ຄົນງານລາວຢູ່ໄທກັບບ້ານ ເຮັດ ເອກສານ
2017.07.17

ຄົນງານລາວຢູ່ໄທ ພາກັນ ກັບບ້ານຫລາຍຂຶ້ນ ເພື່ອໄປເຮັດຫນັງສື ຜ່ານແດນ ແບບຖືກຕ້ອງຕາມກົດຫມາຍ, ຄົນງານລາວ ທີ່ກັບບ້ານ ສ່ວນໃຫຍ່ ເຂົ້າປະເທດໄທ ແບບບໍ່ຖືກຕ້ອງ ຕາມກົດໝາຍ, ຕົວຢ່າງ ທີ່ແຂວງສວັນນະເຂດ ມີຜູ້ເຂົ້າໄປເຮັດ ປັສປອດ ຫລາຍພັນຄົນ ໃນແຕ່ລະມື້. ດັ່ງເຈົ້າຫນ້າທີ່ ເມືອງອາດສະພອນ ທ່ານນຶ່ງ ກ່າວໃນວັນທີ 14 ກໍຣະກະດາ ນີ້ວ່າ:
"ຕາມສອບຖາມທາງບ້ານນະ ຢູ່ແຂວງສວັນນະເຂດ ນີ້ກໍຫລາຍນະ ພວກເດັກນ້ອຍ ເຂົາມາເຮັດ ຫລາຍນະ ຫລາຍແຕ່ມັນ ເຮັດແບບມີ ນາຍຫນ້າ ຖ້າສະເພາະ ເມືອງອາດສະພອນ ຕາມສະເພາະແບບໄປນຳ ແບບວ່າ ນາຍຫນ້າປະມານເກືອບ 4-5 ຮ້ອຍຄົນ ນີ້ນະ ບໍ່ລວມ ພວກທີ່ວ່າ ໄປແລ່ນເອກສານ ເອງນີ້ນະ ແຕ່ສະເພາະແຂວງນີ້ ມັນເກືອບພັນປາຍພຸ້ນແຫຼະ ເພາະວ່າແຕ່ລະມື້ເພີ້ມໄປເຮັດ ປັສປອດຫຼາຍໆ ຊ່ວງນີ້ເຂົາກັບ ເຮັດປັສປອດ ຫລາຍແລ້ວ".
ຜູ້ເຮັດຫນັງສືຜ່ານແດນ ຢູ່ ແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ ໃນແຕ່ລະມື້ ມີຄົນງານລາວ ຕິດຕໍ່ໃຫ້ລາວ ພາໄປເຮັດຫນັງສື ຜ່ານແດນ ປະມານ 50 ຄົນ ສ່ວນຈຳນວນຕົວເລກ ທີ່ຄົນງານລາວ ໄປເຮັດໃບຜ່ານແດນ ທັງຈ້າງນາຍໜ້າ ແລະເຮັດເອົາເອງນັ້ນ ຄາດວ່າປະມານ ວັນລະຫລາຍພັນສະບັບ. ດັ່ງທ່ານກ່າວ ໃນວັນທີ 14 ກໍຣະກະດາ ນີ້ວ່າ:
"ຖ້າວ່າຣາຄາຈ້າງ ກໍເອົາທີ່ມັນສະດວກ ກໍ 3500 ບາດນີ້ 5 ວັນ ຕາມຄີວ ຄັນຄິວນຶ່ງ ຂອງເຂົາມັນພັນໆ ສະບັບພຸ້ນ ເຮົາກໍເຮັດໃຫ້ເສັດ ເຮັດເສັດຕາມຄາດຫມາຍ".
ທ່ານກ່າວຕື່ມວ່າ ການເຮັດຫນັງສືຜ່ານແດນ ຜ່ານນາຍຫນ້າ ເຖິງແມ່ນວ່າຈະມີ ຫລາຍພັນຄົນ ໃນແຕ່ລະມື້ ແຕ່ຣາຄາ ຍັງຄືເກົ່າ ບໍ່ຂຶ້ນ ປະມານ 3500 ບາດ ຫລື 8 ແສນ 5 ພັນກີບ ແລະຈະເຮັດໃຫ້ແລ້ວ ພາຍໃນ 5 ວັນ.