ຄົນງານລາວຍັງແຈກຢາຍ ຄ້າງຢູ່ ມາເລເຊັຽ

ກ່ຽວກັບ ເຣື່ອງຄົນງານປະມົງລາວ ຢູ່ ຣັຖປາຫັງ ຈໍານວນ 530 ຄົນ, ທີ່ຢາກເດີນທາງ ກັບມາລາວ ດ້ວຍຍົນ ເຊົ່າເໝົາລໍາ, ໃນຈໍານວນນີ້ ກໍມີບາງພວກ ກໍໜີກັບມາລາວ ໂດຍຜ່ານດ່ານ ທັມມະຊາດ ແລະ ລ່າສຸດນີ້ ຈໍານວນ ທີ່ໄດ້ກັບມາລາວ ດ້ວຍຍົນ ເຊົ່າເໝົາລໍາ ມີທັງໝົດ 177 ຄົນ.

ສ່ວນນຶ່ງຂອງຄົນງານປະມົງລາວ ທີ່ໄດ້ກັບມາລາວ ດ້ວຍຍົນເຊົ່າເໝົາລໍາ ມີທັງຫມົດ 177 ຄົນ, ຊຶ່ງເດີນທາງມາຮອດ ນະຄອນຫຼວງວຽງຈັນ ວັນທີ 17 ມົກກະຣາ ແລະ ໄດ້ໄປກັກໂຕ ຢູ່ສູນກັກບໍຣິເວນ ພາບປະກອບ: ນັກຂ່າວພົລເມືອງ

ດັ່ງທີ່ເອເຊັຽເສຣີ ໄດ້ຣາຍງານໄປແລ້ວ ວ່າຄົນງານລາວ ທີ່ເຮັດວຽກໃນເຮືອຫາປາ ຢູ່ເມືອງ ຣອມປິ້ນ, ແຂວງປາຫັງ ປະເທດ ມາເລເຊັຽ ມີຈໍານວນທັງໝົດ ປະມານ 700 ຄົນ ແລະ ມີຈຸດປະສົງຢາກກັບເມືອລາວ, ເນື່ອງຈາກໝົດຣະດູການຫາປາ ແລະ ໝົດສັນຍາຈ້າງ, ຊຶ່ງຜູ້ທີ່ລົງທະບຽນ ວ່າຈະກັບລາວ ດ້ວຍຍົນເຊົ່າເໝົາລໍາ ມີທັງໝົດ 530 ຄົນ.

ໃນທີ່ສຸດ ຄົນງານປະມົງລາວ ທີ່ໄດ້ກັບມາລາວ ດ້ວຍຍົນເຊົ່າເໝົາລໍາ ມີທັງຫມົດ 177 ຄົນ, ຊຶ່ງເດີນທາງມາຮອດ ນະຄອນຫຼວງ ວຽງຈັນ ໃນມື້ວັນທີ 17 ມົກກະຣາ ແລະກໍໄດ້ໄປ ກັກໂຕ ຢູ່ສູນກັກບໍຣິເວນ ເພື່ອປ້ອງກັນການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ຫຼັກ 27 ຕາມມາຕການ ທີ່ ທາງການກໍານົດ.

