ຄົນງານລາວ ຍັງປະເຊີນ ບັນຫາ ຫຼາຍຢ່າງ

ເຈົ້າໜ້າທີ່ ສະຫະພັນ ກັມບານລາວ ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ປົກປ້ອງຄົນງານລາວ ທັງທີ່ຢູ່ ພາຍໃນ ແລະ ນອກປະເທດ ຫຼາຍຂຶ້ນ.

ໂຮງງານຕັດຫຍິບ ໃນລາວ Worldbank/jobsknowledge

ເຈົ້າໜ້າທີ່ສະຫະພັນ ກັມບານລາວ ຮຽກຮ້ອງໃຫ້ເຈົ້າໜ້າທີ່ ກ່ຽວຂ້ອງຂອງທາງການລາວ ກວດກາຢ່າງ ສມໍ່າສເມີ ຕາມໂຮງຈັກ ໂຮງງານ ແລະບໍຣິສັດ ຮ້ານຄ້າຕ່າງໆ ເພື່ອໃຫ້ພວກເຂົາເຈົ້າ ປະຕິບັດຕໍ່ຄົນງານ ຫລືກັມກອນຢ່າງເປັນທັມ ແລະ ປາສຈາກ ການເອົາລັດເອົາປຽບ ກົດຂີ່ຂົ່ມເຫັງ ຍ້ອນເຫັນວ່າທີ່ຜ່ານມາແລະໃນປັດຈຸບັນ ການກວດກາທີ່ວ່ານັ້ນ ຖືວ່າຍັງອ່ອນແລະບໍ່ສມໍ່າສເມີ. ພ້ອມດຽວກັນ ກໍໃຫ້ປົກປ້ອງ ຄຸ້ມຄອງ ແລະໃຫ້ການຊ່ວຍເຫລືອ ແກ່ຄົນງານລາວທັງທີ່ຢູ່ພາຍໃນ ແລະນອກປະເທດ ຢ່າງທັນການໂດຍສະເພາະໃນເຣື່ອງ ການເຂົ້າເຖິງ ຂໍ້ມູນພື້ນຖານ ແລະ ອໍານວຍຄວາມສະດວກ ໃນການຕິດຕໍ່ພົວພັນ ຣະຫວ່າງ ຄົນງານ ຫລື ກັມກອນ ກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ການ ຄຸ້ມຄອງ ແລະ ຊ່ວຍເຫລືອ ຄົນງານລາວ ຢູ່ຕ່າງປະເທດ - ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຈາກ ສູນກາງສະຫະພັນກັມບານລາວ ຕໍ່ RFA. ທ່ານກ່າວຕອນນຶ່ງວ່າ:

"ໄທເຮົານີ້ກໍ່ແມ່ນ ກໍ່ແນ່ນອນແລ້ວກໍ່ຕ້ອງ ຄວາມເອົາໃຈໃສ່ເບາະ ອີ່ຫຍັງຕ່າງ ໆ ຫັ້ນນ່າ ແກ້ໄຂ ປັນຫາກໍ່ໃຫ້ມັນລັກສະນະວ່ອງໄວເອີ ... ຕາມໂຄງການຫົວເມືອງເພີ່ນຫັ້ນແລ້ວ ເພີ່ນກໍ່ມີໜ່ວຍງານຢູ່ທາງພຸ້ນເດ ໂດຍສະເພາະ ກໍ່ອີງໃສ່ທາງສະຖານ ທູດ ຢູ່ພຸ້ນເດ ໂດຍສະເພາະ ກໍ່ອີງໃສ່ສະຖານທູດເຂົາຢູ່ພຸ້ນເດ ຊ່ວຍຄຸ້ມຄອງ."

ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກັມບານລາວ ທ່ານນີ້ແລ້ວ ແມ່ນວ່າ ປັດຈຸບັນ ມີຄົນງານລາວ ທີ່ເຮັດວຽກຢູ່ພາຍໃນປະເທດປະມານ 2 ແສນ ປາຍຄົນ ຊຶ່ງໃນນັ້ນ 60% ຍັງບໍ່ຮູ້ເຖິງຂໍ້ມູນພື້ນຖານ ກ່ຽວກັບ ສິດ ແລະ ຜົລປະໂຫຍດ ຂອງພວກຕົນ ທີ່ຄວນຈະໄດຮັບ ທັງເຣື່ອງສິດທິ ໃນການໄດ້ຮັບການປະກັນສັງຄົມ, ປະກັນສຸຂພາບ ແລະ ການປີ່ນປົວ ທີ່ຄົນງານທົ່ວໄປ ຈະຕ້ອງໄດ້ຮັບ.

