ບັນຫາ ຄົນງານ ໃນເຂດເສຖກິຈ ສະເພາະບໍ່ເຕັນ
ຄົນງານພາຍໃນປະເທດ ແລະຕ່າງປະເທດ ທີ່ເຮັດວຽກຢູ່ໃນເຂດ ເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ຍັງບໍ່ມີການຂຶ້ນ ທະບຽນແຮງງານ ເພື່ອເກັບກຳຂໍ້ມູນ, ແຕ່ທາງກະຊວງແຮງງານ ແລະສວັດດີການສັງຄົມ ກຳລັງຈະແກ້ໄຂບັນຫານີ້ ເພື່ອໃຫ້ຖືກຕ້ອງຕາມກົດໝາຍ, ເພື່ອຜົລປໂຍດຂອງຄົນງານ ແລະ ເພື່ອປ້ອງກັນ ອາຊຍາກັມ ທີ່ອາດເກີດຂຶ້ນໄດ້ທຸກເມື່ອ.
-
ສຸພັດຕາ
2022-07-15 -
-
-
Your browser doesn’t support HTML5 audio
ກະຊວງແຮງງານ ແລະ ສວັດດີການສັງຄົມຂອງລາວ ກໍາລັງແກ້ໄຂບັນຫາ ຄົນງານທັງພາຍໃນ ແລະຕ່າງປະເທດ ທີ່ເຮັດວຽກຢູ່ພາຍໃນ ເຂດເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ໂດຍຈະຂຶ້ນທະບຽນແຮງງານ ແລະ ອອກບັດອະນຸຍາດເຮັດວຽກ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຂອງລາວ ເພື່ອປົກປ້ອງສິດຜົລປໂຍດ ແລະປ້ອງກັນເຫດອາຊຍາກັມ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ.
ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:
“ເພາະວ່າ ເຮົາຈະລົງໄປເກັບກໍາສະຖິຕິວ່າ ຢູ່ບັນດາຫົວໜ່ວຍ ມີແຮງງານໃດ ເຮັດວຽກຈັກຄົນເນາະ ລະກໍຕ້ອງໄດ້ມາຂຶ້ນທະບຽນ ເຮັດໃບຜ່ານເມືອງ ແລະກໍໄປອອກ ອັນນ່າບັດອະນຸຍາດເຮັດວຽກ ສະເພາະແຮງງານລາວ ມັນຈະຂຶ້ນກັບພວກ ປສກ ເນາະ ຈະຂຶ້ນທະບຽນ ເປັນເດືອນ ຫຼືວ່າ 3 ເດືອນຊິນ່າ.”
ເມື່ອວັນທີ່ 13 ກໍຣະກະດາ ທີ່ຜ່ານມາ ກະຊວງແຮງງານ ແລະ ສວັດດີການສັງຄົມຂອງລາວ ໄດ້ເຊັນຂໍ້ຕົກລົງ ກັບຄະນະບໍຣິຫານງານ ເຂດເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ເພື່ອແກ້ໄຂບັນຫາຄົນງານ ທັງພາຍໃນແລະຕ່າງປະເທດ ທີີ່ເຮັດວຽກຢູ່ພາຍໃນເສຖກິຈດັ່ງກ່າວ ທີ່ເຂົ້າມາເຮັດວຽກບໍ່ຖືກຕ້ອງ ໃຫ້ຖືກຕ້ອງ ຕາມລະບຽບກົດໝາຍ ຂອງລາວ.
ໂດຍການເຊັນຂໍ້ຕົກລົງດັ່ງກ່າວນີ້ ແມ່ນເຊັນໂດຍ ທ່ານ ພົງໄຊສັກ ອິນທາລາດ ຮອງຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ແລະ ດຣ. ລານ ເຈຍເຫວີ່ຍ (Lan Jia Wei) ປະທານຄະນະບໍຣິຫານງານ ເຂດເສຖກິຈສະເພາະບໍ່ເຕັນ ແຂວງຫຼວງນໍ້າທາ ເຊິ່ງຈຸດປະສົງສໍາຄັນ ໃນການເຊັນຂໍ້ຕົກລົງໃນຄັ້ງນີ້ ແມ່ນເພື່ອໃຫ້ເຂດເສຖກິຈ ສະເພາະບໍ່ເຕັນ ປະຕິບັດຕາມ ກົດໝາຍແຮງງານຂອງລາວ, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌.
