ທົບທວນ ຄ່າຊົດເຊີຽ ຜົລກະທົບ ຣົດໄຟ ລາວ-ຈີນ
2021.09.10

ໃນກອງປະຊຸມ ສມັຍສາມັນ ປະຈຳເດືອນສິງຫາ ທີ່ຜ່ານມາ, ຣັຖບານ ໄດ້ຫາລື ຄ່າຊົດເຊີຽ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ຣົດໄຟ ລາວ-ຈີນ ຊຶ່ງເປັນນຶ່ງ ໃນຫົວຂໍ້ສຳຄັນ ຢູ່ໃນວາຣະ ກອງປະຊຸມ.
ຣັຖບານ ໄດ້ມອບໝາຍໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ ປະສານງານ ກັບກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ການຕ່າງປະເທດ ແລະ ກະຊວງຍຸຕິທັມ ເພື່ອກວດກາຄືນ ວຽກງານ ການຈ່າຍ ຄ່າຊົດເຊີຍ ໃຫ້ແກ່ ຊາວບ້ານ ທີ່ຍັງບໍ່ທັນໄດ້ ຮັບຄ່າຊົດເຊີຽ ແລະ ລວມທັງ ການຊົດເຊີຽ ທີ່ດິນເຂດສະຖານີ ຣົດໄຟ ຂົນສົ່ງສິນຄ້າ ວຽງຈັນ.
ແຕ່ ເຈົ້າໜ້າທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ບໍ່ສະດວກ ທີ່ຈະໃຫ້ ສັມພາດ ຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບ ຄວາມຄືບໜ້າ.
ຫຼັງຈາກ ກອງປະຊຸມ ສມັຍ ສາມັນ ຂອງຣັຖບານ, ຣັຖບານ ຈະສນອງ ງົບປະມານ ໃຫ້ຜແນກການ ທີ່ກ່ຽວຂ້ອງ ຢູ່ຕ່າງແຂວງ ເພື່ອຈ່າຍໃຫ້ ແກ່ຊາວບ້ານ ທີ່ຍັງບໍ່ທັນ ໄດ້ຮັບ ຄ່າຊົດເຊີຽ.
ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ກັນຍາ ວ່າ:
“ກຳລັງໆ ຄາດວ່າ ເດືອນນີ້ແຫຼະ [ກັນຍາ] ຊິໄດ້ນ່າ ຣັຖບານ ເພິ່ນກະຍັງ ຄົ້ນຄ້ວາ ເຣື່ອງງົບປະມານ ຕ່າງໆ ການກໍ່ສ້າງ ກະປົກຕິ ກະຊິໄດ້ ນຳໃຊ້ ຫັ້ນແຫຼະ.”
ໃນຂນະທີ່ ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ກໍຍັງບໍ່ທັນ ຮູ້ວ່າ ຈະໄດ້ ຄ່າຊົດເຊີຽ ເມື່ອໃດ ແລະ ແນວໃດ. ຊາວບ້ານ ຢູ່ເມືອງງາ ແຂວງອຸດົມໄຊ ໄດ້ກ່າວວ່າ:
“ຢູ່ເມືອງງາ ນ່າ ເອີ ກະຖືກຫຼາຍ ກໍແມ່ນແລ້ວ ອ້າຍ ຍັງບໍ່ຮູ້ວ່າ ມັນດຽວນີ້ ຂະເຈົ້າ ຊົດເຊີຽ ແນວໃດ.
ຢູ່ ເມືອງງາ ມີຊາວບ້ານ ຫຼາຍຄອບຄົວ ທີ່ເສັຽດິນ ໃຫ້ທາງຣົດໄຟ ລະຫວ່າງ ບ້ານລາດຫານ, ເມືອງງາ ທີ່ເຊື່ອມຕໍ່ ກັບເມືອງຈອມເພັດ ແຂວງຫຼວງພຣະບາງ.”
ຄູບາອົງນຶ່ງ ຢູ່ເມືອງງາ ໄດ້ກ່າວວ່າ:
“ຍັງຫຼາຍໝູ່ບ້ານ ຍັງບໍ່ໄດ້ ເງິນຊົດເຊີຽເທື່ອ ຂະເຈົ້າ ເອົາຂໍ້ມູນ ໄປໝົດແລ້ວ ໝູ່ບ້ານໃຫຍ່ນີ້ ມີ 8 ໝູ່ບ້ານ ຕັ້ງແຕ່ ນ້ຳຂອງ ຮອດເໜືອພຸ້ນ.”