ແລະຕາມຄໍາເວົ້າຂອງ ທ່ານ ອຸ່ນຄໍາ ບຸນຍະແສງ ຫົວໜ້າຝ່າຍປົກປ້ອງແຮງງານ ສະຫະພັນກັມບານລາວ ຕໍ່ຂ່າວວຽງຈັນທາຍມສ, ບັນດາ ນາຍຈ້າງ ຄວນເຫັນໃຈຄົນງານແລະ ຊ່ວຍພວກເຂົາໃຫ້ມີຊີວິດການເປັນຢູ່ ດີຂຶ້ນ. ຢ່າງໃດກໍຕາມ  ຜູ້ອອກແຮງງານລາວ ຄົນນຶ່ງ ຢູ່ເມືອງ ມະຫາໄຊ ແຂວງ ຄຳມ່ວນ ກໍເວົ້າຕໍ່ RFA ວ່າ ຕົນເປັນກັມະກອນ ທີ່ເຂົ້າມາເຮັດວຽກເປັນຄົນງານ ໃນບໍຣິສັດເອກຊົນ ແຫ່ງນຶ່ງ ຢູ່ເມືອງ ມະຫາໄຊ ແລະກໍບໍ່ຮູ້ວ່າຕົນເອງ ຄວນຈະໄດ້ຮັບສິດໃນດ້ານໃດແດ່:

"ຕອນນິີ້ພວກເຮົາ ກໍ່ຂາດເຂີນຫັ້ນແຫລະ ບໍ່ມີໂອກາດໄດ້ລົງໄປປະຊຸມ ຂັ້ນບ້ານຫັ້ນນ່າ ໂດຍສະເພາະ ເຂດບ້ານຫ່າງໄກ ສອກຫລີກ ກໍ່ແຮງຮ້າຍແຫລະ ໃຫ້ປຸກລະດົມໂຄສະນາບໍ່ ເວົ້າເຣື່ອງການປົກປ້ອງ ທາງດ້ານສຸຂພາບ ທາງດ້ານອີ່ຫຍັງ ທຸກຢ່າງ ຫັ້ນແຫລະ."

ແລະຜູ້ອອກແຮງງານຊາວລາວ ທີ່ເຮັດວຽກນຳ ບໍຣິສັດ ເອກຊົນຂນາດນ້ອຍ  ແລະຂນາດກາງ ຢູ່ພາຍໃນປະເທດ ບາງແຫ່ງຍັງບໍ່ໄດ້ຮັບສິດ ໃນເຣື່ອງສວັດດີການຕ່າງໆ ຕາມກົດໝາຍທີ່ໄດ້ກໍານົດເອົາໄວ້ ເຮັດໃຫ້ພວກເຂົາເຈົ້າ ໄດ້ແຕ່ເງິນເດືອນ ແລະ ເບັ້ຽລ້ຽງປະຈໍາວັນ. ມາຕຣາ 75 ຂອງກົດໝາຍວ່າດ້ວຍແຮງງານບົ່ງໄວ້ວ່າ ຜູ້ອອກແຮງງານ ກັບຜູ້ໃຊ້ແຮງງານ ຕົກລົງກ່ຽວກັບເງື່ອນໄຂ ການເຮັດວຽກ ເງິນເດືອນ ຫຼື ຄ່າແຮງງານ ສວັດດີການແລະນະໂຍບາຍອື່ນໆ ບົນພື້ນຖານ ຫລັກການສເມີພາບ ແລະເຫັນດີເຫັນພ້ອມ ນໍາກັນ ຣະຫວ່າງ 2 ຝ່າຍ.

