ຣົດເບັ້ນອາເຊັມຂາຍແລ້ວ
2015.06.04
ພາຍຫຼັງ ທີ່ ກອງ ປະຊຸມ ເອເຊັຽ-ຢູໂຣບ ຫຼື ອາເຊັມ ສິ້ນສຸດ ລົງ ເມື່ອ ທ້າຍປີ 2012, ຊາວລາວ ຫຼາຍຄົນ ໄດ້ ສັງເກດ ເຫັນວ່າ, ທາງການ ລາວ ໃຊ້ຈ່າຍ ຟຸມເຟືອຍ ເກີນໄປ ໃນ ການຈັດ ກອງປະຊຸມ ຄັ້ງນັ້ນ, ເພາະ ໄດ້ ນຳເງິນ ງົປມານ ອັນເປັນ ພາສີ ຈາກ ປະຊາຊົນ ລາວ ໄປ ຊື້ຣົດ ເບັ້ນ ຣາຄາ ແພງ ຮ້ອຍ ກວ່າຄັນ ແລະ ຣົດ ອື່ນໆອີກ ຫຼາຍຮ້ອຍ ຄັນ, ເພື່ອ ຮັບໃຊ້ ກອງ ປະຊຸມ ທີ່ ດຳເນີນໄປ ບໍ່ເຖິງ 1 ສັປດາ.
ແລະ ຫຼັງຈາກ ກອງ ປະຊຸມ ບໍ່ ພໍເທົ່າໃດ ເດືອນ ທາງການ ລາວ ກໍ່ໄດ້ ປະກາດ ຂາຍ ຣົດ ຣາຄາ ແພງ ນັ້ນ, ແລະ ກໍ່ມີຂ່າວ ອີກວ່າ ຣົດ ຈຳນວນ ໜຶ່ງ ແມ່ນ ໄດ້ປັນ ໃຫ້ ຜູ້ນຳ ບາງ ທ່ານ ເພື່ອ ເປັນ ຣົດ ປະຈຳ ຕຳແໜ່ງ ນຳໃຊ້ ສ່ວນຕົວ. ແລະ ຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ຣັຖບານ ທ່ານນຶ່ງ ບອກວ່າ, ມາເຖິງ ປະຈຸບັນ, ຣົດນັ້ນ ຖືກ ຂາຍ ອອກ ເກືອບ ໝົດແລ້ວ, ມີ ຈຳນວນ ນຶ່ງ ທີ່ ຈົ່ງໄວ້ ຮັບໃຊ້ ແຂກ ຕ່າງ ປະເທດ ແລະ ສໍາລັບ ຮັບໃຊ້ ການນຳ. ດັ່ງ ເຈົ້າໜ້າທີ່ ຜູ້ຂໍ ສງວນ ຊື່ ຈາກ ກົມ ຄຸ້ມຄອງ ຊັພສິນ ຂອງຣັຖ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 3 ມິຖຸນາ 2015 ນີ້ ວ່າ:
"ຣົດເບັ້ນ ຫວາ ເໝິດແລ້ວ ເໝິດແລ້ວ, ຂາຍແຕ່ ງວດ ກ່ອນ ພຸ້ນເດ ແຕ່ ປີກາຍ, ຂາຍເໝິດ ແລ້ວ ຂາຍເໝິດ ລະກະມີ ແຕ່ຈົ່ງໄວ້ ຈຳນວນ ນຶ່ງ ໄວ້ ຮັບແຂກ. ຈົ່ງໄວ້ ຮັບໃຊ້ ກະ ປະມານ ຍັງ ບໍ່ຫຼາຍ ດອກ ຂາຍອອກ ເໝິດ ແລ້ວ ແຕ່ ປີກາຍ ພຸ້ນ ແຫຼະ. ໂຕກາ ແລັນ ໂຕ ແຄມຣີ້ ກະຄື ກັນ".
ເມື່ອ ຖາມເຖິງ ເງິນ ທີ່ ຂາຍຣົດ ໄປນັ້ນ, ເຈົ້າໜ້າທີ່ ທ່ານນີ້ ກໍ່ ບອກວ່າ ໃຫ້ ຄຳຕອບ ບໍ່ໄດ້ ເພາະ ບໍ່ໄດ້ຢູ່ ໃນຄວາມ ຮັບຜິດຊອບ ຂອງທ່ານ. ເມື່ອ ຖາມວ່າ ທາງການ ລາວ ມີແຜນ ຈັດຊື້ ຣົດ ຊຸດໃໝ່ ເພື່ອ ມາຮັບໃຊ້ ກອງ ປະຊຸມ ສຸດຍອດ ຜູ້ນຳ ອາຊຽນ ທີ່ ສປປລາວ ຈະ ເປັນ ເຈົ້າພາບ ໃນປີ 2016 ຫລື ບໍ່ນັ້ນ ທ່ານ ກໍ່ບອກວ່າ ຍັງບໍ່ຮູ້ ໃຫ້ ລໍຖ້າ ເບິ່ງ ຕໍ່ໄປ.