ນັກສຶກສາລາວຈົບໃໝ່ ຮຽນມາ ຫາວຽກບໍ່ມີ
2021.08.06
ການຣະບາດຂອງເຊື້ອໂຄວິດ-19 ສົ່ງຜົລກະທົບ ຕໍ່ນັກສຶກສາທີ່ຮຽນຈົບປີກາຍ ແລະ ປີນີ້ຈຳນວນຫຼາຍຊອກວຽກເຮັດງານທໍາບໍ່ໄດ້. ສະເພາະນັກສຶກສາຄະນະເສຖສາດ ແລະບໍຣິຫານ ທຸຣະກິຈ ພາກເສຖສາດ ສາຂາເສຖສາດການເງິນ ພາກຣັຖ ມະຫາວິທຍາລັຍ ແຫ່ງຊາດລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ສິງຫາ ນີ້ວ່າ . ການຣະບາດຂອງໂຄວິດ-19 ເຮັດໃຫ້ຫຼາຍບໍຣິສັດ ຍັງບໍ່ເປີດ ຮັບເອົາພະນັກງານໃໝ່ ເຖິງແມ່ນວ່າ ຈະເປີດຮັບເອົາ ແຕ່ກໍຈະເລືອກເອົາ ຜູ້ມີປະສົບການ ຈະບໍ່ຮັບເອົານັກສຶກສາໃໝ່.
"ທີ່ຈົບຮຸ່ນດຽວກັນ ກະຍັງຫວ່າງງານໝົດເລີຍ ແຕ່ທຸກຄົນກາດີ້ນຮົນຊອກຫາວຽກຢູ່. ກາສົ່ງເຣຊູເມ ເຟສບຸກ ສົ່ງອີເມລແດ່ ເອັສອາຣ໌ ແອັດມິນ ການເງິນ ລະກະການຕລາດ. ກະສ່ວນຫຼາຍກະບໍ່ຄ່ອຍຕອບຮັບ ປານໃດເພາະວ່າ ການສົ່ງເຣຊູເມ ມັນກະບໍ່ແມ່ນມີແຕ່ ເຮົາສົ່ງ ເພາະວ່າສ່ວນຫຼາຍເຂົາເຈົ້າ ຕ້ອງການພະນັກງານ ທີ່ວ່າມີປະສົບການ ໃນການເຮັດວຽກເປັນສ່ວນໃຫຍ່ ເພື່ອຄວາມງ່າຍ ໃນການເຮັດວຽກຫັ້ນນ່າ."
ນັກສຶກສາຜູ້ນີ້ຍັງເວົ້າຕື່ມວ່າ ປັດຈຸບັນຕົນເອງ ຍັງຢູ່ນຳຄອບຄອບ ແລະ ບໍ່ໄດ້ໃຊ້ຈ່າຍອີ່ຫຍັງຫຼາຍ ເພື່ອຊ່ອຍແບ່ງເບົາພາລະຂອງ ຄອບຄົວ ໃນແຕ່ລະມື້ ແຕ່ກໍພຍາຍາມຊອກວຽກຢູ່ ພ້ອມທັງກັງວົນໃຈ ຈະບໍ່ມີວຽກເຮັດເນື່ອງຈາກ ນັກສຶກສາທົ່ວປະເທດລາວ ຮຽນຈົບ ມາຈຳນວນຫຼາຍ ແລະ ເປັນໄລຍະການຣະບາດ ຂອງເຊື້ອໂຄວິດ-19.
ໃນຂນະທີ່ ນັກສຶກສາ ຄະນະພຍາບານສາດ ຈາກ ແຂວງຈຳປາສັກ ໄດ້ກ່າວວ່າ ໝູ່ທີ່ຈົບຫຼັກສູດຽວກັນ ເມື່ອປີກາຍ ທັງໝົດ 70 ຄົນ ແມ່ນບໍ່ມີວຽກເຮັດ 60 ຄົນ. ສ່ວນຫຼາຍຈະໄປເປັນ ອາສາສມັກຊ່ອຍວຽກງານປ້ອງກັນ ແລະສະກັດກັ້ນເຊື້ອໂຄວິດ-19 ໃຫ້ກັບໂຮງໝໍ ຫຼື ສຸຂສາລາ ຕາມທ້ອງຖິ່ນຂອງຕົນເອງ ແຕ່ບໍ່ໄດ້ຮັບເງິນເດືອນ ແຕ່ອາດຈະມີເງິນ ຍາມໂຮງໝໍ ຫຼື ສຸຂສາລາໃຫ້ ຄົນລະປະມານ 1 ລ້ານປາຍກີບ ຕໍ່ສອງສາມເດືອນ.
