ຊີວິດແມ່ຍິງລາວເຮັດວຽກ ຢູ່ໄທ
2017.10.11
ແມ່ຍິງລາວນາງນຶ່ງ ຈາກເມືອງແກ່ນທ້າວ ແຂວງໄຊຍະບູຣີ ໃຫ້ສຳພາດ ຕໍ່ເອເຊັຽເສຣີວ່າ ນາງຈຳເປັນຕ້ອງໄດ້ໄປເຮັດວຽກ ໃນຮ້ານກິນດື່ມ ແຫ່ງນຶ່ງ ໃນບາງກອກປະເທດໄທ ຍ້ອນຕ້ອງການໃຊ້ຫນີ້ ໃຫ້ຄອບຄົວ ແລະຢູ່ບ້ານ ກໍບໍ່ມີວຽກເຮັດ ເສຖກິດກໍບໍ່ດີ. ດັ່ງນາງກ່າວໃນມື້ວັນທີ 10 ຕຸລາ ນີ້ວ່າ:
"ແບບຢູ່ບ້ານກໍເປັນຫນີ້ເຂົາ ຄອບຄົວນະ ກໍເລີຍຕ້ອງຫາເງິນ ເພື່ອໃຊ້ຫນີ້ເຂົາ ເພື່ອຊ່ອຍເຫລືອຄອບຄົວ ຈັ່ງຊີ້ແຫລະ ແຕ່ກ່ອນກໍຄືແບບ ພໍ່ ຢືມເງິນເຂົາມາ ແບບມາຊ່ອຍອ້າຍໄປຮຽນຈັ່ງຊີ້ແຫຼະ ກໍເລີຍດອກມັນເພີ້ມຂື້ນ ເພີ້ມຂື້ນເລື້ອຍໆ ແຕ່ກໍຊ່ອຍມາໄດ້ ຫນ້ອຍນຶ່ງແລ້ວ ຢູ່ບ້ານ ກໍແບບເຂົາເຮັດ ແຕ່ໄຮ່ແຕ່ນາ ຄ້າຂາຍກໍແບບບໍ່ດີ".
ນາງກ່າວຕື່ມວ່າ ນາງເຂົ້າມາເຮັດວຽກ ໃນຮ້ານກິນດື່ມແຫ່ງນີ້ ມາໄດ້ຫຼາຍປີແລ້ວ ມານຳຄຳຊັກຊວນຂອງຫູມ່ ທີ່ເຮັດມາກ່ອນ. ຮ້ານທີ່ນາງ ເຮັດວຽກ ມີແມ່ຍິງລາວຫຼາຍຄົນ ອາຍຸຣະຫວ່າງ 22ຫາ28 ປີ ບາງຄົນມາຈາກ ແຂວງວຽງຈັນ ສວັນນະເຂດ ແລະທຸກຄົນ ມາເຮັດວຽກ ຢູ່ໄທນີ້ ຍ້ອນຄວາມທຸກຍາກ ໃນຄອບຄົວ. ນາງວ່າ ການໄປເຮັດວຽກໃນໄທ ເຖິງແມ່ນວ່າຈະໄດ້ເງິນຫຼາຍ ແຕ່ກໍບໍ່ສະດວກສະບາຍ ດັ່ງທີ່ ຫລາຍຄົນຄິດ ຖ້າເລືອກໄດ້ ນາງຢາກເຮັດວຽກ ຢູ່ບ້ານໃນລາວ ຈະດີກວ່າ:
"ກໍມີແບບເປັນໂຮງງານ ບໍ່ມີຫຍັງຈັ່ງຊີ້ນ່າ ແຕ່ຄັນບໍ່ມີວຸດອີ່ຫຍັງນີ້ ເຂົາຈະບໍ່ເອົາອີ່ຫຍັງເລີຍ ເສຖກິດມັນບໍ່ດີ ໄທມັນຈະຈູນຄ່າແຮງງານຂື້ນ ແຕ່ວ່າຄັນຈະເວົ້າແລ້ວ ກໍເຮັດງານຢູ່ຝັ່ງໄທ ອາດຈະແບບວ່າ ຢູ່ໃນເມືອງກຸງຈະເຣີນ ແບບເຮົາຢູ່ສະບາຍນ້ອຍນຶ່ງ ແຕ່ແບບທຸກ ມັນຈະທຸກ ໃຈ ເພາະວ່າຢູ່ໃສ ມັນກໍບໍ່ຄື ຢູ່ບ້ານເຮົາ".
ກ່ຽວກັບການເຮັດວຽກ ຢູ່ໃນຮ້ານກິນດື່ມ ໃນໄທນັ້ນ ນາງຖືວ່າ ເປັນຄົນໂຊກດີ ທີ່ບໍ່ຖືກນາຍຈ້າງ ເອົາຣັດເອົາປຽບ ຫລື ທຸບຕີ ເຫມືອນດັ່ງ ແມ່ຍິງລາວ ຫລາຍຄົນ ທີ່ປະສົບກັບບັນຫາ ດັ່ງກ່າວໃນໄທ.