ຄົນຂັບຣົດຂົນສົ່ງສິນຄ້າ ຂອງບໍຣິສັດ ເອກຊົນແຫ່ງນື່ງຢູ່ແຂວງ ໄຊຍະບູລີ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນວັນທີ 1 ພຶສພາ ນີ້ວ່າ ຢາກໃຫ້ ທາງການລາວ ລົງມາຊ່ວຍເຫລືອ ຊຸກຍູ້ໃຫ້ບໍຣິສັດ ເອກຊົນຂນາດນ້ອຍ ແລະຂນາດກາງ ໃຫ້ເພີ່ມສວັດດີການ ປະກັນສັງຄົມ ຫລື ປະກັນ ສຸຂພາບ ໃຫ້ແກ່ກັມກອນ ຫລື ຜູ້ອອກແຮງງານທຸກຄົນ ເພາະໃນທຸກມືຶນີ້ ເວລາເຈັບປ່ວຍ ໄປປີ່ນປົວຢູ່ໂຮງໝໍ ຕ້ອງໄດ້ເສັຍຄ່າໃຊ້ຈ່າຍເອງ ທັງໝົດ ເພາະບໍ່ໄດ້ຮັບການຮັບປະກັນສັງຄົມ ແລະປະກັນສຸຂພາບ ຈາກນາຍຈ້າງ:

"ມັນກໍ່ແລ້ວແຕ່ ນຳບໍຣິສັດນະ ບໍ່ ເພາະວ່າຂະເຈົ້າ ມີໃຫ້ແຕ່ເງີີນເດືອນ ໃຫ້ເຮັດປະກັນສັງຄົມ ປະກັນສຸກຂະພາບ ເຮັດແນວນີ້ເບາະ ເວລາ ເຂົ້າໂຮງໝໍ ໂຮງຫຍັງ ເຮົາໃຊ້ບັດປະກັນສັງຄົມ ກໍ່ດີຄືກັນໄດ້ ຫາກພາກຣັຖ ຜູ້ໃຫຍ່ ເພີ່ນແກ້ໄຂໄດ້ ກໍ່ຢາກໄດ້ຄືກັນ."

ແລະອີກບັນຫານຶ່ງ ທີ່ຄົນງານ-ກັມກອນລາວ ປະເຊີນທີ່ຜ່ານມາ ແລະໃນປັດຈຸບັນ ຄືນາຍຈ້າງ ເບີກຈ່າຍເງິນເດືອນ ຫລືຄ່າແຮງງານ ຊັກຊ້າ ເຮັດໃຫ້ຄົນງານລາວ ໄດ້ຮັບຄວາມຫຍຸ້ງຍາກ ຈົນວ່າໄດ້ຮ້ອງຮຽນ ໄປຫາທາງການ ໃຫ້ຊ່ວຍແກ້ໄຂ ຮວມທັງຜ່ານໂທຣະສັບສາຍດ່ວນ ທີ່ 1512 ທີ່ທາງການກໍານົດໃຫ້. ຕົວຢ່າງໃນປີ 2017 ທີ່ຫາກໍຜ່ານມານີ້ ຊາວຜູ້ອອກແຮງງານລາວ 100 ປາຍຄົນ ໃຫ້ທາງສູນກາງສະຫະພັນ ກັມບານລາວ ຊ່ວຍພິຈາຣະນາ ແກ້ໄຂໃຫ້ແລະໄດ້ໄປແລ້ວ 70 ຄົນ. ດັ່ງເຈົ້າໜ້າທີ່ ສະຫະພັນ ກັມມະບານລາວ ກ່າວຕໍ່ RFA ຕອນນຶ່ງ ວ່າ:

"ມັນກໍ່ປົກກະຕິ ບໍ່ມີ ກໍ່ມີບາງຄັ້ງຫັ້ນນ່າ ກໍ່ມີຢູ່ ແຕ່ກໍ່ບາງເທື່ອ ບາງຄົນຖືກເອົາປຽບກັນກໍ່ມີ ເຮົາໄດ້ເປີດສາຍດ່ວນ 1512 ນີ້ເນາະ ຂອງ ສູນກາງ ມາປືກສາຫາລື ກໍຣະນີເຣື່ອງບໍ່ໄດ້ເງີນເດືອນບໍ່ ເຮັດວຽກລ່ວງເວລາບໍ່ ເຮົາມາປຶກສາກັນ ປຶກສາ ຫາທາງອອກ ໃຫ້ຂະເຈົ້າ."

