ທາງການຊີ້ແຈງຕາດກວາງຊີ
2015.06.25
ຫລັງຈາກ ທີ່ ສື່ສັງຄົມ ອອນລາຍ ວິພາກ ວິຈານ, ກ່ຽວກັບ ການ ໃຫ້ ສໍາປະທານ ຕາດ ກວາງຊີ ທີ່ ແຂວງ ຫຼວງພຣະບາງ ແກ່ ນັກ ລົງທຶນ ຈີນ, ໃນ ວັນທີ 24 ມິຖຸນາ 2015 ນີ້ ເຈົ້າໜ້າທີ່ ທາງຝ່າຍ ແຂວງ ຈຶ່ງ ໄດ້ ອອກມາ ຊີ້ແຈງ ກ່ຽວກັບ ການໃຫ້ ສໍາປະທານ ເຂດ ຮອບນອກ ຕາດ ກວາງຊີ, ຊຶ່ງ ເປັນ ແຫລ່ງ ທ່ອງທ່ຽວ ນັ້ນວ່າ, ການໃຫ້ ສໍາປະທານ ບໍ່ໄດ້ ກວມເອົາ ຈຸດ ທີ່ເປັນ ຕາດ ກວາງຊີ. ດັ່ງ ຍາງນາງ ສຸດາພອນ ຄົມທະວົງ ຮອງ ຫົວໜ້າ ຜແນກ ຖແລງ ຂ່າວ ວັທນະທັມ ແລະ ທ່ອງທ່ຽວ ແຂວງ ຫຼວງພຣະບາງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:
"ຄວາມ ຈິງ ກໍຄືວ່າ ທາງ ແຂວງ ຂອງ ພວກເຮົາ ໄດ້ໃຫ້ ສໍາປະທານ, ຢູ່ໃນ ເຂດ ອ້ອມຮອບ ຫັ້ນ, ຊຶ່ງ ບໍ່ຢູ່ ໃນໂຕ ຕາດ ຫັ້ນ, ໝາຍຄວາມ ວ່າ ບໍ່ໄດ້ ຢູ່ໃນ ໂຕ ຕາດ ຫັ້ນ ບໍຣິເວນ ນໍ້າຕົກ ເຂດ ອະນຸຮັກ ເຂດ ກັນຊົນ ເຂດ ນໍ້າຕົກ ຍັງ ຮັກສາ ໄວ້້ ຄືເກົ່າ. ບໍ່ໄດ້ ອະນຸຍາດ ໃຫ້ໃຜ, ຣັຖ ຍັງ ຄຸ້ມຄອງ ບໍຣິຫານ ຄືເກົ່ ຢູ່".
ຫລັງຈາກ ມີ ຂໍ້ ຕົກລົງ ໃຫ້ ສຳປະທານ ນັ້ນ ແລ້ວ, ກໍຍັງມີ ອີກຫຼາຍ ຂັ້ນຕອນ ກ່ຽວກັບ ການ ສຶກສາ ຄວາມ ເປັນໄປໄດ້. ດັ່ງ ຍາງນາງ ກ່າວ ອີກວ່າ:
"ແຕ່ວ່າ ບໍ່ ໝາຍຄວາມ ວ່າ ອະນຸຍາດ ແບບນັ້ນ ແລ້ວ, ນັກ ລົງທຶນ ຈະ ສາມາດ ມາສ້າງ ກິຈກັມ ຫຍັງ ໄດ້ເລີຍ, ບໍ່ແມ່ນ, ມັນ ຍັງມີ ຫຼາຍ ຂັ້ນຕອນ ມີຂັ້ນຕອນ ການສຶກສາ ຄວາມ ເປັນ ໄປໄດ້, ຕົວຢ່າງ: ເຂົາ [ນັກລົງທຶນ] ຊິ ສະເໜີ ກິຈກັມ ຫຍັງມາ, ໄດ້ເອົາ ກິຈກັມ ໄປ ວາງໃສ່ ເນື້ອທີ່ ຕອນດິນ ໂດຍ ມີການ ສໍາຣວດ ຈະແຈ້ງວ່າ ອັນໃດ ຄວນຈະ ອະນຸມັດ ອັນໃດ ບໍ່ຄວນ ຈະ ອະນຸມັດ".
ຂໍ້ຕົກລົງ ການ ອະນຸມັດ ໃຫ້ ບໍຣິສັດ ອາໂຈ ກຣູປ ຂອງ ຈີນ, ເປັນຜູ້ ສໍາປະທານ ອ້ອມ ຕາດ ກວາງຊີ ນັ້ນ ແມ່ນ ທ່ານ ຄໍາແພງ ໄຊສົມແພງ ເຈົ້າ ແຂວງ ຫຼວງພຣະບາງ ເປັນຜູ້ ລົງນາມ ເມື່ອ ເດືອນ ເມສາ ທີ່ ຜ່ານມາ, ແລະ ໃນ ອາທິດ ທີ່ ຜ່ານມາ ນີ້ ກໍມີຄົນ ເອົາມາ ເຜີຍແພ່ ທາງ ສື່ສັງຄົມ ອອນລາຍ ເຟສບຸກ ຈຶ່ງ ເກີດ ກະແສ ວິພາກ ວິຈານ ກັນຂຶ້ນ.