ກິນດື່ມບັນເທີງມິດງຽບ ຍ້ອນ ໂຄວິດ-19

ຮ້ານອາຫານພະອາທິດ ແຄມຂອງຍາມແລງ ຂແນງການ ທຸຣະກິດ ຂນາດນ້ອຍ-ກາງ ທີ່ມີໄວ້ຕ້ອນຮັບ ນັກທ່ອງທ່ຽວ ຢູ່ ມ.ຫຼວງພຣະບາງ ຂ.ຫຼວງພຣະບາງ
ຮ້ານອາຫານພະອາທິດ ແຄມຂອງຍາມແລງ ຂແນງການ ທຸຣະກິດ ຂນາດນ້ອຍ-ກາງ ທີ່ມີໄວ້ຕ້ອນຮັບ ນັກທ່ອງທ່ຽວ ຢູ່ ມ.ຫຼວງພຣະບາງ ຂ.ຫຼວງພຣະບາງ (RFA)

0:00 / 0:00

ທາງການລາວ ອອກແຈ້ງການ ສັ່ງປິດຮ້ານອາຫານ ແລະຮ້ານຄາຣາໂອເກະຊົ່ວຄາວ ເມື່ອວັນທີ 07 ສິງຫາ 2020 ຜ່ານມາເພື່ອປະຕິບັດ ມາຕການປ້ອງກັນ ຄວບຄຸມ ແລະສະກັດກັ້ນ ການຣະບາດຂອງພຍາດໂຄວິດ-19 ອັນສົ່ງຜົລກະທົບ ຕໍ່ຜູ້ປະກອບການຮ້ານອາຫານ ແລະ ບັນເທີງ. ດັ່ງເຈົ້າຂອງຮ້ານບັນເທີງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ສິງຫາ ວ່າ: ຕົນໄດ້ຢືມເງິນທະນາຄານ ມາລົງທຶນ ບໍ່ມິເງິນຈ່າຍຜ່ອນທະນາຄານ:

"ບໍ່ທັນຮອດສອງເດືອນເທື່ອນ່າ ມັນກໍໄດ້ຮັບຜົລກະທົບ ທາງດ້ານການເງິນການຫຍັງນີ້ລະ ເພາະວ່າເຮົາຍັງຄ້າງສຳລະໜີ້ສິນຊິເນາະເພາະ ວ່າເຮົາກໍຫາກິນນໍາທາງ ອາຊີບແບບນີ້ເນາະ ຖ້າໃຫ້ໂຈະເຮົາກໍຍັງເປັນໜີ້ ທະນາຄານຈັ່ງຊີ້ເພິ່ນບໍ່ໄດ້ ເລື່ອນງວດເລື່ອນຫຍັງ ໃຫ້ຊິນ່າ ເຮົາກໍບໍ່ຮູ້ຈະເອົາໃສມາສຳລະເພິ່ນຊິນ່າ ລູກຈ້າງກໍໃຫ້ເຂົາເຈົ້າກັບບ້ານກ່ອນ ຍັງບໍ່ທັນຮູ້ຈະເຮັດ ຫຍັງກິນ."

ສ່ວນເຈົ້າຂອງຮ້ານບັນເທີງ ຢູ່ແຂວງຫຼວງພຣະບາງ ກໍໄດ້ກ່າວວ່າກໍໄດ້ຮັບຜົລກະທົບ ຫຍຸ້ງຍາກເຣື່ອງການເງິນ ເພາະວ່າກໍມີຣາຍຈ່າຍຫຼາຍ.

"ກ່ອນໜ້ານີ້ ກໍມີແຕ່ກິນເຫຼົ້າ ທັມມະດາຊິໄປຊຸມແຊວກັນ ຈັກສອງສາມໂຕະ ນີ້ມີຢູ່ແຕ່ກໍຈຳເປັນແລ້ວ ເພີ່ນບໍ່ໃຫ້ເປີດກະຫຍຸ້ງຍາກຢູ່ ກະຫຼາຍ ແນວເນາະເງິນກະຈ່າຍ ກໍຫຍຸ້ງຍາກ ຣາຍຈ່າຍ ການຢູ່ການກິນອີຫຍັງຕ່າງໆ."

