ນັກສຶກສາມັກຮຽນພາສາ ອັງກິດ
2019.01.04
ນັກສຶກສາໃນແຂວງຫຼວງພຣະບາງ ນິຍົມຮຽນ ພາສາອັງກິດ ຫຼາຍກວ່າ ພາສາຈີນ ຍ້ອນວ່າ ພາສາອັງກິດ ເປັນພາສາ ສາກົນ ທີ່ໃຊ້ ໃນການພົວພັນ ວຽກງານດ້ານຕ່າງໆ ຮວມທັງວຽກງານ ດ້ານການທ່ອງທ່ຽວ ນຳດ້ວຍ, ດັ່ງເຈົ້າອາຈານ ມະຫາວິທຍາລັຍ ສຸພານຸວົງ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 3 ມົກກະຣາ ນີ້ວ່າ:
“ເນື່ອງຈາກພວກເຮົານຳໃຊ້ພາສາອັງກິດ ເປັນພາສາກາງ ໃນການພົວພັນ ອັນທີສອງ ເມືອງຫຼວງພຣະບາງ ເປັນເມືອງມໍລະດົກໂລກ ເມືອງທ່ອງທ່ຽວ ພາສາອັງກິດ ຈຶ່ງນໍາໃຊ້ຫຼາຍກວ່າໝູ່.”
ອີງຕາມຂໍ້ມູນ ຈາກມະຫາວິທຍາລັຍ ສຸພານຸວົງ ນັກຮຽນທີ່ເຂົ້າຮຽນວິຊາ ພາສາອັງກິດ ຄນະອັກສອນສາດ ມີ 150 ຄົນ ຢູ່ ສະຖາບັນ ຂົງຈື້ ສອນພາສາຈີນ ມີນັກຮຽນ 30 ຄົນ. ໃນຂນະດຽວກັນ ອະດີດນັກສຶກສາລາວ ທີ່ຈົບພາກວິຊາ ພາສາອັງກິດຜູ້ນຶ່ງ ກ່າວວ່າຕໍ່ ວິທຍຸເອເຊັຍເສຣີວ່າ ປັດຈຸບັນ ຄົນລາວ ນິຍົມຮຽນພາສາອັງກິດ ຫຼາຍກວ່າພາສາ ຕ່າງປະເທດອື່ນໆ ຍ້ອນວ່າ ພາສາອັງກິດສາມາດ ຊອກວຽກໄດ້ງ່າຍ:
“ພາສາອັງກິດຫຼາຍກວ່າພາສາອື່ນ ເພາະວ່າ ພາສາອັງກິດ ເປັນພາສາທຸຣະກິດ ເປັນພາສາກາງ ຂະເຈົ້າຈະຮຽນຫຼາຍ ທຸກໆປະເທດ ກະນຳໃຊ້ ພາສາອັງກິດ ໄດ້ພາສາອັງກິດເນາະ ເຮົາຈະສາມາດຊອກວຽກໄດ້ງ່າຍ ກ່ອນຂະເຈົ້າຜູ້ອື່ນ ເພາະວຽກໂຕນີ້ມັນ ດ້ານທຸຣະກິດ ການທ່ອງທ່ຽວ ຢູ່ບ້ານເຮົາມັນກະມີການຂຍາຍຕົວຫຼາຍ.”
ນັກສຶກສາຜູ້ນີ້ ກ່າວຕື່ມວ່າ ພາສາອັງກິດ ມີຄົນນິຍົມຮຽນ ເປັນອັນດັບທີ່ນຶ່ງ ຮອງລົງມາ ກໍແມ່ນພາສາຈີນ ຍ້ອນວ່າ ຄົນຈີນ ເຂົ້າມາທ່ຽວ ລາວຫຼາຍ ຫາກນັກສຶກສາ ໄປເຮັດວຽກເປັນລ່າມແປພາສາ ຈີນ-ລາວ ຫຼືລາວ-ຈີນ ຕາມໂຄງການຕ່າງໆຂອງຈີນ ກໍຈະໄດ້ຄ່າຕອບແທນດີ ນຳອີກ.