ພ້ອມດຽວກັນນີ້ ທ່ານຍັງໄດ້ເວົ້າເຖິງກໍຣະນີ ຄົນງານຕັດຫຍິບ ບໍຣິສັດ ລາວ ຄອມຟອດ ກາເມັ້ນ 100 ປາຍຄົນອອກມາປະທ້ວງ ເມື່ອວັນທີ 12 ກັນຍາ ປີ 2017 ຍ້ອນບໍ່ພໍໃຈ ເຣື່ອງບໍຣິສັດ ຈ່າຍເງິນເດືອນບໍ່ເທົ່າກັນ ເຮັດວຽກແບບດຽວກັນ ມີຜູ້ໄດ້ໜ້ອຍ ຜູ້ໄດ້ຫລາຍ.

ທ່ານບອກວ່າ ຄວາມຈິງແລ້ວ ເຫດການທີ່ເກີດຂຶ້ນຕອນນັ້ນ ບໍ່ມີຫຍັງ ຫາກເປັນຍ້ອນຄວາມເຂົ້າໃຈຜິດ ຂອງຄົນງານໃນເຣື່ອງເງິນເດືອນ ທີ່ໄດ້ບໍ່ທໍ່ກັນ ນັ້ນເອງ ຍ້ອນບໍຣິສັດໄດ້ປ່ຽນຣະບົບ ການຈ່າຍເງິນເດືອນ ເຮັດໃຫ້ພວກຄົນງານ ພາກັນປະທ້ວງ ໃນຄັ້ງນັ້ນ. ທ່ານເວົ້າວ່າ ການປະທ້ວງຂອງຄົນງານນັ້ນ ຖືເປັນການປະທ້ວງ ສະແດງຄວາມບໍ່ພໍໃຈ ຂອງ ຄົນງານຕັດຫຍິບລາວຄັ້ງໃຫຍ່ ແລະ ກໍໄດ້ຮັບຄວາມສົນໃຈ ຫຼາຍຈາກສັງຄົມລາວ.

ອີກບັນຫານຶ່ງທີ່ເກີດຂຶ້ນ ຢູ່ສປປລາວ ເປັນຕົ້ນໃນເຂດຊົນນະບົດ ຕາມແຂວງຕ່າງໆຂອງລາວ ຄືການເປັນຄົນງານ ຕາມຣະດູການ ມີຣາຍໄດ້ ບໍ່ສມໍ່າສເມີ ມື້ໄດ້ມື້ບໍ່ໄດ້ ມື້ມີຄົນຈ້າງ ບໍ່ມີຄົນຈ້າງເຮັດໃຫ້ບໍ່ມີເງິນທ້ອນ ໄວ້ໃຊ້ຈ່າຍໃນຍາມ ຈໍາເປັນ ຫາກມີ ພໍໃຊ້ຈ່າຍ ແຕ່ລະມື້ ແຕ່ລະວັນ ກໍຖືວ່າດີແລ້ວ ເຊັ່ນຢູ່ແຂວງ ຫລວງນໍ້າທາ ພາກເໜືອ ຂອງລາວ ແລະ ແຂວງຄໍາມ່ວນ ພາກກາງ ຂອງລາວ ທີ່ວ່າ ເປັນກັມກອນ ຫລືຄົນ ງານລາວ:..........ສຽງ......... ເຮັດໄປຈັ່ງຊີ້ລະ .........

ບັນຫາທັງໝົດທີ່ວ່າມານັ້ນ ເປັນບັນຫາທີ່ເກີດຂຶ້ນ ກັບກັມກອນ ຫລື ຊາວຜູ້ອອກແຮງງານລາວ ຊຶ່ງພວກເຂົາເຈົ້າ ພະຍາຍາມ ຮຽກຮ້ອງ ໃຫ້ທາງການ ຊ່ວຍພິຈາຣະນາ ແກ້ໄຂ ແຕ່ກໍຍັງເຫັນວ່າ ຍັງບໍ່ທັນໄດ້ຮັບ ການແກ້ໄຂ ໃຫ້ໝົດໄປໄດ້ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org