ລາວຂາຍໄມ້ແຕ່ເກືອບບໍ່ມີ ລາຍໄດ້ ເຂົ້າຄັງຫລວງ


2013.09.25
F-logging ໄມ້ໃນປ່າຕັດລົງ ບໍ່ຢຸດບໍ່ເຊົາ ທໍາລາຍທັມມະຊາຕ ທໍາລາຍໂຕເອງ
Citizen Journalist

 

ການລັກລອບຕັດໄມ້ ແລະຂາຍໄມ້ ຜິດກົດໝາຍໃນທົ່ວປະເທດ ປັດຈຸບັນ ຍັງຫນ້າເປັນຫ່ວງຢູ່. ເວົ້າຕາມຂໍ້ມູນ ຈາກຣັຖບານ ແລະອົງການ ປົກປັກຮັກສາສິ່ງແວດລ້ອມ. ໃນແຕ່ລະປີ ລາວ ສູນເສັຽລາຍໄດ້ຈາກການເກັບພາສີໄມ້ ເປັນຈໍານວນຫລາຍລ້ານໂດລາ ສະຫະຣັຖ.

ທ່ານ ພູເພັດ ຄໍາພູວົງ ຣັຖມົນຕຣີ ກະຊວງການເງິນ ເປີດເຜີຽຕໍ່ໜັງສືພິມ ຂ່າວສານປະເທດລາວ ກ່ຽວກັບການເກັບລາຍຮັບ ຂອງຣັຖບານ ສົກປີ 2012-2013 ວ່າ ລາວ ສາມາດເກັບພາສີຈາກການຂາຍໄມ້ ໄດ້ບໍ່ຮອດ 20 ລ້ານໂດລາຕໍ່ປີ. ແຕ່ຖ້າເບິ່ງຕາມຂໍ້ມູນ ການນໍາເຂົ້າໄມ້ ຂອງປະເທດເພື່ອນບ້ານ ພົບວ່າ ໄມ້ທີ່ນໍາເຂົ້າຈາກປະເທດລາວ ມີມູນຄ່າ ຍັງມີຫລາຍ. ເຈົ້າໜ້າທີ່ກະຊວງການເງິນ ຄົນນຶ່ງທີ່ບໍ່ປະສົງອອກຊື່ ເວົ້າວ່າ ການເກັບພາສີໄມ້ຜິດກົດໝາຍ ແລະການຄວບຄຸມການຕັດໄມ້ ຂາຍໄມ້ ເປັນເຣື້ອງຫຍຸ້ງຍາກ ທີ່ສຸດ:

"ຫາກທຽບໃສ່ການຈັບກຸມໄມ້ໜີພາສີລະຫ່ວາງປີ 2013 ກັບປີ 2012 ຖືວ່າເທົ່າໆກັນນັ້ນແຫລະ ທຽບໃສ່ກັນລະຍະປີກາຍກັບປີນີ້ນະໃກ້ຄຽງ ກັນ ກໍພົບຊໍ່ານີ້ແຫລະ ມັນກໍຫລາຍຫັ້ນແຫລະ ແຕ່ເຮົາສາມາດຈັບໄດ້ຊໍ່ານີ້ ຊາຍແດນມັນຍາວໄກ ຂ້າມມາຢູ່ໃສກໍໄດ້".

ຕາມຄໍາເວົ້າຂອງເຈົ້າໜ້າທີ່ລາວ ເມື່ອປີ 2010 ວ່າມູນຄ່າການສົ່ງໄມ້ອອກຈາກລາວໄປຂາຍໃນປະເທດເພືຶ່ອນບ້ານເພີ້ມຂື້ນ ຢ່າງຫຼວງຫຼາຍ. ໃນປີ 2000 ມູນຄ່າການສົ່ງອອກໄມ້ມີ 130 ລ້ານໂດລາ. ມາຮອດປີ 2008 ມູນຄ່າການສົ່ງອອກມີ 1,000ລ້ານໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.