ທາງເຈົ້າຂອງກິຈການຄາຣາໂອເກະ ແຂວງຈຳປາສັກ ຍັງຄົງເປີດຮ້ານຢູ່ ຮ້ານຕົນບໍ່ແມ່ນຮ້ານໃຫຍ່ ຖ້າບໍ່ເປີດກໍບໍ່ມີຣາຍຮັບ ເພາະຍັງມີໜີ້ສິນ ທະນາຄານທີ່ບໍ່ໄດ້ຫຼຸດໃຫ້.

"ກ່ອນໜ້ານີ້ກະສັ່ງປິດຫັ້ນແລ້ວ ແຕ່ວ່າຮ້ານເບັຍຢູ່ແຄມທາງ ກໍເປີດປົກກະຕິ ກໍບໍ່ໄດ້ລັກເປີດດອກ ເຂົາກະເປີດຢູ່ແຕ່ວ່າກໍຕ້ອງເປີດໄປເພື່ອ ຄວາມຢູ່ລອດເດ້ ບໍ່ເປີດ ເຮົາກະບໍ່ມີແນວກິນ ແນວໃຊ້ລະເວີ້ຍ ບໍ່ມີແນວເຮັດແນວຫານີ້ແລ້ວເພາະປິດມາແລ້ວ 3 ເດືອນ ບໍ່ມີເງິນ ໜີ້ສິນ ທະນາຄານອີກ ເຂົາເກັບທຸກມື້ ເຂົາບໍ່ໄດ້ຫຼຸດໃຫ້ເຮົາ."

ໃນຂນະທີ່ ເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ໄດ້ກ່າວຕໍ່ການປະກາດ ປິດຮ້ານອາຫານ ແລະ ບັນເທີງຊົ່ວຄາວວ່າ ຮ້ານຄາຣາໂອເກະ ແມ່ນເພີ່ນຫ້າມ ເດັດຂາດເລີຍ.

ຕາມການແຈ້ງການຂອງສຳນັກງານນາຍົກ ແມ່ນເພີ່ນບໍ່ໃຫ້ເປີດຮ້ານ ບັນເທີງຄາຣາໂອເກະ ຂາຍເຫຼົ້າ ຂາຍເບັຍ ຂາຍຫຍັງ ມີຄາຣາໂອເກະ ຫຍັງແມ່ນເພີ່ນຫ້າມ ເດັດຂາດເລີຍ ຖ້າເພີ່ນໄປກວດພໍ້ ເຫັນແມ່ນເພີ່ນຈະປັບໃໝໂລດ ສຳລັບຮ້ານອາຫານເປີດໃຫ້ ກິນອາຫານ ນີ້ແມ່ນໄດ້.

ໃນຂນະທີ່ ເມື່ອວັນທີ 07 ສິງຫາ 2020 ຜ່ານມາ ຊື່ທາງການລາວໄດ້ຣາຍງານວ່າ ກອງປະຊຸມປຶກສາຫາລືການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ຣະບາດ ຂອງພຍາດ ໂຄວິດ-19 ທີ່ສຳນັກງານ ນາຍົກຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ອອກຄຳສັ່ງ ເນັ້ນໜັກ ໃຫ້ພາກສ່ວນກ່ຽວຂ້ອງ ກວດສອບຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານເຫຼົ້າ-ເບັຍ ທີ່ຣັຖບານ ໄດ້ສັ່ງໂຈະຊົ່ວຄາວ ຖ້າມີການ ຣະເມີດໃຫ້ດຳເນີນການຕັກເຕືອນ, ປັບໃໝ ແຕ່ຖ້າຍັງຝ່່າຝືນ ອີກໃຫ້ລົບລ້າງ ໃບອະນຸຍາດ ແລະ ໃບທະບຽນດຳເນີນ ວິສາຫະກິດ.