ຄົນງານລາວຢູ່ໄທຍມີ MOU ຕໍ່ວີຊາໄດ້

ສຸພັດຕາ
2020.11.11
F-Lao-workers ຄົນງານລາວທີ່ຕົກຄ້າງຢູ່ ແຂວງເລີຍຂອງໄທຍ ຍ້ອນມາຕການໂຄວິດ-ປິດດ່ານ, ພາກັນມາຂໍຕໍ່ວີຊາ ເພື່ອໃຫ້ຢູ່ໄທຍໄດ້ຢ່າງຖືກຕ້ອງ
File photo September 2020: RFA

ໃນມື້ວັນທີ 10 ພຶສຈິກາ 2020 ຣັຖບານໄທຍ ໄດ້ອອກແຈ້ງການອະນຸຍາດໃຫ້ຄົນຕ່າງຊາດ ທີ່ເຂົ້າມາເຮັດວຽກ ຕາມບັນທຶກຄວາມເຂົ້າໃຈ ວ່າດ້ວຍຄວາມຮ່ວມມື ດ້ານແຮງງານ ຫຼື MOU ພາຍໃຕ້ບັນທຶກຂໍ້ ຕົກລົງວ່າດ້ວຍການຈ້າງງານ ທີ່ມີອາຍຸການຈ້າງງານ ຄົບ 4 ປີ ຣະຫວ່າງ ວັນທີ 1 ພຶສຈິກາ 2020 ຮອດວັນທີ 31 ທັນວາ 2021 ມີສິດຢູ່ໃນໄທຍໄດ້ຊົ່ວຄາວ ບໍ່ເກີນ 2 ປີ ເຊິ່ງມີ 3 ສັນຊາດ ຄື: ກັມພູຊາ, ລາວ ແລະ ພະມ້າ ຕາມທີ່ກະຊວງແຮງງານສເນີ ຮວມທັງໝົດ ມີປະມານ 1 ລ້ານ 3 ແສນຄົນ. ການອອກມາຕການ ດັ່ງກ່າວ ແມ່ນເພື່ອແກ້ໄຂບັນຫາ ການຂາດແຄນແຮງງານ ຂອງຜູ້ປະກອບການ ກິຈການຕ່າງໆ ໃນໄລຍະ ໂຄວິດ-19 ຣະບາດ, ດັ່ງເຈົ້າໜ້າທີ່ໄທຍ ທ່ານນຶ່ງ ເວົ້າວ່າ:

“ຣັຖມົນຕຣີ ກໍໄດ້ມີການເວົ້າເຖິງບັນຫາ ຂາດແຄນແຮງງານມາໂດຍຕລອດ ເຂົາບໍ່ສາມາດກັບເຂົ້າມາໄດ້ ເພາະສະນັ້ນ ກໍໄດ້ໃຫ້ຄົນລາວ, ກັມພູຊາ ແລະ ພະມ້າ ພາຍໃຕ້ MOU ມີວາຣະການຈ້າງງານ ຄົບ 4 ປີ ຈະໝົດລົງແລ້ວ ມີສິດຢູ່ໃນຣາຊອານາຈັກ ຊົ່ວຄາວ ໄດ້ອີກບໍ່ ເກີນ 2 ປີ.”

ພາຍຫລັງ ທີ່ມາຕການດັ່ງກ່າວອອກມາ, ຄົນງານລາວ ທີ່ເຮັດວຽກ ຢູ່ໄທຍ ຫຼາຍຄົນກໍຮູ້ສຶກດີໃຈ ແລະ ຖືວ່າເປັນຜົນດີ ສຳລັບຂະເຈົ້າ ທີ່ບໍ່ຕ້ອງເສັຍເວລາ ແລະ ເງິນຫຼາຍທີ່ຈະກັບໄປ ປະກອບເອກກະສານໃໝ່ ຢູ່ລາວ, ດັ່ງຄົນງານລາວທີ່ເຮັດວຽກຢູ່ໄທຍ ຄົນນຶ່ງກ່າວຕໍ່ ວິຍຸເອເຊັຽເສຣີ ໃນວັນທີ 11 ພຶສຈິກາ ນີ້ວ່າ:

“ມັນກະດີແດ່ ເພາະວ່າເຂົາຈະຮັບຜິດຊອບແດ່ ວ່າມີທາງເລືອກ ໃຫ້ເຮົາຫັ່ນນ່າ ທີ່ຈິງພວກມາກັບບໍຣິສັດ ເຂົາບໍ່ຢາກໃຫ້ກັບດອກ ເຂົາກໍຢາກ ໃຫ້ພັກເຊົານຶ່ງ ໃຫ້ຕໍ່ໃຫ້ເຮັດ ບາງກະຄົນ ກະຄິດວ່າມັນບໍ່ຄຸ້ມ ກະເມືອ ເມືອກະຄືເກົ່າ ຄັນຊິຢາກມາອີກກະ ໄດ້ເຣີ່ມນັບນຶ່ງໃໝ່ ກະຕ້ອງໄດ້ ເຮັດບັດໃໝ່ໝົດ ເຂົ້າຍາກກະບໍ່ຄຸ້ມກັນ ອີກກະຢູ່ນີ້ດີກວ່າແຫຼະ ຍັງດີທີ່ເຮົາບໍ່ໄດ້ເຣີ່ມໃໝ່.”

ຂນະທີ່ ຄົນງານລາວ ທີ່ເຮັດວຽກຢູ່ໄທຍ ອີກຄົນນຶ່ງ ເວົ້າວ່າ ຕົນເອງກໍຮູ້ສຶກດີໃຈ ເພາະຕົນ ຈະໝົດສັນຍາ MOU ໃນເດືອນມີນາ ປີ 2021 ນີ້, ຖ້າຫາກຣັຖບານໄທຍ ບໍ່ແຈ້ງການອອກມາ ຫຼັງຈາກໝົດສັນຍາ MOU ແລ້ວ ກໍຕ້ອງໄດ້ກັບເມືອລາວ ຖ້າຢາກກັບມາໃໝ່ ກໍຕ້ອງເຮັດ ເອກກະສານໃໝ່ ຄືນໝົດ ອີກຢ່າງນຶ່ງໄລຍະນີ້ ຫາກຄົນລາວ ກັບຄືນປະເທດ ກໍຈະກັບເຂົ້າມາໄທຍ ຍາກຫຼາຍຕ້ອງມີເອກ ກະສານຕ່າງໆ ແລະຕ້ອງຖືກກັກໂຕ 14 ມື້ ພ້ອມທັງເສັຍເວລາ ແລະ ເສັຍເງິນຕື່ມອີກ:

“ກະດີໃຈເນາະ ເຮົາໄປຢູ່ປະເທດເຂົາ ເຂົາອະນຸຍາດໃຫ້ຕໍ່ກະດີຄືກັນ ຢາກຕໍ່ຢູ່ນີ້ ປີໃໝ່ບໍ ຖ້າກັບບ້ານໄດ້ ຖ້າກັບໄທຍ ກັບມາເຮັດວຽກບໍ່ໄດ້ ມັນຕ້ອງກັກໂຕ ກັກໂຕມັນຕ້ອງໃຊ້ເງິນເຮົາເອງ 14-15 ວັນ ກັກໂຕ ມັນກະເສັຍເວລາ ເສັຍເງິນເຮົາອີກ.”

