ທາງການລາວ ມີແຜນຈະຜັກດັນໃຫ້ຄົນວ່າງງານ ເຂົ້າສູ່ລະບົບ
ທາງການລາວ ມີແຜນຈະຜັກດັນໃຫ້ຄົນລາວ ທີ່ຢູ່ນອກກໍາລັງແຮງງານ ແລະຜູ້ຫວ່າງງານ ເຂົ້າລະບົບແຮງງານຫລາຍຂຶ້ນ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ ໃນປະເທດ ແລະສະພາບເສຖກິຈທີ່ຕົກຕໍ່າຢ່າງຕໍ່ເນື່ອງ.
-
ຈຳປາທອງ
2023-08-04 -
-
-
Your browser doesn’t support HTML5 audio
ອີງຕາມບົດຣາຍງານ ຜົລການສໍາຣວດກໍາລັງແຮງງານ ໃນປະເທດ ຄັ້ງທີ 3 ປີ 2022 ຢູ່ ສປປ ລາວ ທີ່ທາງການລາວ ສໍາຣວດຮ່ວມກັບອົງການຈັດຕັ້ງ ກາສົລ ແລະໄດ້ເຜີຍແພ່ເມື່ອເດືອນເມສາ 2023 ນີ້, ໃນປີ 2022 ປະເທດລາວມີພົລເມືອງປະມານ 7.4 ລ້ານຄົນ. ຜູ້ມີອາຍຸຢູ່ໃນເກນອອກແຮງງານ 15 ປີຂຶ້ນໄປ ມີປະມານ 5,382,000 ຄົນ. ໃນນັ້ນ ມີກໍາລັງແຮງງານ 2,536,000 ຄົນແລະ 2,475,000 ຄົນ ມີເຮັດວຽກ ແລະຜູ້ວ່າງງານ 61,200 ຄົນ ເທົ່າກັບ 2.4%. ແລະຄົນຢູ່ນອກກໍາລັງແຮງງານມີ 2,845,700 ຄົນ ກວມເອົາ 52.9% ຂອງຈໍານວນຜູ້ທີ່ຢູ່ໃນເກນອາຍຸ ອອກແຮງງານ ຊຶ່ງສ່ວນໃຫຍ່ຢູ່ເຂດຊົນນະບົດ ຄືມີ 2 ລ້ານຄົນ.
ສໍາລັບຜູ້ທີ່ຢູ່ນອກກໍາລັງແຮງງານ ແບ່ງອອກເປັນ 2 ກຸ່ມ ຄືກຸ່ມນຶ່ງ ແມ່ນເປັນຄົນທີ່ບໍ່ທັນໄດ້ເຮັດວຽກ ດ້ວຍເຫດຜົນທີ່ແຕກຕ່າງກັນ ເປັນຕົ້ນ ບໍ່ທັນມີຄວາມສາມາດທີ່ຈະເຮັດວຽກ ແລະບໍ່ຕ້ອງການທີ່ຈະເຮັດວຽກ. ໃນນັ້ນ ກໍມີຮວມທັງນັກຮຽນ, ນັກສຶກສາ, ຜູ້ອອກບໍານານ, ຄົນພິການ ຫລືນັກບວດ ຊຶ່ງເປັນບຸກຄົນທີ່ບໍ່ໄດ້ຮັບຜົລຕອບແທນທາງເສຖກິຈ. ແລະອີກກຸ່ມນຶ່ງ ແມ່ນມີຄວາມພ້ອມທີ່ຈະເປັນກໍາລັງແຮງງານ ແຕ່ບໍ່ເຮັດວຽກ ຍ້ອນມີບ່ອນເອື່ອຍອີງ ແລະສິ່ງອໍານວຍຄວາມສະດວກອື່ນໆຮອງຮັບ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີໃນມື້ວັນທີ 17 ກໍຣະກະດາ ວ່າ:
“ຜູ້ທີ່ບໍ່ໄດ້ມີຣາຍຮັບ ມີຄ່າຕອບແທນທີ່ຊ່ວຍ ທີ່ເປັນປໂຍດຕໍ່ການທາງດ້ານເສຖກິຈໄດ້ ກໍເລີຍເປັນຜູ້ທີ່ວ່າຢູ່ນອກກໍາລັງແຮງງານ ແລະໃນນອກກໍາລັງແຮງງານຫັ້ນ ມັນຈະມີຜູ້ທີ່ວ່າໂອກາດ...”
