ທາງການຖອນອະນຸຍາດ ບໍ່ແຮ່

ຈໍາປາທອງ
2015.06.03
f-image ທາງການລາວ ຖອນ ອະຍຸຍາດ ຂຸດຄົ້ນບໍ່ແຮ່ ຈາກ 23 ບໍຣິສັດ
RFA

ທາງການ ນະຄອນ ຫລວງ ວຽງຈັນ ຖອນ ໃບ ອະນຸຍາດ ດໍາເນີນ ທຸຣະກິດ ຈາກ 23 ບໍຣິສັດ. ຜແນກ ພລັງງານ ແລະ ບໍ່ແຮ່ ນະຄອນ ຫລວງ ວຽງຈັນ ໄດ້ ສັ່ງໃຫ້ ບໍຣິສັດ ເຫລົ່ານັ້ນ, ໂຈະ ການ ຂຸດຄົ້ນ ຫີນລາຍ ແລະ ຫີນກາວ ຢູ່ ນະຄອນ ຫຼວງ ວຽງຈັນ, ເພາະວ່າ ບໍຣິສັດ ເຫລົ່ານັ້ນ ຈຳນວນ ນຶ່ງ ບໍ່ ດໍາເນີນງານ ເປັນ ປົກກະຕິ ແລະ ອີກ ຈຳນວນ ນຶ່ງ ບໍ່ຈ່າຍ ພາສີ ອາກອນ ໃຫ້ ຣັຖ.

ບໍຣິວັດ ທີ່ ກ່ຽວຂ້ອງ ກັບການ ຂຸດຄົ້ນ ຫີນລາຍ ແມ່ນ ບໍຣິສັດ ກໍ່ສ້າງ ແລະ ສ້ອມແປງ ຂົວ ທີ່ ໄດ້ ຮັບ ສຳປະທານ ໃນ ເນື້ອທີ່ 10 ເຮັກຕາ, ບໍຣິສັດ ຂຸດຫີນ Pasatha 10 ເຮັກຕາ, ແລະ ບໍຣິສັດ ອື່ນໆ ອີກ ຫລາຍ ບໍຣິສັດ. ສຳລັບ ການຂຸດ ຄົ້ນ ຫີນກາວ ບໍຣິສັດ ທີ່ ຖືກ ຖອນ ໃບ ອະນຸຍາດ ກໍມີ ຫລາຍ ບໍຣິສັດ, ຮວມທັງ ບໍຣິສັດ ຫີນກາວ ພູພະນັງ ທີ່ ໄດ້ຮັບ ການ ສຳປະທານ ໃນ ເນື້ອທີ່ 50 ເຮັກຕາ ຢູ່ ບ້ານ ນາຄວາຍ ເມືອງ ສັງທອງ, ບໍຣິສັດ ທີ່ ມີ ສ່ວນຮ່ວມ ໃນ ການ ໃຫ້ ຄຳ ປຶກສາ ແລະ ໃຫ້ ການ ບໍຣິການ ສຳລັບ ບໍຣິສັດ ຂຸດຄົ້ນ ບໍ່ແຮ່, ເຊັ່ນ ບໍຣິສັດ SSPT ບໍຣິສັດ ລຳເຊິນ ແລະ ບໍຣິສັດ ອື່ນໆ ອີກ.

ການອອກ ຄຳສັ່ງ ໃຫ້ ຖອນ ໃບ ອະນຸຍາດ ດຳເນີນ ກິຈການ ທີ່ວ່າ ນັ້ນ ມີ ຜົລ ບັງຄັບ ໃຊ້ ໃນ ວັນທີ 25 ພຶສພາ ຊຶ່ງ ເປັນວັນ ທີ່ ບໍຣິສັດ ຕ່າງໆ ຖືກຖອນ ໃບ ອະນຸຍາດ ແລະ ບໍ່ມີ ສິດ ດຳເນີນ ທຸຣະກິດ ຂຸດຄົ້ນ ແຮ່ທາດ ແລະ ບໍ່ມີ ສິດ ສວຍໃຊ້ ປໂຍດ ຈາກ ທີ່ດິນ ທີ່ ໄດ້ຮັບ ອະນຸມັດ ໃຫ້ ໃຊ້ ກ່ອນໜ້າ ນັ້ນ ອີກ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.