ນາຍຈ້າງໄທຍ ທ່ານນຶ່ງ ກ່າວວ່າ ຕາມຫຼັກການແລ້ວ ຫາກລູກຈ້າງ ມີໃບອະນຸຍາດເຮັດວຽກ ຫຼື MOU ນາຍຈ້າງຈະດໍາເນີນເອກກະສານ ຕ່າງໆ ໃຫ້ກັບຄົນງານທຸກເທື່ອ, ແຕ່ຕອນນີ້ ຄົນງານລາວ ທີ່ມີໃບ ອະນຸຍາດ MOU ໄດ້ລາອອກໄປເຮັດວຽກ ກັບນາຍຈ້າງຄົນໃໝ່ແລ້ວ ສ່ວນຄົນງານລາວ ທີ່ເຂົ້າມາໃໝ່ ບໍ່ມີໃບ MOU ນາຍຈ້າງ ຈະບໍ່ໄດ້ດໍາເນີນການ ເຣື່ອງເອກກະສານໃຫ້ ຕ້ອງໄດ້ເຮັດດ້ວຍຕົນເອງ:

“ຕອນນີ້ ກໍຄື ລູກຈ້າງ ທີ່ເປັນ MOU ເຂົາອອກໄປແລ້ວ ຕອນນັ້ນ ເຂົາຢູ່ນໍາ ເຮັດໃຫ້ເຂົາໝົດເລີຍ ຕອນນີ້ທີ່ຈ້າງຢູ່ ເຂົາເປັນໃບອັນໃດ ຂອງເຂົາກະບໍ່ຮູ້ ເຂົາໄປຕໍ່ຂອງເຂົາເອງ ໂຕນີ້ເຮົາບໍ່ຮູ້ກັບເຂົາ ເພາະວ່າ ເຂົາມີແຕ່ມາເຮັດວຽກ ແລະກໍມີທີ່ຂອງເຂົາເອງ.”

ດ້ານເຈົ້າໜ້າທີ່ແຮງງານໄທຍ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ການທີ່ຣັຖບານໄທຍ ອະນຸຍາດໃຫ້ຄົນງານ 3 ສັນຊາດ ຄື: ກັມພູຊາ, ລາວ ແລະພະມ້າ ທີ່ມີໃບອະນຸຍາດ MOU ເມື່ອເຮັດວຽກຄົບ 4 ປີ ມີສິດຢູ່ໃນໄທຍໄດ້ຕື່ມແຕ່ບໍ່ເກີນ 2 ປີນັ້ນ ທາງເຈົ້າໜ້າທີ່ ແຮງງານໄທຍ ຄິດວ່າເປັນການຜ່ອນຜັນ ໃຫ້ກັບແຮງງານດັ່ງກ່າວ ເພື່ອໃຫ້ມີວຽກເຮັດ ແລະ ບໍ່ຕ້ອງຫຍຸ້ງຍາກ ໃນການກັບປະເທດຂອງ ຕົນເອງ ແລະເພື່ອຫຼຸດຜ່ອນ ການຂາດແຄນ ຄົນງານຕ່າງດ້າວ ໃນໄທຍນໍາ ເພາະຫຼາຍຄົນ ກັບປະເທດຕົນເອງແລ້ວ ກັບເຂົ້າມາປະເທດ ໄທຍ ບໍ່ໄດ້:

“ແຕ່ເຮົາເນັ້ນ ເນັ້ນເຣື່ອງໂຄວິດ ຫຼາຍກວ່າ ຄືເຮົາບໍ່ຢາກໃຫ້ເຂົາອອກໄປ ແລ້ວເຮົາປິດຢູ່ແລ້ວ ນຶ່ງອອກໄປ ເຮົາກໍຕ້ອງໄດ້ຝຶກໃໝ່ ຖືກບໍ ມັນກໍຂາດແຄນອີກ ເຮົາກໍເລີຍສເນີ ຄ.ຣ.ມ ໃຫ້ມີມະຕິ ຜ່ອນໃຫ້ເຂົາຢູ່ຕໍ່.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ແຮງງານລາວ ທ່ານນຶ່ງຜູ້ຂໍສງວນຊື່ ແລະຕໍາແໜ່ງກ່າວວ່າ ກໍເປັນການດີ ທີ່ທາງຣັຖບານໄທຍອະນຸຍາດ ໃຫ້ຄົນງານລາວທີ່ຈະໝົດສັນຍາ MOU ເຮັດສັນຍາຢູ່ຕໍ່ໄດ້ ເພາະຄົນງານ ກໍຈະໄດ້ມີວຽກເຮັດຕໍ່ ຫາກເຂົ້າມາລາວ ກໍຈະກັບເຂົ້າໄປໄທຍ ຍາກເພາະໄລຍະນີ້ ທາງໄທຍ ຍັງປະຕິບັດ ມາຕການປ້ອງກັນໂຄວິດ-19 ຢູ່:

“ກໍເປັນການດີແລ້ວ ທີ່ສາມາດເຮັດໃຫ້ເຂົາເຈົ້າ ມີວຽກເຮັດງານທໍາເນາະ ເຮັດໃຫ້ຄົນລາວເຮົານີ່ ມີວິຊາອາຊີບນີ່ນ່າ ມີຣາຍຮັບເພີ້ມຂຶ້ນ ແຕ່ວ່າວິທີ ການຈັດຕັ້ງປະຕິບັດ ເບື້ອງໄທຍ ເປັນອັນດີ ມັນຍັງຄາໂຄວິດ.”

ທ່ານກ່າວຕື່ມວ່າ ຈາກການປະຊຸມ ທີ່ຜ່ານມາ ປະເທດທີ່ຕ້ອງການ ຄົນງານລາວຫຼາຍ ໃນໄລຍະໂຄວິດ-19 ຣະບາດ ມີຢູ່ 3 ປະເທດ ຄື: ເກົາຫຼີໃຕ້, ຍີ່ປຸ່ນ ແລະໄທຍ ເຊິ່ງທາງການຍັງປະຊຸມ ປຶກສາຫາຣືກັນຢູ່ ວ່າຈະຈັດຕັ້ງປະຕິດບັດ ແນວໃດ ຍ້ອນໄລຍະນີ້ ຫຼາຍປະເທດ ຍັງມີມາຕການ ປ້ອງກັນໂຄວິດ-19 ຢູ່.

ອີງຕາມການຣາຍງານ ຂອງຮອງໂຄສົກ ປະຈໍາສໍານັກງານນາຍົກຣັຖມົນຕຣີໄທຍ ສໍາລັບການຢູ່ຕໍ່ ຂອງຄົນງານ 3 ສັນຊາດ ສາມາດຕໍ່ ອາຍຸວີຊາ ໄດ້ ປີ ຕໍ່ປີ, ສາມາດຍື່ນໄດ້ກ່ອນ ໃບອະນຸຍາດ ເຮັດໝົດອາຍຸ 30 ມື້, ສາມາດຍື່ນວີຊາເຮັດວຽກກ່ອນ 45 ມື້. ຂັ້ນຕອນຫຼັກ ທີ່ຈະຕ້ອງດໍາເນີນການ ແມ່ນ ຕ້ອງກວດສຸຂພາບ ເພື່ອເອົາໃບຮັບຮອງ ຈາກແພດ ໄປຍື່ນຂໍອະນຸຍາດເຮັດວຽກ ແລະ ອະນຸຍາດຢູ່ໃນ ໄທຍຕໍ່ ຮວມເຖິງຂໍອະນຸຍາດເຮັດວຽກ ກັບເຈົ້າໜ້າທີ່ກ່ຽວຂ້ອງ ໂດຍໃຫ້ກົມຈັດຫາງານ ອອກໃບອະນຸຍາດ ເຮັດວຽກໃຫ້ຕາມໄລຍະເວລາ ຜູ້ຂໍອະນຸຍາດ ຮ້ອງຂໍບໍ່ເກີນ 2 ປີ ແລະ ໃຫ້ສໍານັກງານກວດຄົນເຂົ້າເມືອງ ດໍາເນີນການກວດໃບອະນຸຍາດ ໃຫ້ຢູ່ໃນໄທຍຊົ່ວຄາວ ເທື່ອລະ ບໍ່ເກີນ 1 ປີ ໂດຍເສັຍຄ່າທໍານຽມ 1,900 ບາດ ແລະຕ້ອງຈົດທະບຽນ ປວັດຄົນທີ່ບໍ່ມີສັນຊາດໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.