ແຜນການ ເກັບພາສີ ມູນຄ່າເພີ້ມ
2017.08.18
ຣັຖບານລາວ ໄດ້ປະຊຸມກັບ ກະຊວງການເງິນ ເພື່ອຫາລືກັນ ກ່ຽວກັບ ການເກັບພາສີ ມູນຄ່າເພີ້ມ (VAT), ທຸຣະກິດ ຂນາດກາງ ແລະ ຂນາດນ້ອຍ (SME) ເພີ້ມຂຶ້ນເປັນ 10% ຍ້ອນຣັຖບານ ເກັບພາສີອາກອນ ບໍ່ໄດ້ຕາມຄາດໝາຍ ເຮັດໃຫ້ ຂາດງົບປະມານ ຢ່າງໜັກ ໃນແຕ່ລະປີ, ດັ່ງເຈົ້າຫນ້າທີ່ ພາສີອາກອນ ທ່ານນື່ງກ່າວວ່າ:
"ລາຍຮັບ ປະຈຳວັນ ເຈົ້າທໍ່ໃດ ຕັດລາຍຈ່າຍ ອອກເທົ່າໃດ ແລ້ວເຮົາ ຈະໄລ່ລຽງເອົາ ລາຍຮັບ ບໍ່ຕົກຢູ່ໃນເກນເທົ່ານີ້ ຕ້ອງເສັຽເທົ່ານີ້ ຄື ສົມມຸດເນາະ ຄັນເປັນເຄື່ອງ ບໍຣິສັດ ເຈົ້າຕ້ອງຫັກ ໃຫ້ພວກຂ້ອຍຢູ່ແລ້ວ 10% ເພາະ ອາກອນຊົມໃຊ້ເນາະ ອາກອນມູນຄ່າເພີ້ມ ເຂົາເອີ້ນ ລະແມ່ນ 10 ແຫຼະເຮົາ ຈະຫັກ ສົມມຸດວ່າ ລ້ານນື່ງລະແມ່ນ ຈະມີຢູ່ ແສນນື່ງ ຈະຕົກເສັຽອາກອນ."
ທ່ານກ່າວຕື່ມວ່າ ການເກັບພາສີ ມູນຄ່າເພີ້ມ 10% ໝາຍຄວາມວ່າ ຜູ້ຊື້ກໍຕ້ອງໄດ້ເສັຽພາສີເພີ້ມ 10% ຄືກັນກັບຜູ້ຂາຍ ດັ່ງໂຕຢ່າງ ທ່ານຊື້ສິນຄ້າ ໃນມູນຄ່າປະມານ 1 ແສນກີບ ຕ້ອງຈ່າຍ ເພີ້ມອີກ 10% ຂອງຣາຄາສິນຄ້າ ປະມານ 10 ພັນກີບ ແຕ່ຫ້າງຮ້ານ ຫຼື ຜູ້ຂາຍ ກໍຕ້ອງ ໄດ້ຈ່າຍ 10% ຂອງຣາຄາສິນຄ້າ.
ເຈົ້າຂອງ ຮ້ານຄ້າຍ່ອຍ ທ່ານນຶ່ງ ຢູ່ ນະຄອນຫລວງວຽງຈັນ ບອກວ່າ ບໍ່ເຫັນພ້ອມກັບແຜນການ ດັ່ງກ່າວ ຂອງ ຣັຖບານ ທີ່ຈະເກັບ ພາສີເພີ້ມ ຍ້ອນວ່າ ທຸກເດືອນ ຮ້ານຄ້າຕ່າງໆ ໃນລາວ ກໍເສັຽພາສີ ຫຼາຍແລ້ວ. ການຄ້າຂາຍ ກໍບໍ່ຄ່ອຍດີ ໃນເວລານີ້ ລູກຄ້າ ກໍບໍ່ເຂົ້າມາ ຊື້ສິນຄ້າຫຼາຍ ມີແຕ່ ຫຼຸດລົງເລື້ອຍໆ:
"ຂອງເອື້ອຍນີ້ຂຶ້ນແລ້ວ ຂື້ນວ່າງຕົ້ນເດືອນ ບາດນີ້ ເດືອນ 7 ຂະເຈົ້າ ກໍມາອີກ ລະເອື້ອຍວ່າ ກະຫາຂຶ້ນວ່າງຕົ້ນປີ ແລ້ວສີ່ໃຫ້ຈ່າຍຂຶ້ນອີກ 4 ເປັນໄປໄດ້ບໍ ມາຂຶ້ນຫລັງ 6 ເດືອນຂຶ້ນເທື່ອນຶ່ງ ເພາະວ່າ ຄັນເກັບນີ້ເຮົາກໍຕ້ອງ ເກັບນຳລູກຄ້ານຳອີກ ແລ້ວບາດນີ້ ລູກຄ້າເຂົາຊີິຍອມ ໃຫ້ເຮົາບໍ ເພາະວ່າຫຍັງ ເຄື່ອງກໍຂຶ້ນ ເງິນບາດ ກໍຂຶ້ນດຽວນີ້ ບໍ່ວ່າແມ່ຄ້າ ບໍ່ວ່າບໍຣີສັດຫຍັງມາ ເຄື່ອງຂຶ້ນຫຼາຍເລີຍ."
ເຖິງຢ່າງໃດກໍຕາມ, ໃນປີນີ້ ຣັຖບານລາວ ໄດ້ຕັ້ງເປົ້າໄວ້ວ່າ ໃຫ້ສາມາດເກັບລາຍຮັບ ໃຫ້ໄດ້ 24 ພັນຕື້ກີບ ໃນທົ່ວປະເທດ ຊຶ່ງວ່າງ 6 ເດືອນຜ່ານມາ ທາງການ ໄດ້ພາດເປົ້າໝາຍ ໃນການເກັບລາຍຮັບ ປະມານ 7%.