ລາວໄທຮ່ວມມືກວດສັນຊາດ ຄົນງານ
2015.10.19
ແຮງງານ ລາວ ທີ່ ເຂົ້າໄປ ເຮັດວຽກ ຢູ່ໄທ ໂດຍການ ລົງທະບຽນ ແຮງງານ ຕ່າງດ້າວ ໄວ້ແລ້ວ ຕ້ອງໃຫ້ ນາຍຈ້າງ ພາໄປ ພິສູດ ສັນຊາດ ເພື່ອ ຢືນຢັນ ສະຖານະພາບ ຂອງຕົນ ແລະ ເພື່ອ ໃຫ້ ທາງການ ໄທ ອອກໃບ ອະນຸຍາດ ເຮັດວຽກ ຊົ່ວຄາວ.
ຫລັງຈາກ ທີ່ ໄດ້ຮັບໃບ ອະນຸຍາດ ເຮັດວຽກ ໃນນາມ ແຮງງານ ລາວ ແລ້ວ, ກໍຈະມີ ສິດ ເຂົ້າອອກ ປະເດທ ໄດ້ ຢ່າງ ຖືກຕ້ອງ ຕາມ ກົດໝາຍ. ດັ່ງ ເຈົ້າໜ້າທີ່ ຢູ່ສູນ ບໍຣິການ ກວດກາ ແລະ ພິຈາຣະນາ ອະນຸຍາດ ເຮັດວຽກ ຂອງ ແຮງງານ ຕ່າງດ້າວ ຢູ່ ເຂດ ພະຍາແດງ ແຂວງ ສະໝັດປາການ ຂອງໄທ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ພິສູດ ສັນຊາດ ກໍຄື ທາງເຮົາ ນັດຄິວ ໃຫ້ນະຄະ ວ່າ ໃຫ້ມາ ວັນໃດ ແລ້ວ ກໍໃຫ້ ເຂົາມາ ຕາມນັດ ໃຫ້ເຂົາໄປ ພິສູດ ສັນຊາດ ກັບ ເຈົ້າໜ້າທີ່ ລາວ ໂດຍຕົງ ເລີຍຄະ ທີ່ເຫລືອ ເປັນໜ້າທີ່ ຂອງ ເຈົ້າໜ້າທີ່ ລາວ ເລີຍຄະ ແລ້ວ ເຈົ້າໜ້າທີ່ ລາວ ເຂົາຈະ ອອກເປັນ ເຫລັ້ມ CI (ເອກສານ ຮັບຮອງ ບຸກຄົນ) ສີຂຽວໆ ໃຫ້ ນະຄະ".
ຫລັງຈາກ ພິສູດ ສັນຊາດ ແລ້ວ ເຈົ້າໜ້າທີ່ ລາວ ຈະອອກ ເອກສານ ຮັບຮອງ ບຸກຄົນ ແລະ ໃບ ອະນຸຍາດ ເຮັດວຽກ ເພື່ອໃຫ້ ແຮງງານ ລາວ ໄດ້ຮັບ ການຄຸ້ມຄອງ ຈາກ ເຈົ້າໜ້າທີ່ ລາວ ແລະ ມີສິດ ເຮັດວຽກ ຢູ່ໄທ ຢ່າງຖືກ ຕ້ອງຕາມ ກົດໝາຍ ຂອງ ປະເທດ ລາວ.
ເຈົ້າໜ້າທີ່ ໄທ ກ່າວ ອີກວ່າ ໃນຕອນນີ້ ທາງການ ໄທ ໄດ້ເປີດໃຫ້ ມີການ ພິສູດ ສັນຊາດ ແລ້ວ ແລະ ຍັງບໍ່ມີ ກໍານົດ ວ່າ ຈະປິດຮັບ ການ ພິສູດ ສັນຊາດ ເມື່ອໃດ ແຕ່ວ່າ ການ ພິສູດ ສັນຊາດ ຈະ ດໍາເນີນໄປ ຮອດເດືອນ ທັນວາ ປີ ນີ້.
ເອກສານ ທີ່ ແຮງງານ ລາວ ຕ້ອງນໍາມາ ໃນເວລາ ທີ່ ມາພິສູດ ສັນຊາດ ນັ້ນ ມີ, ໃບ ຢັ້ງຢືນ ທີ່ຢູ່ ໃນລາວ, ບັດ ປະຈໍາຕົວ, ໜັງສື ຜ່ານແດນ ຫລື ໃບຂັບຂີ່ ແລະ ເບີ ໂທລະສັບ ຕິດຕໍ່ ຍາດພີ່ນ້ອງ ໃນ ລາວ.
ປັດຈຸບັນ ມີ ແຮງງານ ລາວ ຢູ່ໄທ ທີ່ ມາພິສູດ ສັນຊາດ ແລ້ວ 35,000 ຄົນ ໃນນັ້ນ ມີ ລູກຈ້າງ ໃນ ໂຮງງານ ແລະ ລູກຈ້າງ ທີ່ ເຮັດວຽກ ແມ່ເຮືອນ. ອີງຕາມ ຂໍ້ມູນ ຈາກ ສໍານັກງານ ບໍຣິຫານ ແຮງງານ ຕ່າງດ້າວ ຂອງໄທ.