ລາວພາດເປົ້າສີມືແຮງງານ
2015.01.06
ໃນຫລາຍປີ ຜ່ານມາ ທາງ ກະຊວງ ສຶກສາ ທິການ ແລະ ກິລາ ຂອງລາວ ໄດ້ ພຍາຍາມ ສົ່ງເສິມ ໃຫ້ ນັກຮຽນ ລາວ ເລືອກຮຽນ ວິຊາຊີພ ຂແນງຕ່າງໆ ໃຫ້ ຫລາຍຂຶ້ນ ເພາະຖືວ່າ ເປັນ ແນວທາງ ພັທນາ ທີ່ ເໝາະສົມ ໃນ ການຕຣຽມພ້ອມ ເຂົ້າເປັນ ສະມາຊິກ ປະຊາຄົມ ເສຖກິດ ອາຊຽນ (AEC) ແຕ່ ສະພາບ ຕົວຈິງແລ້ວ ການສົ່ງເສິມ ການຮຽນ ວິຊາຊີພ ຫຼື ອາຊີວະ ສຶກສາ ຂອງລາວ ຍັງບໍ່ ບັນລຸ ຕາມ ເປົ້າໝາຍ. ດັ່ງ ເຈົ້າໜ້າທີ່ ສຶກສາ ທິການ ແລະ ກິລາ ແຂວງ ເຊກອງ ເວົ້າວ່າ:
“ດຽວນີ້ ພວກເຮົາ ຍັງປ້ອນເອົາ ນັກຮຽນ ມາເຂົ້າ ຍັງບໍ່ທັນ ໄດ້ຕາມ ຈໍານວນນະ ປີນຶ່ງ ເຮົາ ຄາດຄະເນ ໃສ່ ຕາມແຜນ ຖືວ່າ ຫ້ອງນຶ່ງ ຕ້ອງບໍ່ຫລຸດ 20 ຄົນ ແຕ່ວ່າມັນ ບໍ່ໄດ້ ບາງ ສາຂາ ຫຼື ບາງຫ້ອງ ເຮົາມີ ແຄ່ 3-4 ຄົນ ກໍມີ ຕົວເລກ ເພີ່ນໃຫ້ກໍ 360 ພຸ້ນເດ່ ປີນີ້ ແຕ່ວ່າໄດ້ 260 ປາຍ ໄດ້ປະມານ 50-60 ເປີເຊັນ”.
ທ່ານວ່າ ແຂວງ ເຊກອງ ມີໂຮງຮຽນ ຝຶກສອນ ອາຊີພ ພຽງ ແຫ່ງດຽວ ເປິດສອນ ໃນ 8 ວິຊາ ຄື: ຊ່າງ ເຄື່ອງຣົຖ, ຊ່າງໄມ້, ຊ່າງ ເຊື່ອມ ໂລຫະ, ອາຫານ ແລະ ໂຮງແຮມ, ປູກຝັງ, ລ້ຽງສັດ, ກໍ່ສ້າງ, ແລະ ໄຟຟ້າ. ຊື່ງ ສົກຮຽນ ປີ 2014-15 ນີ້ ມີນັກຮຽນ 268 ຄົນ ເພີ້ມຈາກ ສົກຮຽນ 2013 ເຖີງ 116 ຄົນ ແຕ່ຍັງບໍ່ໄດ້ ຕາມແຜນ ທີ່ ຄາດໄວ້ ຄື 360 ຄົນ.
ເຈົ້າໜ້າທີ່ ອະທິບາຍ ວ່າ ເຖິງແມ່ນວ່າ ທາງການລາວ ຈະ ພຍາຍາມ ສົ່ງເສິມ ໃຫ້ຮຽນ ຂແນງ ວິຊາຊີພ ຫລາຍຂຶ້ນ ເພື່ອສນອງ ຄວາມ ຕ້ອງການ ແຮງງານ ໃນປະເທດ ໄດ້ດີກວ່າ ຮຽນ ຂແນງ ສາມັນ ທົ່ວໄປກໍຕາມ ແຕ່ນັກຮຽນ ຫຼື ຜູ້ປົກຄອງ ກໍຍັງເຊື່ອ ວ່າ ການຮຽນ ໃນ ມັທຍົມ ແລ້ວໄປຕໍ່ ມະຫາ ວິທຍາລັຍ ຈະໄດ້ວຽກ ດີກວ່າ ມີຣາຍໄດ້ ຫລາຍກວ່າ ການຮຽນ ວິຊາຊີພ ສະເພາະ, ນອກຈາກ ທີ່ກ່າວມາ ນີ້ແລ້ວ ບັນຫາ ເຣື້ອງຂາດ ອຸປກອນ ແລະ ຂາດຄຣູສອນ ທີ່ມີ ຄວາມ ຊໍານານ ກໍເປັນ ອຸປສັກ ນື່ງ ຂອງ ການສອນ ວິຊາຊີພ ເຊັ່ນກັນ.