"ເທົ່າທີ່ເຫັນ ເພິ່ນກໍມີຮັບອາສາສມັກ ເຂົ້າມາເພີ່ມຢູ່ ເພາະຕ້ອງການແບບບຸຄລາກອນເນາະ ມາຊ່ອຍໂຄວິດນ່າ ແບບວ່າມັນບໍ່ພຽງພໍ. ບາງໂຮງໝໍເນາະ ເພິ່ນກໍບໍ່ຄ່ອຍ ຈະຮັບເອົາມາ ຫຼາຍຫັ້ນນ່າ ເພິ່ນກໍບໍ່ຄ່ອຍ ຈະມີເງິນຈ້າງ ມັນກໍຂຶ້ນກັບຄວາມສມັກໃຈນຳ. ອຸກໃຈ ເປັນສ່ວນໃຫຍ່ ສ່ວນຫຼາຍເປັນອາສາສມັກ ກໍທໍ້ຢູ່ແລ້ວເນາະ ເພາະວ່າບໍ່ມີເງິນເດືອນກິນຫັ້ນນ່າ. ສູ້ໄປຫັ້ນນ່າເພາະວ່າ ແຕ່ລະປີຈະມີ ຮັບພະນັກງານນ່າເອື້ອຍ ເຂົາຈະເສັງແຕ່ລະປີ ພວກໝູ່ເຂົາກໍຈະລຸ້ນ ແຕ່ລະປີວ່າຈະມີຊື່ ບໍ່ປະມານນີ້ນ່າ."
ນັກສຶກສາພຍາບານສາດ ຈາກ ແຂວງຈຳປາສັກ ໄດ້ກ່າວຕື່ມວ່າ ສຳລັບໝູ່ອີກ 10 ຄົນ ທີ່ໄດ້ເຮັດວຽກນັ້ນ ກໍຍ້ອນເປັນນັກຮຽນທຶນ ມີວຽກຮອງຮັບຢູ່ແລ້ວ ຫຼັງຈາກຮຽນຈົບ. ຫຼັກສູດ ພຍາບານທີ່ຈົບມາ ບໍ່ຕ່າງຫຍັງກັບຫຼັກສູດຄຣູ ທີ່ມີໂອກາດນ້ອຍທີ່ຈະໄດ້ເຮັດວຽກ ຍ້ອນຂແນງການສາທາຣະນະສຸຂ ໃຫ້ໂຄຕ້າມານ້ອຍຫຼາຍໃນແຕ່ລະປີ.
ໃນຂນະທີ່ ນັກສຶກສາຈົບມາ ແຕ່ລະປີ ມີຈຳນວນເກີນອັດຕຣາ ຂອງຕຳແໜ່ງວຽກພຍາບານ. ນອກຈາກນີ້ຍັງມີ ແພດການຢາ, ແພດ ທົ່ວໄປ ແລະ ໝໍ ທີ່ຮຽນຈົບມາ ກໍປະສົບກັບບັນຫາ ດຽວກັນ.
ນັກສຶກສາຈາກ ວິທຍາໄລສີລປະສາດ ນະຄອນຫຼວງວຽງຈັນ ກ່າວວ່າຮຽນຈົບມາ ໄດ້ສອງປີແລ້ວ ຫາກໍໄດ້ເຮັດວຽກ ເປັນຄຣູສອນ ວິຊາສີລປະ ໃຫ້ກັບໂຮງຮຽນມັທຍົມສຶກສາ ນະຄອນຫຼວງວຽງຈັນ ແຕ່ປັຈຈຸບັນຍ້ອນການ ຣະບາດຂອງເຊື້ອໂຄວິດ-19 ໂຮງຮຽນຍັງ ເປີດບໍ່ໄດ້. ຈຶ່ງຫັນມາເປີດຮ້ານ ຂາຍເຄື່ອງຍ່ອຍ ພໍໄດ້ເງິນໃຊ້ຈ່າຍໃນຄອບຄົວ.