ຈົນເຖິງປັດຈຸບັນ ໃນເຂດເສຖກິຈສະເພາະບໍ່ເຕັນ ມີບັນຫາຫຼາຍ ຍ້ອນຄົນຈີນ ລັກລອບເຂົ້າມາເຮັດວຽກ ໃນເຂດດັ່ງກ່າວຫຼາຍ.
ດັ່ງຄົນລາວຜູ້ນຶ່ງ ໃນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:
“ຄືຈີນເຂົ້າມາ ມັນກະມີທັງຜົລດີແດ່ ມີຜົລເສັຍແດ່ຕາມມາຫັ້ນນ່າ ຄວາມຈະເລີນໄປໃສ ກະຄວາມວຸ້ນວາຍມາບ່ອນຫັ້ນແຫຼະ ເຂົາຄົນງານຫຼາຍເນາະ ມັນແບບອັນນ່າ ຄົນລັກລອບເຂົ້າຫຼາຍເນາະ ບໍ່ຮູ້ວ່າ ຣັຖບານຂະເຈົ້າມີມາຕການຫຍັງຄຸ້ມຄອງ ເຂົາແນວໃດ.”
ຂະນະທີ່ ຊາວລາວອີກທ່ານນຶ່ງ ກ່າວວ່າ ໄລຍະຜ່ານມາ ກໍເຄີຍເກີດເຫດການ ກຸ່ມຄົນຈີນຕີກັນ, ຍິງກັນ ຫຼື ປະທ້ວງນາຍຈ້າງ ແຕ່ເຫດການເຫຼົ່ານັ້ນ ກໍບໍ່ເຄີຍຖືກເປີດເຜີຍ ໃຫ້ສັງຄົມຮັບຮູ້ ວ່າກຸ່ມຄົນຈີນເຫຼົ່ານັ້ນ ເຂົ້າມາດໍາເນີນ ທຸຣະກິຈຫຍັງ ຫຼື ເຮັດວຽກນໍາບໍຣິສັດໃດ ເຊິ່ງເຮັດໃຫ້ປະເທດລາວ ຂາດຄວາມໜ້າເຊື່ອຖືໃນການລົງທຶນ ແລະສ້າງຄວາມແຕກຕື່ນຕົກໃຈ ໃຫ້ກັບຄົນລາວນໍາດ້ວຍ.
ເພື່ອຫຼຸດຜ່ອນບັນຫານີ້ ບໍ່ວ່າຈະເປັນຄົນປະເທດໃດກໍຕາມ ທີ່ເຂົ້າມາດໍາເນີນທຸຣະກິຈ ຫຼືເຮັດວຽກເປັນກັມມະກອນໃນລາວ ທັງແບບໄລຍະສັ້ນ, ໄລຍະຍາວ ກໍຄວນຈະຂຶ້ນທະບຽນແຮງງານ ແລະອອກບັດອະນຸຍາດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພາະທາງການລາວ ມີໜ້າທີ່ປົກປ້ອງ ແລະສ້າງຄວາມປອດພັຍຕໍ່ຊີວິຕ ແລະຊັບສິນຂອງຄົນໃນປະເທດໃຫ້ທີ່ສຸດ.
ດັ່ງຄົນລາວ ຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:
“ຢູ່ບ້ານເຮົາ ມັນຕ້ອງຢູ່ພາຍໃຕ້ກົດໝາຍ ຂອງລາວເຮົາ ອັນນີ້ເວົ້າມາແລ້ວ ບ້ານເຮົາມັນກະບໍ່ມີຄວາມສະຫງົບ ປອດພັຍແຫຼະເຮັດແບບນີ້ນ່າ ຢາກເຮັດຫຍັງກະເຮັດນີ່ ເວົ້າແທ້ແລ້ວມັນກະຜິດໃດ໋ ເຈົ້າໜ້າທີ່ເຮົາກະອ່ອນຢູ່ ເຣື່ອງການປະຕິບັດໜ້າທີ່.”
