ການປະມູນຣົດຫລູ ຖືກໂຈະ
2017.02.22
ຄນະກັມມະການ ຮັບຜິດຊອບ ປະມູນຂາຍຣົດຫລູ ຂອງຜູ້ນຳ ໄດ້ຕັດສິນໃຈ ເລື່ອນມື້ ເປີດຊອງປະມູລ ອອກໄປ ຈົນຮອດ ວັນທີ 28 ກຸມພາ 2017 ຍ້ອນເຫັນວ່າ ຍັງບໍ່ມີຄົນ ສົນໃຈຫຼາຍ ເທົ່າທີ່ຄວນ ໃນຂນະທີ່ ຜູ້ຄ້າຂາຍຣົດ ໃຫ້ເຫດຜົນວ່າ ລາຄາ ປະມູນສູງ, ດັ່ງທ່ານ ສົມສີ, ເຈົ້າໜ້າທີ່ ຮັບຜິດຊອບ ການປະມູນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 21 ກຸມພາ ວ່າ:
"ດຽວນີ້ພວກເຮົາເລື່ອນ, ເລື່ອນມື້ນີ້ ເປັນວັນທີ 28 ຍ້ອນເຫຕຜົລ ຄວາມພ້ອມຫັ້ນນ່າ. ສັງຄົມ ກະບໍ່ທັນ ກວ້າງຂວາງເທື່ອ ໃນການຂາຍ ໂຕນີ້ຫັ້ນນ່າ, ສັງຄົມຍັງບໍ່ທັນ ເປີດກວ້າງຂວາງ ເທື່ອ. ຄວາມພ້ອມ ໃນການຈັດ ເອກກະສົມເອກກະສານ ພວກເຮົາ ກະຍັງບໍ່ທັນໄດ້ພ້ອມ ບໍ່ສາມາດ ເປີດຊອງປະມູລ ມື້ນີ້ ຈັ່ງຍ້າຍ ຈາກມື້ນີ້ ໄປເປັນວັນທີ 28 ເດືອນນີ້, ນີ້ແຫຼະ".
ທ່ານ ສົມສີ ກ່າວຕື່ມວ່າ ນອກຈາກ ໄດ້ຕັດສິນໃຈ ເລື່ອນມື້ເປີດຊອງປະມູລແລ້ວ, ພາກສ່ວນ ກ່ຽວຂ້ອງ ກໍ່ອາດຈັດ ຮູບແບບ ການປະມູລ ຂາຍຣົດຫລູ ຂອງຜູ້ນຳລາວ ຊຸດທຳອິດ ດ້ວຍວິທີຂາຍ ຣາຄາແຂ່ງກັນ ກັບທີ່ເລີຍ, ຊຶ່ງປ່ຽນແທນ ການໃຫ້ຣາຄາ ຜ່ານຊອງປະມູລ ທີ່ໄດ້ ກຳນົດໄວ້ ກ່ອນໜ້ານີ້. ມີເຈົ້າຂອງ ຮ້ານຂາຍຣົດ ຢູ່ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ໂຕນີ້ຄັນໄປປະມູລມານີ້ ຄັນເອົາມາຂາຍ ຂາຍໜ້າຈະບໍ່ໄດ້ ນອກເສັຽຈາກວ່າປະມູລຂີ່ ປະມູລນຳໃຊ້ເອງ ເພາະວ່າຣາຄາ ມັນຂ້ອນຂ້າງ ສູງ. ຄັນທຽບເນາະ ຄັນຄົນມີເງິນ ຂໍ່າຫັ້ນແລ້ວ, ຂະເຈົ້າກະ ອາຈຊື້ມືນຶ່ງເນາະ ຄັນຄົນມີເງິນແລ້ວ ຫັ້ນນ່າ ສ່ວນຫຼາຍ ຂະເຈົ້າກະບໍ່ຢາກ ຂີ່ມືສອງເນາະ. ເພາະວ່າເບັ້ນຊ ກັບ ບີເອັມ ມັນກະເປັນຣົດ ທີ່ຕ້ອງແມ່ນ ຄົນມີເງິນ ຄັນຄົນ ມີເງິນຊື້ນີ້, ຂະເຈົ້າກະ ຊື້ຣົດໃໝ່ ດີກວ່າ ຄັນຣາຄາຊໍ່າຫັ້ນ, ຫັ້ນນ່າ".
ລາຄາປະມູນເລີ້ມຕົ້ນແມ່ນ 50-70 ພັນໂດລາ ອີງຕາມຂໍ້ມູນ ຈາກ ເຈົ້າໜ້າທີ່ ຮັບຜິດຊອບ ເລື້ອງການປະມູນ. ການປະມູລຂາຍ ຣົດຫລູ ຂອງຜູ້ນຳລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ຄັ້ງທຳອິດ ມີຈຳນວນ 14 ຄັນ.