ທ່ານກ່າວຕື່ມເຖິງຜູ້ວ່າງງານປະມານ 61 ພັນຄົນນັ້ນວ່າ ຈະເປັນອີກກຸ່ມຄົນນຶ່ງທີ່ມີຄວາມພ້ອມສໍາລັບການເປັນກໍາລັງແຮງງານ ໃນຕລາດແຮງງານຢ່າງຄົບຖ້ວນ ຊຶ່ງບາງຄົນມີປະສົບການການເຮັດວຽກແລ້ວ ແຕ່ປັດຈຸບັນບໍ່ທັນໄດ້ເຮັດວຽກເທື່ອ ຫລືບາງຄົນກໍຢູ່ຣະຫວ່າງການຊອກວຽກເຮັດ. ຜູ້ວ່າງງານສ່ວນໃຫຍ່ ແມ່ນຢູ່ໃນເຂດຊົນນະບົດ ຄືມີ 33.1 ພັນຄົນ ຫລືປະມານ 54% ແລະເປັນຜູ້ທີ່ມີອາຍຸ 25 ປີຂຶ້ນໄປ ຫລາຍກວ່າ 37 ພັນຄົນ ຫລືປະມານ 60.6%. ປັດຈຸ ບັນ ຢູ່ລາວຂາດເຂີນແຮງງານຫລາຍ. ໃນທົ່ວປະເທດຕ້ອງການຄົນງານ ທີ່ມີທັກສະວິຊາສະເພາະປະມານ 30 ພັນຄົນ ສໍາລັບໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະການຂຸດຄົ້ນບໍ່ແຮ່ ກໍຣະນີບໍ່ມີຄົນງານລາວເຮັດ ກໍໄດ້ນໍາເອົາຄົນງານຕ່າງປະເທດ ທັງໄທຍ, ຈີນ, ວຽດນາມ ແລະຈາກປະເທດອື່ນໆ ເຂົ້າມາເຮັດແທນ ດັ່ງທີ່ທ່ານກ່າວວ່າ:
“ຈໍານວນໂຕເລກການຂາດແຄນແຮງງານນີ້ ແມ່ນເຮົາຈະອີງໃສ່ຄວາມຕ້ອງການຂອງຫົວໜ່ວຍແຮງງານ ທີ່ນໍາໃຊ້ແຮງງານໃນຕ່າງປະເທດເຂົ້າມາເນາະ ຄືໃນປັດຈຸບັນນີ້...”
ຜົລການສໍາຣວດກໍາລັງແຮງງານ ຂອງກະຊວງແຮງງານ ແລະສວັດດິການສັງຄົມ ລະບຸວ່າ ໃນປີ 2022 ມີພຽງ 34% ຂອງກໍາລັງແຮງງານທັງໝົດ ທີ່ມີວຽກເຮັດແບບມີເງິນເດືອນ ຫລືຄ່າແຮງງານ ແຕ່ສ່ວນຫລາຍຍັງໄດ້ເຮັດວຽກໃນຕໍາແໜ່ງທີ່ບໍ່ຈໍາເປັນຕ້ອງໃຊ້ສີມື ຊຶ່ງມີຜົລຕອບແທນຂ້ອງຂ້າງຕໍ່າ, ຍັງບໍ່ສາມາດເຂົ້າເຖິງຕໍາແໜ່ງງານທີ່ມີຄຸນພາບ. ສ່ວນການຜລິດສິນຄ້າ ແລະບໍຣິການສ່ວນນຶ່ງ ຍັງມີຄົນຕ່າງປະເທດເຂົ້າມາດໍາເນີນການ ແລະຍັງບໍ່ມີຄວາມຫລາກຫລາຍໃນການປະກອບອາຊີບ ແບບອິສຣະ.
ກ່ຽວກັບເຣື່ອງນີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍມີແຜນທີ່ຈະຜັກດັນໃຫ້ຄົນລາວສ່ວນນຶ່ງ ທີ່ຢູ່ນອກກໍາລັງແຮງງານໃຫ້ເຂົ້າສູ່ຕລາດແຮງງານຫລາຍຂຶ້ນ ເພື່ອແກ້ໄຂບັນຫາການຂາດເຂີນແຮງງານພາຍໃນປະເທດ ແລະສະພາບເສຖກິດທີ່ຕົກຕໍ່າຢ່າງຕໍ່ເນື່ອງ.
