ແຮງງານລາວຢູ່ຕ່າງແດນຄວນຖືກ ປົກປ້ອງ

ເຈົ້າໜ້າທີ່ ລາວ ເວົ້າວ່າ ແຮງງານ ລາວ ທີ່ ໄປເຮັດວຽກ ຢູ່ຕ່າງແດນ ຕ້ອງຖືກ ປົກປ້ອງ.

ຄົນງານລາວ ທີ່ແຂວງບໍ່ແກ້ວ RFA

 

ນັກວິຊາການຈາກກະຊວງແຮງງານລາວ ຜູ້ທີ່ຂໍສງວນຊື່ທ່ານນື່ງເວົ້າວ່າ ການສົ່ງເສີມແລະປົກປ້ອງແຮງງານເຄື່ອນທີ່ລາວໃນຕ່າງປະເທດເປັນ ບັນຫາທີ່ທາງການລາວ ຍັງປະຕິບັດບໍ່ໄດ້ ບໍ່ວ່າແຕ່ກຸ່ມທີ່ເຮັດວຽກໃນລາວ ຫລື ໃນປະເທດເພື່ອນບ້ານກໍດີ. ດັ່ງທ່ານກ່າວໃນຕອນນື່ງວ່າ:

"ບັນຫາກໍແມ່ນການປົກປ້ອງ ແລະສົ່ງເສີມສິດທິແຮງງານເຄື່ອນຍ້າຍ ເພື່ອໃຫ້ມັນເກີດ ເປັນຮູປທັມ ກໍຄືດ່ັງວ່າແຮງງານເຄື່ອນຍ້າຍປັດຈຸບັນນີ້ ເປັນບັນຫາເດັ່ນ ອາດຊີ່ມີແຮງງານລາວ ໄປປະເທດໃກ້ຄຽງ ເຮົາບໍ່ສາມາດຊີ່ສະກັດກັ້ນໄດ້ ບັນຫາມັນຢູ່ບ່ອນວ່າ ເມື່ອໄປແລ້ວເຮົາຊີ່ປົກປ້ອງ ແນວໃດ ເພື່ອບໍ່ໃຫ້ຂະເຈົ້າໄປແບບບໍ່ຖືກກົດຫມາຍ ຊື່ງອາດຈະເປັນເຫຍື່ອຂອງການຄ້າມະນຸດ".

ໃນສົກປີ 2012-2013 ທາງການໄທ ໄດ້ຈັບກຸມແລະສົົ່ງແຮງງານລາວ ຜູ້ທີ່ເຮັດວຽກແບບຜິດກົດຫມາຍ ກັບບ້ານເຖິງ 12 ພັນກວ່າຄົນຖືວ່າ ເປັນຈຳນວນແຮງງານລາວທີ່ຖືກຈັບກຸມ ແລະສົ່ງກັບຫລາຍທີ່ສຸດ ເປັນປະຫວັດການ ແລະກຸ່ມດັ່ງກ່າວ ເມື່ອຖືກສົ່ງກັບແລ້ວ ຫລາຍຄົນກໍກັບ ຄືນໄປໃຫມ່ແລະກໍຫລາຍ ຂຶ້ນເລຶ້ອຽໆໃນແຕ່ລະມື້ ເຫດການດັ່ງກ່າວ ເປັນການສ່ຽງຕໍ່ການຕົກເປັນເຫຍື່ອ ຂອງ ກຸ່ມຄ້າມະນຸດ.

ນັກວິຊາການລາວ ທ່ານນີ້ເວົ້າຕື່ມວ່າ ຄວາມສາມາດ ທີ່ຈະໃຫ້ການຄຸ້ມຄອງ ແຮງງານລາວ ໃນໄທໄດ້ນັ້ນ ກໍແມ່ນການພັທນາ ເຣື້ອງປະກັນ ສັງຄົມໃຫ້ກັບແຮງງານລາວເທົ່ານັ້ນ. ອິງຕາມສະຖິຕິຈາກກະຊວງແຮງງານ ແລະສວັດດີການສັງຄົມ ສປປລາວ ໃນປັດຈຸບັນມີແຮງງານລາວ ໄປເຮັດວຽກແບບຖືກຕ້ອງ ໃນໄທມີພຽງແຕ່ 77,352 ຄົນໃນຈຳນວນແຮງງານລາວ ທັງຫມົດ ກວ່າ 6 ແສນ ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org