ນັກລົງທຶນລາວຈະທຽບກັບ ຈີນ ໄດ້ຍາກ
2016.01.11
ນັກລົງທຶນ ແລະ ພໍ່ຄ້າຊາວຂາຍ ຈີນ ທີ່ ມີແນວໂນ້ມ ວ່າຈະເຂົ້າມາ ລົງທຶນ ແລະ ເປີດຮ້ານຄ້າຂາຍ ຢູ່ຕາມເມືອງ ທີ່ ມີສະຖານີ ຣົດໄຟ ຫຼາຍຂຶ້ນ, ນັບແຕ່ເລີ້ມ ມີຂ່າວ ການລົງມືສ້າງ ທາງຣົດໄຟ ມານີ້, ອັນຈະເຮັດໃຫ້ ນັກລົງທຶນ ພໍ່ຄ້າ ຊາວຂາຍລາວ ແຂ່ງຂັນ ຊາວຈີນ ບໍ່ໄດ້ ຍ້ອນຕົ້ນທຶນ ມີໜ້ອຍ. ດັ່ງ ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ໄດ້ກ່າວ:
"ຄັນເຂົາເຈົ້າມາຫຼາຍ ອັນທີນຶ່ງ ທີ່ຈະສົ່ງ ຜົນສະທ້ອນ ໃຫ້ນັກລົງທຶນ ພາຍໃນ ເຮົານີ້ເນາະ ອາດຈະຫົດຕົວ ເນາະ ເນື່ອງຈາກວ່າ ທຶນຮອນເຮົາ ກ່າບໍ່ຫຼາຍ ທໍ່ເຂົາເນາະ ກ່າຊິອາດ ເຮັດໃຫ້ ນັກລົງທຶນລາວ ຫັ້ນ ແບບວ່າ ຫົດຕົວເຂົ້າ".
ທ່ານຄາດວ່າ ຈະມີນັກລົງທຶນ ຈີນ ເຂົ້າມາເປີດ ຮ້ານຄ້າ ຢູ່ຕາມເມືອງຕ່າງໆ ທີ່ມີສະຖານີ ຣົດໄຟ, ເປີດໂຮງແຮມ ຮ້ານອາຫານ ແລະ ການບໍຣິການ ຕ່າງໆ ໂດຍສະເພາະ ຢູ່ເຂດ ເມືອງທ່ອງທ່ຽວ ແລະ ເມືອງ ຊາຍແດນ. ເສັ້ນທາງຣົດໄຟ ລາວ-ຈີນ ທີ່ ມີຄວາມຍາວ 427 ກິໂລແມັດ ຈາກ ເມືອງ ຊາຍແດນ ບໍ່ເຕັນ-ບໍ່ຫານ ຜ່ານ ແຂວງຫຼວງນໍ້າທາ ອຸດົມໄຊ ຫຼວງພຣະບາງ ວຽງຈັນ ແລະ ຈະໄປຈອດຢູ່ ຂົວ ຂ້າມນໍ້າຂອງ ແຫ່ງໃໝ່ ນະຄອນຫຼວງ ວຽງຈັນ ເພື່ອ ເຊື່ອມຕໍ່ໃສ່ ທາງຣົດໄຟ ຂອງໄທ ແຂວງໜອງຄາຍ ນັ້ນ ຈະມີ ສະຖານີ ທັງໝົດ 33 ແຫ່ງ, ໃນນັ້ນ 11 ແຫ່ງ ແມ່ນສະຖານີ ຫລີກຣົດໄຟ, ແລະອີກ 1 ແຫ່ງ ແມ່ນ ສະຖານີ ສິນຄ້າ.
ປັດຈຸບັນ ທີ່ດິນ ຢູ່ໃນເຂດ ທີ່ມີແຜນ ຈະສ້າງ ສະຖານີ ຣົດໄຟ ນັ້ນ ເລີ້ມຂຶ້ນ ຣາຄາແລ້ວ ທັ້ງໆທີ່ ບໍ່ທັນມີ ໂຕເລຂ ທີ່ ແນ່ນອນວ່າ ຈະມີ ນັກທຸຣະກິດ ຈີນ ແລະ ຊາຕອື່ນ ເຂົ້າມາລົງທຶນ ແທ້ ຫລືບໍ່.