ຍານາງ ໃບຄໍາ ຂັດຕິຍະ ຣັຖມົນຕຣີກະຊວງແຮງງານ ແລະສວັດດິການສັງຄົມ ກ່າວຕໍ່ກອງປະຊຸມສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ 9 ເມື່ອວັນທີ 10 ກໍຣະກະດາທີ່ຜ່ານມານີ້ວ່າ:
“ການແກ້ໄຂບັນຫາການຂາດແຄນແຮງງານ ແລະການວ່າງງານຂອງພວກເຮົາພາຍໃນ ໃນແຕ່ລະໄລຍະ ຍັງບໍ່ທັນຕໍ່ສະພາບການ ຊຶ່ງມີຄວາມຈໍາເປັນຕ້ອງໄດ້ສ້າງນິຕິກັມໃຫ້ເປັນລະບົບ ຄົບຊຸດ ການສ້າງນະໂຍບາຍແລະກົນໄກ ໃນການຊຸກຍູ້ສົ່ງເສີມແລະການສ້າງແຮງຈູງໃຈ ໃຫ້ຜູ້ທີ່ຢູ່ນອກກໍາລັງແຮງງານ ໃຫ້ເຂົ້າສູ່ຕລາດ ແຮງງານພາຍໃນ ແມ່ນມີຄວາມຈໍາເປັນອັນຮີບດ່ວນ...”
ທ່ານ ສົມສັກ ແສງສັກດາ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈໍາປາສັກ ກ່າວຕໍ່ກອງປະຊຸມສະພາແຫ່ງຊາດໃນມື້ດຽວກັນນັ້ນ ເຖິງຈໍານວນຄົນງານລາວທີ່ເດິນທາງໄປເຮັດວຽກຢູ່ປະເທດໄທຍ ທັງແບບຖືກກົດໝາຍ ແລະບໍ່ຖືກກົດໝາຍວ່າ ໃນໄລຍະຫລັງການແພ່ຣະບາດຂອງເຊື້ອພະຍາດໂຄວິດ-19 ແມ່ນມີຫລວງຫລາຍ ຍ້ອນໄດ້ຄ່າແຮງສູງ, ຢູ່ລາວບໍ່ມີວຽກເຮັດ ແລະຄ່າຈ້າງແຮງງານກໍຕໍ່າຫລາຍ ບໍ່ສອດຄ່ອງກັບຄ່າຄອງຊີບທີ່ຖີບໂຕສູງຂື້ນ ເຮັດໃຫ້ຢູ່ລາວມີບັນຫາຂາດເຂີນແຮງງານ.
“ແຮງງານຂອງສປປລາວເຮົາ ຫລັ່ງໄຫລໄປອອກແຮງງານຢູ່ຕ່າງປະເທດ ເປັນຈໍານວນຫລວງຫລາຍ ດ້ວຍເຫດຜົລ ທີ່ແຕກຕ່າງກັນ ບໍ່ວ່າຈະເປັນຄ່າຈ້າງແຮງງານພາຍໃນ ຂອງພວກເຮົາ ທີ່ບໍ່ພຽງພໍຕໍ່ກັບຄ່າຄອງຊີບ ໃນການລ້ຽງດູຄອບຄົວ ຫລືວ່າຍ້ອນເງິນກີບອ່ອນຄ່າ ລະດັບລາຄາສິນຄ້າເພີ່ມຂຶ້ນສູງ ບໍ່ວ່າຈະເປັນຄ່ານິຍົມຂອງແຮງງານລາວເຮົາເອງ ຫລືຍ້ອນວຽກເຮັດງານທໍາຂອງສປປລາວເຮົາມີໜ້ອຍ...”
