ເປົ້າໝາຍ 4 ບຸກທະລຸ ຂອງພັກ-ຣັດ


2013.04.23
F-students ນັກສຶກສາ ຝຶກສອນ ພາສາອັງກລິສ ຈາກ ມະຫາວິທຍາໄລ ແຫ່ງຊາດ. ນັກສຶກສາລາວ ມີຄວາມສາມາດ ທີ່ເທົ່າທຽມ ກັບປະເທດ ເພື່ອນບ້ານ
flickr-sharing

ຊາວລາວ ຈໍານວນນຶ່ງ ຄິດວ່າ ການສ້າງ ຊັພຍາກອນ ມະນຸດ ຈະສໍາເຣັດ ໄດ້ຍາກ ຕາມບາດກ້າວ 4 ບຸກທະລຸ ຂອງ ພັກ ປະຊາຊົນ ປະຕິວັດ ລາວ.

ເປົ້າໝາຍ 4 ບຸກທະລຸ ທີ່ ຣັຖບານລາວ ດໍາເນີນ ເພື່ອໃຫ້ ປະເທດ ຫລຸດພົ້ນ ອອກຈາກ ປະເທດ ດ້ອຍພັທນາ ຂັ້ນພື້ນຖານ ໃນປີ 2015 ນັ້ນ ຊາວລາວ ສ່ວນນຶ່ງເຫັນວ່າ ການສ້າງ ຊັພຍາກອນ ມະນຸດ ຈະສໍາເຣັດ ໄດ້ຍາກ ຍ້ອນຫລາຍ ສາເຫດ, ເຊັ່ນ ການຂາດ ບຸຄລາກອນ ທີ່ ເປັນຫລັກແຫລ່ງ ໃນແຕ່ລະຂັ້ນ ການຂາດເຂີນ ໂຮງຮຽນ ແລະ ຄຣູສອນ ໃນເຂດ ຊົນນະບົດ. ຕາມຄໍາເວົ້າ ຂອງ ຊາວເມືອງ ຫລວງພຣະບາງ:

"ຫນ່າຈະສໍາເຣັດ ຍາກທີ່ສຸດ ສ້າງ ຊັພຍາກອນ ມະນຸດ ເພາະວ່າ ໂຮງຮຽນ ມັນຍັງ ບໍ່ທົ່ວເຖິງ ເພາະວ່າ ແຖວໆນອກ ອັບເດດ ບຸຄລາກອນ ມັນຕ້ອງມີ ປຣິນຍາໂທ ປຣິນຍາເອກ ມັນຍັງຄ່ອຍໆໄປ ມັນຕ້ອງສ້ອມ ບຸຄລາກອນ ບຸຄລາກອນ ຜູ້ມີ ຄວາມຮູ້ກ່ອນ ພັທນາ ໂຄງຮ່າງ ພື້ນຖານ ທາງ ຄົມນາຄົມ ອີຫຍັງ ກໍບໍ່ເຖິງ".

ທ່ານເວົ້າ ຕື່ມວ່າ ການພັທນາ ຊັພຍາກອນ ມະນຸດ ເປັນສິ່ງສໍາຄັນ ຍິ່ງ ທີ່ຄວນພັທນາ ເພາະ ຫາກບຸຄລາກອນ ໃນປະເທດ ມີປະສິດທິພາບ ແລ້ວ ການດໍາເນີນງານ ການຣະດົມ ຄວາມຄິດ ຕ່າງໆ ກໍຈະມີຄວາມ ແຂງແຮງ ຫລາຍຂຶ້ນ ແຕ່ ໃນທຸກມື້ນີ້ ຍັງເປັນພຽງ ການ ເລີ່ມຕົ້ນ ເທົ່ານັ້ນ ແລະ ກໍຍັງບໍ່ເຫັນ ວ່າການ ພັທນາ ຊັພຍາກອນ ມະນຸດ ຈະຄືບໜ້າ ເທົ່າທີ່ຄວນ. ພ້ອມກັນນັ້ນ ຕາມຄວາມ ຄິດສ່ວນຕົວແລ້ວ ເຫັນວ່າ ປະເທດລາວ ອາດສາມາດ ກ້າວອອກຈາກ ປະເທດດ້ອຍ ພັທນາ ຂັ້ນພື້ນຖານ ໄດ້:

"ຄິດວ່າຄັນ ແມ່ນຄົນລາວ ສາມັກຄີກັນ ມັນເຮັດໄດ້ ທຸກຢ່າງ ເພາະມັນເປັນ ປະເທດ ທີ່ນ້ອຍ ແຕ່ວ່າເວົ້າ ກັນໄດ້ ມັນມີ ພັກນໍາພາ ຄົນລາວ ມັນມີພັກດຽວ ເຮົາກໍ່ສ້າງ ນໍາພາທີ່ດີໆ ແລ້ວກໍໂອເຄ".

ທ່ານເຊື່ອວ່າ ທົ່ວໄປແລ້ວ ນະໂຍບາຍ  4 ບຸກທະລຸ ຈະຊ່ວຍໃຫ້ ປະເທດລາວ ອອກຈາກ ຖານະ ດ້ອຍພັທນາ ຂັ້ນພື້ນຖານ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.