ພາຍຫຼັງທີ່ຮູ້ວ່າ ຄົນງານປະມົງ ຢູ່ຣັຖປາຫັງໄດ້ມາລາວ ດ້ວຍຍົນເຊົ່າເໝົາລໍາໃນມື້ວັນທີ 17 ມົກກະຣາ ແລ້ວນັ້ນ, ຄົນງານປະມົງ ລາວ ຢູ່ຣັຖອື່ນອີກປະມານ 100 ປາຍຄົນ ທີ່ມີຈຸດປະສົງ ຢາກຈະກັບມາລາວ ຍ້ອນວ່າ ໄປເຮັດວຽກຢູ່ພຸ້ນດົນ ແລ້ວຢາກກັບບ້ານ ແລະ ອີກຢ່າງນຶ່ງ ກໍຍ້ອນວ່າ ມີການຣະບາດຂອງເຊື້ອໄວຣັສ ໂຄວິດ-19. ຍິ່ງເຮັດໃຫ້ພວກເຂົາ ຢາກກັບເມືອລາວ ແລະ ຫວັງວ່າ ຈະໄດ້ມາລາວ ນໍາຖ້ຽວບິນໃນມື້ວັນທີ່ 24 ມົກກະຣາ, ແຕ່ກໍໄດ້ມາພຽງແຕ່ 20 ປາຍຄົນ ເທົ່ານັ້ນ, ເນື່ອງຈາກວ່າ ເຮືອມາຈອດ ບໍ່ພ້ອມກັນ ແລະ ຫຼາຍຄົນ ກໍຍັງລໍຖ້າເງິນຄ່າແຮງງານ ຈາກນາຍຈ້າງຢູ່ກໍມີ, ດັ່ງຄົນງານປະມົງລາວ ຜູ້ນຶ່ງ ທີ່ມານໍາຖ້ຽວບິນ ໃນມື້ດັ່ງກ່າວ ເວົ້າກັບວິທຍຸເອເຊັຽເສຣີ ເມື່ອວັນທີ 26 ມົກກະຣາ ຜ່ານມາ ນີ້ວ່າ:

“ມາວັນທີ 24 ນັ້ນແຫຼະ, ບໍ່ໄດ້ມາຈາກບ່ອນດຽວກັນໃດ໋, ຈຸດທີ່ນ້ອງມາຫັ່ນ ນ້ອງມາຄົນດຽວ, ລະກະມາຈາກຫຼາຍຈຸດນະ, ລະກະມີທັງ ນັກສຶກສາ, ມີທັງຄົນງານເຮືອມາຈາກຕ່າງຣັຖ ຕ່າງຄອງ ມັນກະມີຫຼາຍກຸ່ມຫຼາຍຄົນມານໍາກັນ, ຄົນງານຫັ່ນບໍ່ຮອດ 100 ປາຍດອກ, ແຕ່ມັນລວມໆ ຫຼາຍຄົນນະ ຫຼາຍບ່ອນມາໃສ່ກັນນ່າ, ຄົນງານເຮືອປະມານ 20 ປາຍຄົນນີ້ແຫຼະ.”

ຄົນງານຜູ້ນີ້ ເວົ້າວ່າ ຕາມຮູ້ມາ ແມ່ນຍັງມີຄົນງານລາວ ຢູ່ຝັ່ງຕາເວັນຕົກ ຂອງມາເລເຊັຽອີກຫຼາຍ ທີ່ຢາກກັບບ້ານ:

“ຄົນລາວຍັງຫຼາຍໃດ໋, ຄົນລາວ ຢູ່ຝັ່ງຕາເວັນຕົກ ຍັງຫຼາຍເດີ້ ຂະເຈົ້າກະຢາກມາຢູ່, ແຕ່ວ່າ ມັນມາຖ້ຽວບິນບໍ່ທັນ, ມັນມາບໍ່ທັນກັນ ແບບວ່າມັນມາບໍ່ຕົງກັນ ເຮືອມາຈອດ ບໍ່ຕົງກັນ ມັນເລີຍບໍ່ທັນຍົນ.”

ຄົນງານຜູ້ນີ້ ເວົ້າຕື່ມອີກວ່າ ຕົນແລະໝູ່ເພື່ອນຄົນອື່ນໆ ເຄີຍພຍາຍາມທີ່ຈະມາລາວຫຼາຍເທື່ອແລ້ວ, ແຕ່ກໍບໍ່ຢາກສ່ຽງຢ້ານຖືກຈັບ ກໍເລີຍຕິດຕໍ່ຫາສະຖານທູດລາວ ໃຫ້້ເພິ່ນຊ່ອຍເຫຼືອ ເຣື່ອງກັບມາລາວ:

“ໄປຢູ່ເປັນປີແລ້ວ ບໍ່ໄດ້ມາບ້ານ ກະຢາກມາ ກະພຍາມຊິມາຫຼາຍເທື່ອຢູ່, ແຕ່ວ່າບໍ່ໄດ້ ພວກຂະເຈົ້າອົດບໍ່ໄດ້ ພວກຂະເຈົ້າລັກມາທາງ ເມືອງໄທຍກະມີຫຼາຍ, ແຕ່ວ່າ ຈຸຂ້ອຍບໍ່ກ້າມາ ເພາະວ່າ ພາສປອດມັນຊິຕາຍ ຈຸຂ້ອຍກະເລີຍແຈ້ງສະຖານທູດເພິ່ນ ບອກເພິ່ນກະວ່າ ຢາກມາຫັ່ນແຫຼະ ມາຢູ່ພີ້ຫຼາຍເດືອນລະເນາະ, ຢາກເມືອບ້ານ ລະເພິ່ນກະຊ່ອຍພົວພັນໃຫ້ ສະຖານທູດແຫຼະເພິ່ນຊ່ອຍ.”

ໃນມື້ດຽວກັນນີ້ ເອເຊັຽເສຣີ ກໍໄດ້ມີໂອກາດ ໂອ້ລົມນໍາຄົນງານລາວ ທີ່ຍັງຕົກຄ້າງ ຢູ່ຄອງບາງກອກ ປະເທດມາເລເຊັຽ ຊຶ່ງວ່າຈະ ກັບເມືອລາວ ນໍາຖ້ຽວບິນ ໃນມື້ວັນທີ 24 ມົກກະຣາ, ແຕ່ຊໍ້າພັດບໍ່ໄດ້ເມືອ ຍ້ອນວ່າ ຍັງບໍ່ທັນໄດ້ຮັບຄ່າຈ້າງ ຈາກນາຍຈ້າງ:

“ສາເຫດພວກຂ້ອຍບໍ່ໄດ້ກັບ, ມັນເຮັດວຽກຢູ່ ເວລາເພິ່ນມີເຄື່ອງ ມີການບິນມາຮັບ, ລະນາຍຈ້າງ ເພິ່ນບໍ່ຄິດເງິນໃຫ້ຫັ່ນນະ, ມັນບໍ່ຮອດເດືອນເພິ່ນ ລະເພິ່ນບໍ່ຄິດໃຫ້, ລະກະບໍ່ມີເງິນຄ່າເຄຶ່ອງກັບ ຕິດຢູ່ທາງນີ້ຫຼາຍນະ ທີ່ຮູ້ໆນິ່ 4-50 ຄົນໄດ້ລະ ທີ່ໆຮູ້ຈັກ, ມັນຢູ່ຄົນລະລໍາ ຢູ່ຄົນລະມ້ອງນ່າ, ຢາຍໆກັນຢູ່ນ່າ ຫຼາຍຄົນ ປະມານ 40-50 ຄົນ ລວມເບິດນະ, ຂ້ອຍນີ້ລະ ເປັນຜູ້ຕິດຕໍ່ນະ, ຂ້ອຍກະວ່າຊິມາ ວັນທີ່ 24 ນີ້ແຫຼະ, ວ່າຊິເມືອວັນທີ 24, ລະມັນບໍ່ທັນ ເພິ່ນບໍ່ຄິດເງິນໃຫ້ນະ, ທຸກຄົນຢາກກັບເບິດຊູ່ຄົນ.”

ຄົນງານລາວ ອີກຄົນນຶ່ງ ທີ່ເຮັດວຽກຢູ່ຄອງບ້ານໄຕ້ ເວົ້າວ່າ ມີຫຼາຍຄົນທີ່ຢາກເມືອລາວ ແຕ່ມີຂະເຈົ້າ ມີບັນຫາເຣື່ອງຄ່າໃຊ້ຈ່າຍ ກໍເລີຍຍັງບໍ່ໄດ້ເມືອເທື່ອ:

“ພຸ້ນແຫຼະ ສີ້ນເດືອນນີ້ ນ້ອງຈຶ່ງຊິໄດ້ເງິນຍອດການຫາປາ, ປະມານວັນທີ່ 5 ທີ 6, ລວມເງິນກ່ອນ ວ່າຊິມີຄ່າເດີນທາງບໍ່, ເພາະວ່າ ບາງຄົນເຂົາກະມີພາຣະຫຼາຍ ເຂົາສົ່ງໃຫ້ລູກໃຫ້ເມັຽແນ່, ຢ້ານເງິນເດີນທາງບໍ່ໄດ້, ມາໃນຊຸດດຽວກັນນີ້ກະ 40 ປາຍຄົນ, ຢາກເມືອ, ແຕ່ວ່າ ບາງຄົນກະເງິນບໍ່ພ້ອມ, ມັນມາໄດ້ປີປາຍແລ້ວ ຢາກເມືອກັບບ້ານແຫຼະ ຄິດຮອດບ້ານຫຼາຍ.”

ບາດນີ້ຂໍຫວນກັບຄືນມາກ່າວເຖິງ ຄົນງານປະມົງລາວຈໍານວນ 530 ຄົນຢູ່ຣັຖປາຫັງອີກເທື່ອນຶ່ງ, ເພາະວ່າມີຫຼາຍຄົນຕັດສິນໃຈ ອອກຈາກຣັຖນີ້ ໄປເຮັດວຽກຢູ່ບ່ອນອື່ນ, ດັ່ງຄົນງານຜູ້ນີ້ ໄດ້ເວົ້າເຫດຜົລ ສູ່ວິທຍຸເອເຊັຽເສຣີຟັງວ່າ:

“ຍ້ອນວ່າລໍດົນ ລະບໍ່ມີເງິນມີຫຍັງແດ່, ເງິນຊິເບິດຊີ້ນະ, ຕ້ອງໄດ້ດິ້ນລົນຫາຕໍ່ຊີ້ນະ, ເພາະຈ້ອງປີ້ຍົນກະ 2 ພັນກວ່າຫຼຽນເນາະ, ລະບາດນີ້ ກະໄປຖອນມາ ຖອນມາກະວ່າຊິເມືອຣົດ, ເມືອຣົດຜູ້ບາງຄົນກະວ່າ ເມືອບໍ່ໄດ້, ລະກະຢ້ານຖືກຈັບຖືກຫຍັງແດ່, ລະມີ ໝູ່ໂທໄປຫາ ກະຕັດສິນໃຈມາລອງເບິ່ງ ມາຈາກຄອງແອນດາວນໍາກັນ ຊຸດຂ້ອຍມານີ້ 2 ຄົນ, ຂະເຈົ້າມາກ່ອນແດ່, ຄົນລາວຢູ່ນີ້ ລໍານີ້ນິ່ ປະມານ 10 ປາຍຄົນນີ້ແຫຼະ, ແຕ່ວ່າ ຂ້ອຍນີ້ ກະມາໃນນາມບໍ່ຮູ້ຈັກໃຜ, ຮູ້ຈັກໝູ່ຜູ້ດຽວ, ແຕ່ວ່າ ເຂົາຊວນມາກະມາ ບໍ່ມີທາງໄປລະເດ້, ເມືອກະເມືອບໍ່ໄດ້ ເມືອກະຖືກຈັບ, ຊຸດຂ້ອຍຊິເມືອກະຖືກຈັບເດ້ ເສັຍເງິນ 2 ໝື່ນປາຍ, ຂ້ອຍຂໍຖອນໂຕມາພີ້, ຖ້າພວກຂ້ອຍເມືອກະເຖິງບ້ານ, ແຕ່ວ່າ ຫາກຖືກຈັບຢູ່ດ່ານໄທຍ-ມາເລເຊັຽ.”

