ຄົນງານຂໍໃຫ້ນາຍຈ້າງຂຶ້ນ ຄ່າແຮງ
2016.08.10
ປະຊາຊົນ ບ້ານດອນໃໝ່ ເມືອງສິງ ແຂວງ ຫຼວງນໍ້າທາ ທີ່ ເປັນຄົນງານ ໃນສວນກ້ວຍ ຮຽກຮ້ອງ ໃຫ້ເຈົ້າຂອງ ສວນກ້ວຍ ຊື່ວ່າ ທ້າວ ຈິງວຸຍ ຄົນຈີນ ໃຫ້ເພີ້ມເງິນ ເດືອນ ແລະ ຄ່າປີ່ນປົວ ພຍາດ ໃຫ້ຄົນງານ ໃນຍາມເຈັບປ່ວຍ.
ຄົນງານຜູ້ນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ: ການຮຽກຮ້ອງ ເປັນຍ້ອນວ່າ ທີ່ຜ່ານມາ ຈຳນວນເງິນ ຄ່າແຮງງານ ທີ່ ເຂົາເຈົ້າ ໄດ້ຮັບນັ້ນ ແມ່ນ ບໍ່ພຽງພໍ ຕໍ່ ກັບວຽກງານ ທີ່ເຂົາເຮັດ ແຕ່ລະມື້ ໃນສວນກ້ວຍ. ແລະ ນອກຈາກນີ້ ເດັກນ້ອຍ ທີ່ເປັນລູກ ຂອງ ຄົນງານ ກໍຍັງມີ ບັນຫາ ເຣື້ອງ ສຸຂພາບ. ດັ່ງຄົນງານ ຜູ້ນັ້ນ ກ່າວອີກວ່າ, ຜ່ານມາມີ ເດັກນ້ອຍ ຜູ້ເປັນລູກ ທີ່ ມາຢູ່ນຳ ໃນສວນກ້ວຍ ກໍ່ມີ ອາການ ປ່ວຍເປັນໂຣຄ ທາງເດີນ ຫາຍໃຈ. ຕາມການບົ່ງ ອາການ ຂອງທ່ານໝໍ ແລະ ໄດ້ແນະນຳ ວ່າ ບໍ່ໃຫ້ເອົາ ເດັກນ້ອຍ ໄປຢູ່ນໍາ ເພາະ ສານເຄມີ ທີ່ໃຊ້ຢູ່ ໃນສວນກ້ວຍ.
ໃນສວນກ້ວຍ ສວນນື່ງ ຈະມີຄົນງານລາວ ເຮັດວຽກ ປະຈຳຢູ່ 5 ຄົນ ເງີນເດືອນ ທີ່ ພວກເຂົາໄດ້ຮັບ ແມ່ນ 1,300,000 ກີບ/ເດືອນ ຊຶ່ງ ບໍ່ເໝາະສົມ ກັບ ຄ່າແຮງ ຍ້ອນວ່າ ພວກເຂົາ ເຮັດວຽກ ມື້ນຶ່ງຫຼາຍກວ່າ 8 ຊົ່ວໂມງ ແລະ ການເຮັດວຽກ ຂອງ ພວກເຂົາ ແມ່ນເຮັດມາ ໄດ້ 2 ປີ ແລ້ວ.
ຫຼາຍຄົນທີ່ເຮັດວຽກ ໃນສວນກ້ວຍ ໄດ້ຂໍໃຫ້ເຈົ້າຂອງ ສວນກ້ວຍ ຊຶ່ງເປັນຄົນຈີນ ເພີ່ມເງິນ ເພື່ອເອົາໄວ້ ເປັນຄ່າປີ່ນປົວ ໃນຍາມ ເຈັບເປັນ ແຕ່ ທາງເຈົ້າຂອງ ສວນກ້ວຍ ກໍ ປະຕິເສດ ວ່າເງິນຄ່າຈ້າງ ແຕ່ລະເດືອນ ກໍສູງແລ້ວ. ອີງຕາມ ການບອກເລົ່າ ຂອງຄົນງານ ຜູ້ນີ້.
ປະຊາຊົນ ບ້ານດອນໃໝ່ ເປັນຊົນເຜົ່າມົ້ງ ຊຶ່ງ ຍຶດອາຊີບ ຖາງປ່າເຮັດໄຮ່ ມາດົນແລ້ວ ເນື່ອງຈາກວ່າ ການເຮັດໄຮ່ ປູກເຂົ້າ ບໍ່ກຸ້ມກິນ ຈຶ່ງ ປ່ຽນອາຊີບ ມາຮັບຈ້າງ ຢູ່ ຕາມສວນກ້ວຍ ຂອງຄົນຈີນ ຍ້ອນເຫັນວ່າ ມີຣາຍຮັບ ເປັນປະຈໍາ. ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງ ທ່ານ ສົມມີ ພົມປັນຍາ ຮອງຫົວໜ້າ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິງແວດລ້ອມ ເມືອງສິງ ໃນວັນທີ 10 ສິງຫາ ເພື່ອ ຖາມຂໍ້ມູນ ເພີ້ມເຕີມ, ແຕ່ ທ່ານ ບໍ່ຮັບສາຍ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ກະສິກັມ ແລະປ່າໄມ້ ແຂວງ ຫຼວງນ້ຳທາ ເຄີຍກ່າວຕໍ່ ເອເຊັຽເສຣີ ວ່າ ການເຮັດວຽກ ຢູ່ສວນກ້ວຍ ມີ ຄວາມສ່ຽງ ຫຼາຍໃນການ ເປັນພຍາດຕ່າງໆ ເພາະວ່າ ການໃຊ້ ຊີວິດ ສ່ວນຫຼາຍ ແມ່ນຢູ່ ໃນສວນກ້ວຍ ທີ່ ເຕັມໄປດ້ວຍ ສານເຄມີ ທີ່ເປັນ ອັນຕະລາຍ ຕໍ່ສຸຂພາບ ຫາກບໍ່ມີ ການປ້ອງກັນ ທີ່ຖືກວິທີ.