ຮຽນຈົບແລ້ວຢາກໄດ້ວຽກ ນໍາຣັຖ
2016.10.10

ນັກສຶກສາລາວ ທີ່ຮຽນຈົບ ປຣິນຍາຕຣີ ໃຫມ່ ສ່ວນໃຫຍ່ຢາກ ເຮັດວຽກນໍາ ຣັຖບານ ຫຼາຍກວ່າ ເຮັດນໍາ ເອກກະຊົນ ຍ້ອນຄິດວ່າ ຫມັ້ນຄົງກວ່າ ວຽກໃນ ບໍຣິສັດ ເອກຊົນ, ມີຫຼາຍຄົນ ລໍຖ້າ ເສັງເຂົ້າ ເປັນ ພະນັກງານ ຣັຖ ແຕ່ການ ສອບເສັງນັ້ນ ກໍບໍ່ເປັນ ຂອງງ່າຍ, ກຸ່ມດັ່ງກ່າວ ຢາກໃຫ້ ຣັຖບານ ຄັດເລືອກເອົາ ຜູ້ທີ່ ມີຄວາມຮູ້ ແລະ ຜ່ານການ ສອບເສັງ ຢ່າງແທ້ຈີງ. ດັ່ງ ນັກສຶກສາ ນະຄອນຫຼວງ ວຽງຈັນ ຜູ້ນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 7 ຕຸລາ ນີ້ວ່າ:
"ກໍມີສ່ວນຫຼາຍ ຢາກໃຫ້ ເປັນແບບ ເຂົ້າເປັນ ຣັຖກອນ ເລີຍ ກໍຢາກໃຫ້ ອັນຫນ່ວຍ ຣັຖເພິ່ນ ເລືອກເອົາ ຄົນທີ່ມີ ຄວາມສາມາດ ໂດຍ ທີ່ບໍ່ໄດ້ ໃສ່ເງີນຈ້າງ ເຂົ້າໄປ ຫັ້ນນະ".
ນາງກ່າວຕື່ມວ່າ ປັດຈຸບັນ ວຽກງານ ໃນລາວ ນັ້ນຫາຍາກ ເຮັດໃຫ້ ນັກສຶກສາ ທີ່ຮຽນຈົບ ຫຼາຍພັນຄົນ ວ່າງງານ ບາງຄົນ ກໍໄປຂາຍ ເຄື່ອງ ໃນຮ້ານຄ້າ ຫລື ໄປເຮັດ ອິນເຕິເນັດ ແບບ Part time ຊຶ່ງ ບາງຄັ້ງ ພວກຂະເຈົ້າ ກໍຖືກຕົວະຕົ້ມ ໃຫ້ເສັຽເງິນ ໄປຝືກ ວ່າຈະໄດ້ວຽກ ເມື່ອຝຶກແລ້ວ ເງິນກໍເສັຽ ວຽກກໍບໍ່ມີ.
ແຕ່ນັກສຶກສາ ອີກນາງນຶ່ງ ທີ່ຮຽນຈົບແລ້ວ ພັດເວົ້າວ່າ ນັກສຶກສາ ທີ່ຈົບໃຫມ່ ວ່າງງານ ຍ້ອນວ່າ ບາງຄົນ ເລືອກວຽກ ທີ່ຕົນມັກ ແລະ ໄດ້ເງິນເດືອນ ສູງຫຼາຍກວ່າ ຈຶ່ງວ່າງງານ:
"ສ່ວນຫຼາຍຂະເຈົ້າ ກໍເລືອກວຽກ ທີ່ຕົນເອງມັກ ທີ່ຮຽນມາ ນຶ່ງເນາະ ສອງມາ ກໍຄືງານ ທີ່ວ່າມີ ຣາຍໄດ້ດີ ເຮັດວຽກ ນຳເອກກະຊົນ ແຕ່ເຣື້ອງ ຄວາມຫມັ້ນຄົງ ເຣື້ອງ ບໍ່ຫມັ້ນຄົງ ມັນກໍຂຶ້ນ ຢູ່ກັບຕົວ ຂອງເຈົ້າເອງ ຫັ້ນນະ ວ່າຊີ່ເຮັດ ຢູ່ນີ້ ໄດ້ດົນບໍ່, ຢາກປ່ຽນງານ ໃຫມ່ ທີ່ມັນໄດ້ ເງິນຫຼາຍ ກວ່ານີ້ບໍ່ ຫລືຈັ່ງໃດ, ແຕ່ວ່າ ສ່ວນຫຼາຍ ຄົນທີ່ ເຮັດວຽກນຳ ຣັຖ ແມ່ນ ຕ້ອງການ ຄວາມຫມັ້ນຄົງ ບໍ່ໄດ້ກ່ຽວ ເຣື້ອງເງິນ".
ປັດຈຸບັນ ຄ່າຈ້າງ ນັກສຶກສາ ທີ່ຮຽນຈົບ ຂັ້ນປຣິນຕຣີ ໃຫມ່ ໃນລາວ ປະມານ ເດືອນລະ 350 ໂດລາ ຖ້າທຽບໃສ່ ຄ່າຄອງຊີບ ແລ້ວຖືວ່າ ບໍ່ຫຼາຍ. ການສຳຣວດ ຂອງ ທະນາຄານ ໂລກ ພົບວ່າ ອັດຕຣາ ການວ່າງານ ໃນລາວ ໃນປີ 2016 ເພີ້ມຂຶ້ນ 1.6% ໃນຂນະທີ່ ນັກສຶກສາ ຈົບ ມະຫາວິທຍາລັຍ ໃນປີນີ້ ໃນ ທົ່ວປະເທດ ເກືອບຮອດ 8 ພັນຄົນ.