ຄົນງານຜູ້ນີ້ ເວົ້າອີກຕື່ມວ່າ ເຖິງແມ່ນວ່າ ຕົນຈະຍ້າຍມາເຮັດວຽກຢູ່ໃໝ່ກໍຕາມ, ແຕ່ຕອນນີ້ ກໍພະຍາມ ຫາທາງກັບບ້ານຢູ່, ເພາະຖ້າອອກເຮືອຕໍ່ ກໍຢ້ານວ່າຈະບໍ່ໄດ້ເມືອ:

“ໂອ່..ຫາທາງກັບບ້ານຢ່າງດຽວ, ຄັນອອກຕໍ່ ມັນກະບໍ່ໄດ້ເມືອຢູຸແລ້ວ, ເພາະວ່າມັນເປັນວິກິຈແບບນີ້ ມັນກັບບໍ່ໄດ້ລະ, ຄັນກັບກະມີແຕ່ກັບເລີຍບາດດຽວ, ຄັນອອກໄປອີກ ກະຄືເກົ່າຫັ່ນແຫຼະ, ເຮົາບໍ່ໄດ້ກັບຄືເກົ່າ, ຢາກເມືອໃຈຊິຂາດແລ້ວ, ເວົ້າພາສາອັງກິດກະບໍ່ເປັນ, ຊິໄປຫາໃຜ ຊື້ປີ້ຍົນໃຫ້ ກະບໍ່ມີດອກ, ເພາະບໍ່ຮູ້ຈັກໃຜເນາະ, ຄັນເປັນຫຍັງ ກະໃຫ້ໄປເປັນ ຢູ່ບ້ານຢູ່ຊ່ອງເຮົາຊະ ບໍ່ຢາກເປັນຢູ່ນີ້ ບໍ່ຢາກເປັນຢູ່ທາງນີ້ ບໍ່ຮູ້ຫຍັງເດ່ະ.”

ໃນຂນະດຽວກັນ ຄົນງານລາວອີກຄົນນຶ່ງ ຈາກຣັຖດຽວກັນນີ້ ຊຶ່ງຍ້າຍໄປເຮັດວຽກຢູ່ຄອງປາກອກ ກໍເວົ້າວ່າ:

“ຍ້າຍມາ 10 ກວ່າຄົນນີ້ແຫຼະ, ຫາກະມາຊຸດດຽວ ແຕ່ວ່າຊຸດອື່ນບໍ່ຮູ້, ອີກສ່ວນນຶ່ງ ເຂົາກະລັກກັບໄປໄທຍ ກະຖືກຈັບຢູ່ພຸ້ນລະ, ຢູ່ໄທຍກະຫຼາຍລະເດ້, ເພິ່ນລັກກັບ ກະຢ້ານແດ່ ຢ້ານຖືກຈັບແດ່ເດ້, ມັນຂຶ້ນກັບດວງເຮົາພ້ອມ ຊ້ວງນັ້ນນະ ບາງຄົນກະຖືກຈັບ ບາງຄົນລະລອດຊີ້ນ່າ.”

ຄົນງານຜູ້ນີ້ເວົ້າອີກວ່າ ທີ່ຕົນຕັດສິນໃຈ ມາເຮັດວຽກຢູ່ບ່ອນໃໝ່ຕໍ່ ກໍຍ້ອນຄິດວ່າ ຖ້າເມືອລາວກໍຄົງບໍ່ມີຫຍັງເຮັດ ກໍເລີຍຕັດສິນໃຈ ຢູ່ພີ້ຕໍ່:

"ຢູ່ຝັ່ງຕາເວັນຕົກ ມັນບໍ່ມີຄື້ນມີລົມຊີ້ນ່າ, ມັນອອກໄດ້ຕລອດປີຊີ້ນ່າ ຢາກຫາເງິນກ່ອນ ເພາະວ່າ ເມືອບ້ານ ກະຊິບໍ່ມີແນວຫາ.”