ການຂຶ້ນທະບຽນແຮງງານ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຍັງຈະຊ່ອຍໃຫ້ຄົນງານເຫຼົ່ານັ້ນ ໄດ້ຮັບການຄຸ້ມຄອງ ຈາກທາງການລາວນໍາດ້ວຍ ຫາກຄົນງານເຫຼົ່ານັ້ນ ໄດ້ຮັບຄວາມເຈັບເປັນ ຫຼືເກີດອຸບັດຕິເຫດ ຈໍາເປັນຕ້ອງເຂົ້າປິ່ນປົວ ໃນໂຮງໝໍ ກໍຈະໄດ້ຮັບການຄຸ້ມຄອງ ຕາມກົດໝາຍຂອງລາວ ທັງໝົດນີ້ ກໍເພື່ອປົກປົກສິດຜົລປໂຍດ ຂອງຄົນງານລາວ ແລະຕ່າງປະເທດ ເຊິ່ງຫາກຄົນງານຕ່າງປະເທດ ທີ່ຂຶ້ນທະບຽນຖືກຕ້ອງແລ້ວ ແລະເຂົ້າເປັນສະມາຊິກ ຂອງປະກັນສັງຄົມແຫ່ງຊາດລາວ ກໍຈະໄດ້ຮັບສິດພິເສດຕ່າງໆ ຕາມກົດໝາຍຂອງລາວ ເຊັ່ນ: ເງິນອຸດໜູນບໍານານ, ອຸດໜູນປ່ວຍການ, ອຸດໜູນປິ່ນປົວສຸຂພາບ, ເງິນທົດແທນການຂາດລາຍໄດ້ ແລະອື່ນໆ.
ດັ່ງເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກໍຣະກະດາ ນີ້ວ່າ:
“ເບິ່ງສະເພາະຄົນລາວ ກະຊິບໍ່ມີບັນຫາ ຫັ້ນແຫຼະເນາະ ຄົນລາວກະເຂົ້າສັງຄົມຕາມລະບຽບ ສໍາລັບຄົນຕ່າງປະເທດ ກະມີແຕ່ເວົ້າເຣື່ອງ ສັນຍາແຮງງານກ່ອນເນາະ ພາຍຫຼັງທີ່ ມີການຈ່າຍເງິນສົມທົບ ກະໄດ້ຮັບອຸດໜູນ ຫຼາຍປະເພດການອຸດໜູນຫັ້ນ.”
ຢ່າງໃດກໍຕາມ ການຂຶ້ນທະບຽນຄົນງານ ຕ່າງປະເທດໃນລາວນີ້ ຍັງມີຄວາມຫຍຸ້ງຍາກ ແລະທ້າທາຍຫຼາຍສົມຄວນ ຍ້ອນການກວດກາ ຄົນງານຕ່າງປະເທດໃນລາວ ບໍ່ໄດ້ຮັບການເອົາໃຈໃສ່ ແລະບໍ່ໄດ້ຮັບຄວາມຮ່ວມມື ເທົ່າທີ່ຄວນ ທັງຈາກໜ່ວຍງານພັກ-ຣັຖ ຢູ່ລະດັບທ້ອງຖິ່ນ ກັບຫົວໜ່ວຍທຸຣະກິຈ ແລະ ລະຫວ່າງເຈົ້າໜ້າທີ່ຣັຖ ກັບຣັັຖນໍາກັນເອງ ທີ່ບໍ່ພົວພັນ ປະສານງານກັນຢ່າງມີ ປະສິທທິພາບ ຈົນເຮັດໃຫ້ວຽກງານ ການຂຶ້ນທະບຽນ ຄົນງານເກີດຄວາມຊັກຊ້າ.