"ສມັກໄດ້ແລ້ວ ແຕ່ວ່າໂຮງຮຽນ ເພິ່ນຍັງບໍ່ທັນໄດ້ເປີດສອນ ຫັ້ນນ່າ. ປັຈຈຸບັນມັນກະຍັງຄຸມເຄືອຢູ່ ຫຼາຍແນວ ບໍ່ວ່າຈະເປັນໂຄວິດ-19 ອີ່ຫຍັງບໍ່ຫັ້ນນ່າ. ແລ້ວກໍທາງໂຮງຮຽນ ທາງກະຊວງເພິ່ນ ກໍຍັງບໍ່ທັນອະນຸມັດ ໃຫ້ເປີດ. ກໍຄືຮູ້ນຳກັນເນາະ ສະພາບສັງຄົມດຽວນີ້ມັນ ບໍ່ມີແຕ່ເຮົາ ມັນບໍ່ເຈິແຕ່ເຮົາ ຜູ້ຮ້າຍກວ່າເຮົາກໍມີ ແລະ ຜູ້ກິກວ່າກໍມີ ຫັ້ນນ່າ. ຈະເຮັດແນວໃດ ກໍເຮັດແຫຼະ ປະຄັບປະຄອງຊີວິດເນາະ ກະຕ້ອງຫາວິທີການ ທຸກໆວິທີຫັ້ນແຫຼະ ເພື່ອຈະສູ້ກັບມັນໄປໄດ້ຫັ້ນນ່າ."
ອາຈານ ຈາກ ຄະນະເສຖສາດ ແລະ ບໍຣິຫານທຸຣະກິຈ ມະຫາວິທຍາໄລແຫ່ງຊາດລາວ ກ່າວວ່າ ໃນສະພາບທີ່ໂຄວິດ-19 ກຳລັງ ຣະບາດກໍເຮັດໃຫ້ ນັກສຶກສາ ມີຄວາມຫຍຸ້ງຍາກໃນ ການຊອກວຽກເຮັດງານທໍາ ແລະ ຖ້າພາກສ່ວນກ່ຽວຂ້ອງ ບໍ່ມີນະໂຍບາຍແທ້ໆ ວ່າຈະສະກັດກັ້ນເຊື້ອ ໂຄວິດ-19 ໄດ້ໃນເມື່ອໃດນັ້ນ. ໃນຕໍ່ໜ້າກໍອາດຈະບໍ່ມີ ການລົງທຶນເຂົ້າມາ ລົງທຶນຢູ່ລາວ ແລະ ກໍຈະເຮັດໃຫ້ ນັກສຶກສາ ທີ່ຮຽນຈົບບໍ່ມີວຽກເຮັດ.
"ຄັນວ່າຍັງເປີດປະເທດບໍໄດ້ ນັກທ່ອງທ່ຽວ ຍັງເຂົ້າມາບໍ່ໄດ້ ກໍຍັງຄືເກົ່ານີ້ແຫຼະ ສະພາບກະດາຍ. ໂຕຢ່າງວ່າເມືອງວັງວຽງ ທີ່ວ່າເພິ່ນ ເປີດໄລຍະນຶ່ງເນາະສະພາບໂຄວິດ-19 ຣະບາດຫັ້ນນ່າ. ລະກະເຣີ່ມຜ່ອນຜັນມາຕການກໍຄືເປີດ ແມ່ນບໍ່ ພວກນັກທຸຣະກິຈເຂົາກໍມາ ລົງທຶນ ໃສ່ໂຕຢ່າງປັບປຸງເນາະ. ບາດນີ້ພັດວ່າໂຄວິດ-19 ຣະບາດອີກຮອບ ຢຸດໄປອີກ ຮອບຈັ່ງຊີ້ເຂົາກໍຂາດທຶນ. ແບບຄັນວ່າຕໍ່ໜ້າ ຄັນວ່າສະພາບບໍ່ປົກກະຕິ ບໍ່ມີການທີ່ວ່າຮັບຮອງແທ້ໆ ເຂົາກໍບໍ່ຢາກດຳເນີນເດ້ ບາງເທື່ອນ່າ ເພາະເຂົາກະຢ້ານຫລຸບທຶນເດ້."
ທ່ານ ຄຳແພງ ໄຊສົມແພງ ອະດີດ ຣັຖມົນຕຣີກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຣາຍງານຕໍ່ກອງປະຊຸມສະພາສມັຍ ສາມັນ ເທື່ອທີ 9 ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 25 ມິຖຸນາ 2020 ວ່າ ການຣະບາດຂອງເຊື້ອໂຄວິດ-19 ໄດ້ສົ່ງຜົລກະທົບ ເຮັດໃຫ້ອັດຕຣາການຫວ່າງງານ ຂອງປະເທດລາວ ເພີ່ມຂຶ້ນຈາກປົກກະຕິ 9% ຜ່ານມາ ມາເປັນ 25%.