ກ່ຽວກັບເຣື່ອງທີ່ວ່າ ຄົນງານປະມົງລາວ ທີ່ຍັງຕົກຄ້າງ ແລະຢາກກັບເມືອລາວນັ້ນ ປັດຈຸບັນ ທາງສະຖານທູດລາວ ປະຈໍາມາເລເຊັຽ ກໍພ້ອມທີ່ຈະໃຫ້ການຊ່ອຍເຫຼືອເຕັມທີ່, ດັ່ງເຈົ້າໜ້າທີ່ ສະຖານທູດແຫ່ງນີ້ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ພວກເຮົາກໍໄດ້ຊ່ວຍໄປແລ້ວ 2 ຖ້ຽວລະເນາະ, ມີແຕ່ວ່າພວກເຮົາກະກໍາລັງເກັບກໍາຢູ່, ແນ່ນອນມັນກະຍັງມີ ຈໍານວນ ທີ່ວ່າມີຜູ້ ຕົກຄ້າງ ກະຍັງມີຢູ່ໃນຄວາມເປັນຈິງ, ເພາະວ່າຂະເຈົ້າ ຢູ່ກະແຈກກະຈາກ ຢູ່ຕາມເຮືອຫັ່ນນະ, ແລະໜ້າທີ່ພວກເຮົາ ກະຕ້ອງຂໍ ການຊ່ອຍເຫຼືອຢູ່ແລ້ວ ທີ່ວ່າຂະເຈົ້າຂໍຮ້ອງມາເນາະ, ປັດຈຸບັນນີ້ກະບໍ່ມີຫຍັງລະເນາະ, ມີແຕ່ວ່າຂະເຈົ້າສເນີມາ ເຮົາກະສົ່ງຣາຍງານ ໄປມັນເປັນຈໍານວນ ຄົນລະໜ້ອຍນະ ຄົນນຶ່ງ ສອງຄົນ ຂະເຈົ້າອອກເຮືອ ຄືນ້ອງຮູ້ຫັ່ນແຫຼະ ຢູ່ກະແຈກກະຈາຍ ກະເປັນການຍາກ ສໍາລັບເຮົາ ໃນການໄປເບິ່ງ.”

ຄົນງານລາວ ທີ່ເຮັດວຽກໃນເຮືອຫາປາ ຢູ່ເມືອງ ຣອມປິ້ນ, ແຂວງປາຫັງ ປະເທດມາເລເຊັຽ ມີຈໍານວນທັງໝົດ ປະມານ 700 ຄົນ ແລະຕ້ອງການ ກັບເມືອປະເທດລາວ, ເນື່ອງຈາກ ໝົດຣະດູການຫາປາ ແລະໝົດສັນຍາຈ້າງ, ຊຶ່ງຜູ້ທີ່ລົງທະບຽນ ວ່າຈະກັບລາວ ດ້ວຍຍົນເຊົ່າເໝົາລໍາ ມີທັງໝົດ 530 ຄົນ, ພໍມາຮອດຕົ້ນເດືອນ ທັນວາ ປີ 2020 ກໍບໍ່ໄດ້ເມືອ, ຫຼາຍຄົນ ລໍຖ້າບໍ່ໄຫວກໍໄດ້ເມືອ ຜ່ານທາງໄທຍຖືກຈັບກໍມີ, ເມືອລອດຮອດເມືອງລາວແດ່ກໍມີ ແລະຫຼາຍຄົນກໍຕັດສິນໃຈໄປເຮັດວຽກຫາປາ ຢູ່ຄອງອື່ນໃນມາເລເຊັຽ ຕໍ່ກໍມີ, ແລະໄດ້ກັບເມືອລາວ ໃນມື້ວັນທີ 17 ມົກກະຣາ ປີ 2021 ມີຈໍານວນທັງໝົດ 177 ຄົນ.

ເຖິງແນວໃດກໍຕາມ, ຕາມທີ່ເອເຊັຽເສຣີ ໄດ້ໂອ້ລົມກັບຄົນງານປະມົງລາວ ທີ່ຍັງຕົກຄ້າງຢູ່ມາເລເຊັຽນັ້ນ ສ່ວນຫຼາຍແມ່ນຢາກ ກັບເມືອລາວ, ຍ້ອນວ່າ ສະພາບການ ໃນປັດຈຸບັນ ມີການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ແລະບໍ່ຮູ້ວ່າຈະເກີດຫຍັງອີກ ໃນອະນາຄົດ, ຖ້າຫາກວ່າເປັນຫຍັງ ພວກເຂົາກໍຢາກເປັນ ຢູ່ບ້ານເກີດເມືອງນອນ ຂອງຕົນເອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org