ທີ່ຜ່ານມາ ມີຄົນລາວ ທີ່ມີອາຍຸຢູ່ໃນວັຍອອກແຮງງານປະມານ 1,712,000 ຄົນກວມເອົາ 60.2% ຂອງຈໍານວນຜູ້ຢູ່ນອກລະບົບແຮງງານທັງໝົດ, ຈໍານວນບໍ່ໜ້ອຍທຸກຍາກ ຂາດເຂີນ ບໍ່ໄດ້ຮັບການສຶກສາພໍເທົ່າໃດ ປະລະການຮຽນ ອອກໄປເຮັດວຽກຊ່ອຍພໍ່ແມ່ ຫາລາຍໄດ້ຊ່ອຍຄອບຄົວ ດັ່ງນັກວິຊາການດ້ານແຮງງານທ່ານນຶ່ງ ກ່າວວ່າ:
“ປະຊາຊົນຫັ້ນຍັງທຸກຍາກຂາດເຂີນເນາະ ຈໍາເປັນຕ້ອງໄດ້ໄປຊອກວຽກເຮັດງານທໍາ ເພື່ອມາໃຊ້ຈ່າຍໃນຄອບຄົວຫັ້ນແຫລະ ຄອບຄົວນຶ່ງມັນກໍຕ້ອງການແຮງງານເນາະ. ບາດນີ້ເນາະ ຈັ່ງຊັ້ນແລ້ວມັນກໍເປັນອຸປສັກທີ່ວ່າເຮັດໃຫ້ເດັກນ້ອຍທີ່ວ່າ ໃນວັຍ 8 ປີຂຶ້ນໄປເນາະ ອອກແຮງງານຊ່ອຍພໍ່ຊ່ອຍແມ່ ກໍເຮັດໃຫ້ຂະເຈົ້າບໍ່ໄດ້ເຂົ້າຮັບການສຶກສາ...”
ທ່ານກ່າວຕື່ມວ່າ ໃນຂແນງການຕ່າງໆພາຍໃນລາວປັດຈຸບັນ ຍັງຕ້ອງການຄົນງານທີ່ມີທັກສະສີມືແຮງງານອີກຫລາຍ ຮວມທັງຊ່າງກໍ່, ຊ່າງເຊື່ອມຈອດ ແລະວຽກກະສິກໍາ ແຕ່ພັດບໍ່ມີຄົນງານ ທີ່ມີຄວາມສາມາດ ຫລືປະສົບການພຽງພໍ ກັບວຽກນັ້ນ. ສ່ວນຄົນງານລາວທີ່ພໍມີຄວາມສາມາດ ກໍສົນໃຈໄປເຮັດວຽກຢູ່ປະເທດໄທຍຫລາຍຂຶ້ນ ຍ້ອນໄດ້ເງິນຄ່າແຮງງານສູງກວ່າເຮັດວຽກຢູ່ລາວຫລາຍ, ເງິນກີບກໍອ່ອນຄ່າລົງເລື້ອຍໆ ເຮັດໃຫ້ກໍາລັງແຮງງານພາຍໃນປະເທດ ຫລຸດລົງຢ່າງຕໍ່ເນື່ອງ ຈົນຫລາຍຂແນງການ ປະສົບກັບບັນຫາການຂາດເຂີນແຮງງານ.
ສໍາລັບຄົນງານລາວ ທີ່ຢູ່ນອກກໍາລັງແຮງງານທັງໝົດ 2.8 ລ້ານປາຍຄົນນັ້ນ ເປັນເພດຊາຍ 1,244,400 ຄົນ ແລະເພດຍິງ 1,601,300 ຄົນ, ຢູ່ໃນຕົວເມືອງ 836,700 ຄົນ ແລະຢູ່ຊົນນະບົດ 2,009,000 ຄົນ. ໃນນັ້ນ ມີ 1,384,300 ຄົນ ຫາຢູ່ຫາກິນດ້ວຍການປູກຝັງ, ລ້ຽງສັດ, ຜລິດເຄື່ອງຫັດຖະກໍາ, ໄປຫາເຮັດວຽກຢູ່ໂຮງຈັກໂຮງງານແຂວງອື່ນ ດັ່ງຊາວບ້ານຢູ່ບ້ານໂພນພະ ເມືອງອະນຸວົງ ແຂວງໄຊສົມບູນນາງນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:
“ກໍມີປົນເປກັນໄປຫັ້ນແຫລະ ປູກຝັງລ້ຽງສັດ ເຮັດວຽກໂຮງງານ ຫຍິບເບາະອີ່ຫຍັງຈັ່ງຊີ້ແຫລະ ໂຮງຈັກໂຮງງານ ໂດຍ ມີຫລາຍ ແມ່ນໆ ສ່ວນຫລາຍເຂດນອກທີ່ຂະເຈົ້າຫາວຽກ ຂະເຈົ້າຈະເຂົ້າມາຫາຢູ່ໃນວຽງຈັນພີ້ ວຽງຈັນບໍ່ ບໍ່ຊັ້ນກໍເຂດເສຖກິຈ ສວັນນະເຂດ ຫລວງພຣະບາງ ຈໍາປາສັກ ກໍປະມານນັ້ນຫັ້ນແຫລະ.”
ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ຄົນງານລາວນາງນຶ່ງ ທີ່ກໍາລັງຊອກວຽກເຮັດ ເວົ້າເຖິງຜູ້ຢູ່ນອກກໍາລັງແຮງງານໃນເຂດຫ່າງໄກສອກຫລີກວ່າ ພວກເຂົາເຈົ້າກໍສມັກເຂົ້າເຮັດວຽກນໍາບໍຣິສັດຕ່າງໆ ເພື່ອຫາຣາຍໄດ້ ເສິມ ນອກຈາກການເຮັດກະສະກໍາແລ້ວ.
“ຢູ່ໃນແຂວງໄຊສົມບູນ ເຈົ້າ ມັນຈະມີບໍຣິສັດໃຫຍ່ ເປັນບໍຣິສັດ ... ມັນຈະເປັນບໍຣິສັດໃຫຍ່ ເປັນບໍຣິສັດທີ່ເຮັດກ່ຽວກັບ ບໍ່ຄໍາ ເປັນບໍຣິສັດ... ມາຍນິງ ຄົນໄຊສົມບູນຈະເຮັດວຽກຢູ່ກັບບໍຣິສັດ.”
ໃນໄລຍະ 2-3 ປີທີ່ຜ່ານມານີ້ ກົມຈັດຫາງານ ກະຊວງແຮງງານແລະສວັດດິການສັງຄົມ ໄດ້ເຮັດບົດປະເມີນຜົລເພື່ອສ້າງກົດໝາຍວ່າດ້ວຍການຈັດຫາງານ ໂດຍມີເປົ້າໝາຍຮັບປະກັນໃຫ້ຜູ້ຊອກຫາວຽກເຮັດ ສໍາລັບທຸກວັຍ ແລະທຸກກຸ່ມຄົນ ໂດຍສະເພາະຜູ້ທີ່ຢູ່ໃນເຂດຫ່າງໄກສອກຫລີກ, ຄົນພິການ, ວັຍໜຸ່ມ, ຜູ້ສູງອາຍຸ ແລະຜູ້ທີ່ມີສີມືແຮງງານຕໍ່າ ມີໂອກາດເຂົ້າເຖິງວຽກງານຢ່າງເທົ່າທຽມ ແລະຫລຸດຜ່ອນບັນຫາການຂາດເຂີນແຮງງານພາຍໃນປະເທດ ແລະຈະຊ່ອຍໃຫ້ສາມາດຮິບໂຮມຈໍານວນຜູ້ວ່າງງານ, ຜູ້ຢູ່ນອກລະບົບແຮງງານ ຮວມໄປເຖິງຈໍານວນແຮງງານ ທີ່ພາກສ່ວນທຸຣະກິຈ ຕ້ອງການ ວ່າມີຈໍານວນເທົ່າໃດ.
ອີງຕາມຣາຍງານຂອງອົງການຈັດຕັ້ງກາສົລ ເພື່ອການໂຍກຍ້າຍຖິ່ນຖານ ຫລື IOM ປີ 2020, ໃນຮອບ 20 ປີທີ່ຜ່ານມາ ຈໍານວນຄົນງານລາວ ທີ່ຢູ່ນອກປະເທດ ເພີ່ມຂຶ້ນທົບເທົ່າ ຈາກ 650.000 ຄົນເປັນ 1.3 ລ້ານຄົນ. ໃນນັ້ນ ໄປປະເທດໄທຍ ສະເພາະໄປແບບຖືກກົດໝາຍ ມີ 280,000 ຄົນ ທີ່ສ້າງຣາຍໄດ້ກັບເຂົ້າປະເທດ ສເລັ່ຍ 316 ລ້ານໂດລາສະຫະຣັຖ ຫລືປະມານ 2% ຂອງລວມຍອດມູນຄ່າຜລິດຕະພັນພາຍໃນ ຫລື GDP.
ການສໍາຣວດກໍາລັງແຮງງານຢູ່ລາວ ຄັ້ງທີ 3 ນີ້ມີຂຶ້ນແຕ່ເດືອນເມສາ ຫາເດືອນພຶສພາ 2022 ເພື່ອໃຫ້ເຫັນໄດ້ສະພາບການມີວຽກເຮັດງານທໍາຂອງພົລເມືອງຕາມລະດູການ; ຄັ້ງທີ 2 ແມ່ນໃນຣະຫວ່າງເດືອນກໍຣະກະດາ ຫາເດືອນສິງຫາ ປີ 2017 ແລະຄັ້ງທີ 1 ແມ່ນໃນເດືອນມົກກະຣາ 2010. ສະບາຍດີ