ຄົນງານລາວຂໍຂຶ້ນເງິນເດືອນ

ອຸ່ນແກ້ວ ສຸກສະຫວັນ
2015.02.10
F-default2 ຄົນງານລາວຂໍຂຶ້ນເງິນເດືອນ
RFA

ຄົນງານ ລາວ ປະມານ 60 ຄົນ ທີ່ ເຮັດວຽກ ຢູ່ ໂຮງງານ ໝາກເດືອຍ ຂອງຈີນ 2 ແຫ່ງ ຢູ່ ເມືອງ ປາກແບງ ແຂວງ ອຸດົມໄຊ ຂໍໃຫ້ ເຈົ້າຂອງ ໂຮງງານ ຂຶ້ນ ຄ່າ ແຮງງານ ຂອງ ພວກ ເຂົາເຈົ້າ. ປັດຈຸບັນ ເງິນເດືອນ ທີ່ ເຂົາເຈົ້າ ໄດ້ຮັບ ກໍ ປະມານ 8 ແສນກີບ, ເຂົາເຈົ້າ ຈຶ່ງຂໍຮ້ອງ ໃຫ້ເພີ້ມ ເປັນ 1 ລ້ານກີບ ຕໍ່ ເດືອນ. ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ອະທິບາຍ ວ່າ:

"ສ່ວນຫລາຍ ເຂົາເຈົ້າ ກະ ສະເໜີ ຢູ່ ຄ່າ ແຮງງານ ນີ້ ກະໄດ້ຢູ່ ເດືອນ ນຶ່ງ ກະ ປະມານ 7 ແສນ ຫາ 8 ແສນກີບ ບາງ ຄອບຄົວ ບາງຄົນ ກໍ ກຸ້ມກິນ ຂະເຈົ້າ ຈະ ປະວຽກ ອັນອື່ນ ເນາະ ມາເຮັດວຽກ ກຳມະກອນ ນີ້ນະ".

ເຈົ້າໜ້າທີ່ ກ່າວ ອີກວ່າ ພາຍຫລັງ ທີ່ ເຈົ້າໜ້າທີ່ ໄດ້ຮັບຄໍາ ຮ້ອງຮຽນ ຈາກ ກຳມະກອນ ໃນ ທ້າຍປີ 2014 ກໍໄດ້ເອົາ ເຣື້ອງ ດັ່ງກ່າວ ມາ ຫາລື ກັນ ເພື່ອ ເບິ່ງຄືນ ສະພາບ ຕົວຈິງ, ຊຶ່ງ ເຈົ້າໜ້າທີ່ ຈະ ຮັບຄຳຮ້ອງ ໄວ້ ພິຈາຣະນາ ເພາະ ເປັນ ເຣື້ອງ ສຳຄັນ ສໍາລັບ ແຮງງານ ລາວ ແລະ ຈະນຳເອົາ ເຣື້ອງນີ້ ໄປ ເຈຣະຈາ ກັບ ເຈົ້າຂອງ ໂຮງງານ ເພື່ອ ຂໍໃຫ້ ເພີ້ມ ຄ່າ ແຮງງານ ໃຫ້ ຄົນງານ.

ເຈົ້າໜ້າທີ່ ກ່າວ ອີກວ່າ ການ ຂໍຂຶ້ນ ຄ່າ ແຮງງານ ຈະໄດ້ຜົນ ຫລືບໍ່ ນັ້ນ ມັນຂຶ້ນກັບ ເຈົ້າຂອງ ໂຮງງານ ຖ້າວ່າ ທາງ ໂຮງງານ ໄດ້ ກຳໄຣ ດີ ກໍອາດ ຈະເພີ້ມ ຄ່າ ແຮງງານ ໃຫ້, ແຕ່ຖ້າ ໃນທາງ ກົງກັນຂ້າມ ເຈົ້າຂອງ ໂຮງງານ ກໍອາດຈະ ບໍ່ຈ່າຍ ໃຫ້ໄດ້ ເພາະ ບໍ່ມີຜົນ ກຳໄຣ.

ເຖິງຢ່າງໃດ ກໍຕາມ ຄ່າ ແຮງງານ ຂັ້ນຕ່ຳ ຢູ່ ປະເທດລາວ ປະມານ 6 ແສນກີບ ຜ່ານມາ ມີ ແຮງງານ ຫລາຍຄົນ ເຄີຍ ຮຽກຮ້ອງ ໃຫ້ ຣັຖບານ ປັບຄ່າ ແຮງງານ ຂັ້ນຕ່ຳ ເປັນ 1 ລ້ານກີບ ຕໍ່ເດືອນ ຍ້ອນວ່າ ຄ່າຄອງຊີບ ຢູ່ໃນ ປະເທດ ລາວ ສູງຂຶ້ນ ນໍາ ທຸກມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.