ຢູ່ນະຄອນຫຼວງ ວຽງຈັນ, ຣັຖບານ ມີກຳນົດ ຈະຈ່າຍເງິນ ຄ່າຊົດເຊີຽ ສ່ວນທີ່ເຫຼືອ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ໃນເດືອນຕຸລາ ທີ່ຈະມາເຖິງນີ້.
ຊາວບ້ານ ຢູ່ນະຄອນຫຼວງ ວຽງຈັນ ທີ່ເສັຽດິນ ໃຫ້ສຖານີ ຣົດໄຟ ຂົນສົ່ງສິນຄ້າ ວຽງຈັນ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າ:
“ເອີ ເຂົາວ່າ ອີກເດືອນນຶ່ງໄດ້ ວ່າຊັ້ນ ຊາເດ້ ເດືອນ 10 ນີ້ລະ ເອີຍັງ ຫຼາຍຄົນແຫຼະ ຍັງລໍຖ້າ ໂອ ຍັງຫຼາຍເຕີບ ຫຼາຍຄົນເດ້ 20-30 [ຄອບຄົວ].”
ທ່ານ ກ່າວອີກວ່າ ເຈົ້າໜ້າທີ່ວ່າ ຈະຈ່າຍຄ່າ ຊົດເຊີຍ ໃຫ້ສຳເຣັດ ໂດຍໄວ ຫຼາຍຄັ້ງແລ້ວ ແຕ່ ກໍຍັງ ບໍ່ທັນ ໄດ້ຮັບ ຄ່າຊົດເຊີຽ ປານນີ້.
ໃນມະຕິ ກອງປະຊຸມ ສມັຍ ສາມັນ ຂອງຣັຖບານ ໄດ້ມອບໃຫ້ ຫຼາຍພາກສ່ວນ ທີ່ກ່ຽວຂ້ອງ ກວດກາຄືນ ວຽກງານ ພາຍໃນ ໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ ທີ່ຍັງບໍ່ທັນ ສໍາເຣັດ ອີກຫຼາຍດ້ານ ເປັນຕົ້ນ ການປັກຫຼັກໝາຍ ໃນອຸມົງ ເສັ້ນທາງຣົດໄຟ ລາວ-ຈີນ, ການກຽມ ວິຊາ ເຂົ້າ-ອອກ ເມືອງ ຢູ່ສະຖານີ ຣົດໄຟ ລາວ-ຈີນ ປະຈຳ ດ່ານສາກົນ ບໍ່ເຕັນ ຊາຍແດນ ລາວ-ຈີນ ແຂວງຫຼວງນ້ຳທາ, ການເຈຣະຈາ ຂົນສົ່ງ ທາງຣົດໄຟ ລາວ-ຈີນ ພ້ອມທັງ ມາຕການ ໃນການໃຊ້ ບໍຣິການ, ແລະ ການກະຕຽມ ບຸກຄະລາກອນ ໃນບາງວຽກງານ.
ໂຄງການ ທາງຣົດໄຟ ລາວ-ຈີນ ແຕ່ນະຄອນຫຼວງ ວຽງຈັນ ໄປຫາ ແຂວງຫຼວງນ້ຳທາ ມີຄວາມຍາວ 422 ກິໂລແມັດ ມູນຄ່າ ປະມານ 6 ຕື້ ໂດລາ, ມີສະຖານີ ທັງໝົດ 32 ແຫ່ງ, ການກໍ່ສ້າງ ສຳເຣັດ ໄປແລ້ວ 93%, ມີແຜນທົດລອງແລ່ນ ແຕ່ນະຄອນຫຼວງ ວຽງຈັນ ຫາ ຊາຍແດນ ລາວ-ຈີນ ເຂດບໍ່ເຕັນ ແຂວງຫຼວງນ້ຳທາ ໃນເດືອນຕຸລາ ກ່ອນຈະ ເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 2 ທັນວາ 2021 ອີງແຜນການ ຂອງຣັຖບານ.