ມີລູກນໍາກັນ 2 ຄົນເປັນຜູ້ຍິງ ໃຫຍ່ໝົດແລ້ວ:
"ຜົມກະໄດ້ເມັຽຄົນລາວ ແຖວທ່າງ່ອນ ຢູ່ໃນວຽງຈັນ ອອກໄປຂ້າມແມ່ນໍ້າງຶ່ມ ແກ່ກະມາຢູ່ນໍາຜົມ 30 ປີນີ້ລະຢູ່ກັບຜົມ ຢູ່ເມືອງໄທ ຢູ່ກຸງເທບ."
ກ່ຽວກັບເຣື່ອງອຸບັດຕິເຫດ ທີ່ເກີດຂຶ້ນນັ້ນ ທາງເຈົ້າໜ້າທີ່ຕໍາຣວດໄທ ໄດ້ສອບປາກຄໍາຄົນຂັບຣົດບັນທຸກ 18 ລໍ້ ທີ່ແກ່ໝາກສາລີ ຜູ້ໄດ້ຮັບ ບາດເຈັບບໍ່ຫລາຍນັ້ນ. ຕາມຄໍາເວົ້າຂອງພັນຕໍາຣວດເອກ ໄຊຍະນັນ ຈີລະປີຍະເສດ ຕໍ່ RFA, ຄົນຂັບຣົດ 18 ລໍ້ ໃຫ້ການວ່າ ເວລາ ເກີດເຫດ ຄົນຂັບຣົດຕູ້ ຂັບຣົດສວນໄປສວນມາ, ເປີດໄຟມິບແມັບ ຂໍທາງຕລອດເວລາ, ແລ່ນຣົດເຂົ້າມາເລນຂອງຕົນ, ຕົນຫລົບບໍ່ທັນ ເພາະທາງມັນແຄບ, ຈຶ່ງເຮັດໃຫ້ຣົດຕໍາກັນແຮງ ແລະເສັຍຫາຍໜັກໜ່ວງ.
ຢ່າງໃດກໍຕາມ ເຫດທີ່ເກີດຂຶ້ນນັ້ນ ນອກຈາກເຮັດໃຫ້ຄົນງານລາວ ເສັຽຊີວິດຄາທີ່ 10 ຄົນແລ້ວ ຍັງມີອີກຄົນນຶ່ງເສັຽຊີວິດ ຢູ່ໂຮງໝໍ ເມື່ອຄືນວັນອັງຄານຜ່ານມານີ້. ສ່ວນອີກ 2 ຄົນທີ່ຍັງນອນປິ່ນປົວຢູ່ໂຮງໝໍນັ້ນ ຜູ້ນຶ່ງຍັງຢູ່ໃນອາການສາຫັດ, ໃນຂນະທີ່ ອີກຜູ້ນຶ່ງ ອາການດີຂຶ້ນ ເວົ້າຈາໄດ້ແລ້ວ. ສໍາລັບເຣື່ອງການນໍາສົບ ກັບໄປລາວ ມາຮອດມື້ນີ້ ຍັງບໍ່ມີໄດ້ນໍາສົບກັບເທື່ອ ມີແຕ່ 2 ສົບທາງພີ່ນ້ອງ ໄດ້ຕັດສິນໃຈຈູດຢູ່ໄທ ແລ້ວນໍາກະດູກໄປເຮັດບຸນສິນກິນທານ ທີ່ປະເທດລາວ.
ທາງດ້ານຮອງຜູ້ບັນຊາການຕໍາຣວດ ແຂວງສະແກ້ວ ພັນຕໍາຣວດເອກ ສົມປອງ ວົງສີສຸນທອນ ກໍໄດ້ເວົ້າວ່າ ທາງເຈົ້າໜ້າທີ່ຕໍາຣວດ ຈະສືບສວນສອບສວນ ອຸບັດຕິເຫດ ທີ່ເກີດຂຶ້ນນັ້ນ ຢ່າງຮີບດ່ວນ ແລະໃຫ້ການຊ່ອຍເຫລືອ ແກ່ຄອບຄົວຂອງຜູ້ເສັຍຊີວິດ ແລະບາດເຈັບ.
ແລະໃນມື້ວັນທີ 21 ສິງຫານີ້ຂ່າວ One News ໄດ້ຣາຍງານວ່າ 2 ບໍຣິສັດ ຄືບໍຣິສັດ ວິລິຍະປະກັນໄພ ແລະບໍຣິສັດ ສິນໝັ້ນຄົງ ກໍວ່າພ້ອມທີ່ຈະຈ່າຍເງິນ ຄ່າປົວແປງຈິດໃຈ ຄອບຄົວຜູ້ເສັຽຊີວິດຄອບຄົວລະ 7 ແສນບາດ. ຄົນງານລາວທີ່ ໄປຕໍ່ວີຊາ ແຕ່ລະຄົນ ໄດ້ຈ່າຍເງິນໃຫ້ບໍຣິສັດຣົດຕູ້ ຄົນລະ 1 ພັນບາດຮວມທັງເປັນຄ່າ ເຮັດເອກສານໃນທີ່ນັ້ນ ຊຶ່ງບາງຄັ້ງທາງຣົດຕູ້ຍັງໄດ້ ໃຫ້ອາຫານທ່ຽງນໍາດ້ວຍ.
ຄົນງານລາວ ທີ່ເສັຽຊີວິດທັງໝົດ 11 ຄົນ ຄື 10 ຄົນເສັຽຊີວິດຄາທີ່ແລະອີກຄົນນຶ່ງ ເສັຽຊີວິດຢູ່ໂຮງໝໍ ວັງສົມບູນ ແຂວງສະແກ້ວ ຍ້ອນອຸບັດຕິເຫດຣົດຕຳກັນ ໃນມື້ວັນທີ 19 ສິງຫານີ້ ຈາກການກວດກາເບື້ອງຕົ້ນຂອງເຈົ້າໜ້າທີ່ຕຳຣວດໄທ ພົບວ່າ ທັງໝົດມີແພສພັອດ ເຂົ້າປະເທດໄທ ຢ່າງຖືກຕ້ອງຕາມກົດ ໝາຍ ແລະວີຊາຍັງບໍ່ທັນໝົດອາຍຸເທື່ອ.